Skip to main content

ສຳເລັດການແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ປະເພດດ່ຽວຍິງ-ດ່ຽວຊາຍ ຮຸ່ນ U-19 ແລະ U-15 ທີ່ ສປປ ລາວ

09/08/2026
ໃນວັນທີ 2 ສິງຫາ 2026 ທີ່ສູນການຄ້າລາວ-ໄອເຕັກມໍ ນະຄອນຫຼວງວຽງຈັນ ໄດ້ມີການແຂ່ງຂັນຮອບຊີງຊະນະເລີດ ແລະ ມອບຂັນລາງວັນໃຫ້ແກ່ນັກກິລາໃນປະເພດດ່ຽວຍິງ-ຊາຍຮຸ່ນອາຍຸ 19 ປີ ແລະ 15 ປີ ໃນການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ ລາຍການ “WTT Youth Contender” ຄັ້ງທີ 4 ແລະ “WTT Feeder Series” ຄັ້ງທີ 2 ປະຈຳປີ 2026, ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງ ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ແສງສະເດັນ ບຸນດາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ, ທ່ານ ຮສ.ປອ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະສະຫະພັນປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍບັນດາຜູ້ອຳນວຍການ-ປະທານບໍລິສັດ ຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ສໍາລັບຜົນການແຂ່ງຂັນຮອບຊີງຊະນະເລີດ ຮຸ່ນ U-19 ປະເພດດ່ຽວຊາຍ ທ້າວ ເບນຍາມິນ ຟາຣາຈີ (Benyamin FARAJI) ຈາກອີຣານ ເອົາຊະນະ ທ້າວ ອະພິນັນ ປະທິວາດີ (Abhinandh PRADHIVADHI) ຈາກອິນເດຍ ໄປໄດ້ 3-0 ເຊັດ; ປະເພດດ່ຽວຍິງ ນາງ ມິກຸ ມັດສຶຊິມະ •(Miku MATSUSHIMA) ຈາກຍີ່ປຸ່ນ ເອົາຊະນະ ນາງ ໂຄໂຄນະ ມຸຣາມັດສຶ (Cocona MURAMATSU) ຈາກຍີ່ປຸ່ນ ໄປໄດ້ 3-0 ເຊັດ; ປະເພດດ່ຽວຊາຍ U-15 ທ້າວ ອູ ຢວນໄຄ (WU Yuan-Kai) ຈາກໄຕ້ຫວັນ ເອົາຊະນະ ທ້າວ ຫຼິນ ຖິງ ເສວ (LIN Ting Xue) ຈາກໄຕ້ຫວັນ ໄປໄດ້ 3-1 ເຊັດ; ປະເພດດ່ຽວຍິງ ນາງ ເຊ່ຍ ຈື້ ເສີນ (SIE Jhih Chen) ຈາກໄຕ້ຫວັນ ເອົາຊະນະ ນາງ ໂມດ ດາເນຍ (Mohd Dania) ຈາກມາເລເຊຍ ໄປໄດ້ 3-0 ເຊັດ; ຮຸ່ນ U-11 ປະເພດດ່ຽວຊາຍ ທ້າວ ຊູ ເສິນ ຢູ (HSU Chen Yu) ຈາກໄຕ້ຫວັນ ເອົາຊະນະ ທ້າວ ອາຊຮາ ຮາບີບ (AZHAR Habib) ຈາກມາເລເຊຍ ໄປໄດ້ 3-0 ເຊັດ; ປະເພດດ່ຽວຍິງ ນາງ ຢາງ ມິນ ຊິນ (YANG Min Hsin) ໄຕ້ຫວັນ ເອົາຊະນະ ນາງ ຢ່າງ ຈຽວ ຢູ (YANG Chiao Yu) ໄຕ້ຫວັນ 3-1 ເຊັດ.
ຫຼັງຈາກທີ່ໄດ້ສຳເລັດການແຂ່ງຂັນລາຍການ 2026 World Table Tennis Youth Contender ໄປເມື່ອວັນທີ 30 ກໍລະກົດ ຫາ 2 ສິງຫາ ທີ່ຜ່ານມາ. ນັກກິລາປິ່ງປ່ອງກໍມີການກຽມພ້ອມທີ່ຈະເຂົ້າຮ່ວມການແຂ່ງຂັນລາຍການ World Table Tennis (WTT) Feeder ເຊິ່ງຈະຈັດຂຶ້ນຢູ່ທີ່ສູນການລາວ-ໄອເຕັກມໍ ໃນລະຫວ່າງວັນທີ 4-8 ສິງຫາ 2026. ການແຂ່ງຂັນລາຍການ Feeder ນີ້ປະກອບມີ: ປະເພດດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ, ຄູ່ຍິງ ແລະ ຄູ່ປະສົມ. ໂດຍມີນັກກິລາລາວ ຊາຍ 7 ຄົນ ແລະ ຍິງ 4 ຄົນ ເຂົ້າຮ່ວມການແຂ່ງຂັນທັງ 5 ປະເພດນີ້.
ພາບ-ຂ່າວໂດຍ: ການຈະນາ