Skip to main content

ຄະນະໂຄສະນາອົບຮົມ ນວ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ແຂ່ງຂັນເຕະບານມິດຕະພາບ ສະຫຼອງວັນສໍາຄັນຕ່າງໆຂອງຊາດ

10/08/2026
ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈັດກິດຈະກໍາແຂ່ງຂັນກິລາເຕະບານ ມິດຕະພາບ ເພື່ອຮັດແໜ້ນສາມັກຄີ ຂຶ້ນໃນວັນທີ 4 ສິງຫາ 2026 ທີ່ເດີ່ນເຕະບານໃນຮົ່ມໂກນເດັນທຣີ (golden tree) ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ແລະ ທ່ານ ສາຍຈິດ ສິມມະວົງ ຮອງຜູ້ອໍານວຍການທະນາຄານການຕ້າຕ່າງປະເທດລາວ ມະຫາຊົນພ້ອມດ້ວຍນັກກິລາ ແລະ ພະນັກງານຂອງທັງສອງພາກສ່ວນຢ່າງພ້ອມພຽງ.
ກິດຈະກໍາຄັ້ງນີ້ ຈັດຂຶ້ນ ກໍເພື່ອສ້າງຂະບວນການຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ແລະ ວັນລັດຖະທຳມະນູນແຫ່ງຊາດ. ພ້ອມນັ້ນຍັງເປັນການຮັດແໜ້ນຄວາມສາມັກຄີທັງສອງພາກສ່ວນໃຫ້ມີການພົວພັນຮ່ວມມືກັນຕື່ມອີກ.
ຜ່ານການແຂ່ງຂັນຕະຫຼອດໄລຍະເວລາ 60 ນາທີ ທັງສອງທີມຕ່າງກໍໃຊ້ເຕັກນິກຄວາມສາມາດສະເພາະຕົວໄດ້ດີ ແລະ ກໍເປັນ ທາງຝ່າຍຄະນະໂຄສະນາອົບຮົມ ນວ ຫຼິ້ນບານໄດ້ສຽບຄົມກວ່າ ສາມາດຍິງປະຕູອອກນຳໄປກ່ອນ 2-0 ແຕ່ໃນເວລາທີ່ເຫຼືອ ກໍຕົກເປັນທາງຝ່າຍທະນາຄານການຄ້າຕ່າງປະເທດລາວ ທີ່ສາມາດແກ້ເກມມາດີ ແຊງເອົາຊະນະໄປແບບສຸດມ່ວນ 5-3 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ