ເຄເອັມທີ ຄວ້າແຊ້ມບານເຕະ ລາວລີກ 2 ນະຄອນຫຼວງ 2026 ພ້ອມສິດເລື່ອນຊັ້ນຂຶ້ນສູ່ ລາວລີກ 1
09/08/2026

ພິທີປິດການຈັດການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ ປະຈຳປີ 2026 ຈັດຂຶ້ນໃນວັນທີ 2 ສິງຫາ 2026 ທີ່ສະໜາມກິລາບານເຕະຫຍ້າທຽມ ລ້ານຊ້າງ (ເຂດບ້ານໜອງໄຮ) ຫຼັງຈາກດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 1 ມິຖຸນາ ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ສຸລິວັນ ເຊີນວິໄລ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ແລະ ທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ ພ້ອມດ້ວນຕາງໜ້າສະຫະພັນບານເຕະແຫ່ງຊາດລາວ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ບັນດາຜູ້ໃຫ້ການສະໜັບສະໜູນ, ສື່ມວນຊົນພາກສ່ວນຕ່າງໆ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ຢ່າງຫຼວງຫຼາຍ.
ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ກໍໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ຖືເປັນຜົນງານຄວາມສຳເລັດຄັ້ງທຳອິດຂອງຄະນະບໍລິຫານງານສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ ຊຸດໃໝ່ ຫຼັງຈາກທີ່ບໍ່ໄດ້ຈັດການແຂ່ງຂັນໃນລະດັບດັ່ງກ່າວ ມາເປັນເວລາ 4 ປີປາຍ ຊຶ່ງມີ 6 ສະໂມສອນເຂົ້າຮ່ວມຊີງໄຊ ແຂ່ງຂັນທັງຮອບຂາໄປ ແລະ ຂາກັບ ລວມທັງໝົດ 30 ນັດ ຜ່ານການແຂ່ງຂັນ ຜົນປາກົດວ່າ: ຊະນະເລີດ ຕົກເປັນຂອງ ສະໂມສອນ ເຄເອັມທີ ເອັບຊີ ໂດຍໄດ້ຮັບຂັນຊະນະເລີດ 1 ໜ່ວຍ, ຫຼຽນລາງວັນ ແລະ ເງິນລາງວັນ 30,000,000 ກີບ ພ້ອມທັງໄດ້ຮັບສິດເລື່ອນຊັ້ນຂຶ້ນໄປຫຼິ້ນໃນ ລາວລີກ 1 ຕາມລະບຽບຂອງສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ໄດ້ຮ່ວມແຂ່ງຂັນລາຍການ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ປະຈຳປີ 2026.
ສ່ວນອັນດັບ 2 ສະໂມສອນ ເອັບຊີ ຈັນທະບູລີ ໄດ້ຮັບເງິນລາງວັນ 15,000,000 ກີບ, ອັນດັບ 3 ສະໂມສອນ ເອັດອີຊີ ຢູໄນເຕັດ ຮັບເງິນລາງວັນ 5,000,000 ກີບ. ຂະນະທີ່ ອັນດັບ 4 ຫາ ອັນດັບທີ 6 ປະກອບມີ ສະໂມສອນ ພີທີເຄ ຢູໄນເຕັດ, ສະໂມສອນ ເມດິຄໍ ເອັບຊີ ແລະ ສະໂມສອນ ເຄພີເອັດ ເອັບຊີ (KPS FC) ຕາມລຳດັບ.
ນອກຈາກນີ້, ຍັງມີລາງວັນບຸກຄົນດີເດັ່ນ ປະກອບມີ ນັກເຕະດີເດັ່ນປະຈຳລາຍການ ທ້າວ ມິນສະດາ ເວດສະວົງ ຈາກສະໂມສອນ ເຄເອັມທີ ເອັບຊີ, ຄູຝຶກດີເດັ່ນ ທ່ານ ອ່ອນສີ ວັນນະເກດ ຈາກສະໂມສອນ ເຄເອັມທີ ເອັບຊີ, ຜູ້ຮັກສາປະຕູດີເດັ່ນ ທ້າວ ຈັນທະວີໄຊ ທຽບອານົງ ຈາກສະໂມສອນ ເອັບຊີ ຈັນທະບູລີ ແລະ ກຳມະການຕັດສິນດີເດັ່ນ ຈຳນວນ 5 ທ່ານ ໄດ້ແກ່ ທ່ານ ວົງວິໄລ ໄຊຍະບັນດິດ, ທ່ານ ຂຽວ ບຸນຄຸນສອນ, ທ່ານ ໄຊສະນິດ ນາດ້າ, ທ່ານ ຄາມີ ອິນທະພັນ ແລະ ທ່ານ ນາງ ນົກ ໄພສະຫວັນ.
ຄຽງຄູ່ກັບຜົນສຳເລັດທີ່ກ່າວມາຂ້າງເທິງນັ້ນ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ກໍຍັງໄດ້ຍົກໃຫ້ເຫັນເຖິງຂໍ້ຫຍຸ້ງຍາກໃນການຈັດການແຂ່ງຂັນຄັ້ງນີ້ ໂດຍສະເພາະແມ່ນດ້ານການໂຄສະນາ-ປະຊາສຳພັນ ແມ່ນເຫັນວ່າຍັງມີຂໍ້ຈຳກັດດ້ານງົບປະມານ ເຮັດໃຫ້ການເຂົ້າເຖິງຂອງມວນຊົນມີຄວາມຫຍຸ້ງຍາກ. ແຕ່ກໍເຊື່ອວ່ານີ້ຖືເປັນກ້າວຍ່າງທີ່ສຳຄັນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກແຟນບານ ຊຶ່ງຫວັງຢ່າງຍິ່ງວ່າໃນປີຕໍ່ໆໄປ ວົງການບານເຕະນະຄອນຫຼວງວຽງຈັນຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງ ແລະ ມີຫຼາກຫຼາຍສີສັນຂຶ້ນກວ່າເກົ່າ.
ລາຍການນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ໂຕໂຢຕ້າລາວ ບໍລິການ ຈຳກັດ ຈຳນວນ 200,000,000 ກີບ, ພ້ອມດ້ວຍການຮ່ວມມືຈາກ ບໍລິສັດ ແລະ ຫ້າງຮ້ານຕ່າງໆ ລວມທັງສະຫະພັນບານເຕະແຫ່ງຊາດລາວ ທີ່ໃຫ້ການຊ່ວຍເຫຼືອດ້ານເຕັກນິກ ແລະ ເອກະສານຢ່າງຖືກຕ້ອງ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


