ທັບນັກກິລາຕຳຫຼວດລາວ ຄວ້າແຊ້ມປະເພດບຸກຄົນ ແລະ ອັນດັບ 3 ປະເພດທີມ ການແຂ່ງຂັນກັອບຕຳຫຼວດອາຊຽນ ເປີດກວ້າງ ຄັ້ງທີ II ທີ່ ສສ ຫວຽດນາມ
10/08/2026

ຄະນະນັກກິລາເຈົ້າໜ້າທີ່ຕຳຫຼວດ ຈາກ ສປປ ລາວ ສ້າງຜົນງານຢ່າງໂດດເດັ່ນ ດ້ວຍການຄວ້າແຊ້ມປະເພດບຸກຄົນ ແລະ ອັນດັບທີ 3 ປະເພດທີມ ໃນການແຂ່ງຂັນກິລາກັອບຕຳຫຼວດອາຊຽນ ເປີດກວ້າງ ປະຈຳປີ 2026 (ASEAN Police Open Golf Tournament 2026) ຄັ້ງທີ II ທີ່ຈັດຂຶ້ນໃນລະຫວ່າງວັນທີ 1-2 ສິງຫາ 2026 ຢູ່ສະໜາມ Nova World Phan Thiet Golf Club, ແຂວງລາມດົງ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ຄະນະນັກກິລາຕຳຫຼວດລາວ ໃນຄັ້ງນີ້ ນຳພາໂດຍ ສະຫາຍ ພັອ ອານຸສິນ ສັກປະເສີດ ຫົວໜ້າຄະນະ ພ້ອມດ້ວຍຄູຝຶກ 1 ທ່ານ ຄື: ຮທ ເພັດສະໝອນ ສີສົມຫວັງ ແລະ ນັກກິລາ 4 ທ່ານ ປະກອບມີ: ພັອ ອານຸສິນ ສັກປະເສີດ, ພັອ ວັນປະດິດ ຈັນທະວົງ, ພັທ ສິນໄຊ ພິລາສຸກ ແລະ ພັຕ ໄຊຫຼ້າ ສຸວົງ. ໃນໂອກາດເດີນທາງເຂົ້າຮ່ວມການແຂ່ງຂັນ, ຄະນະນັກກິລາ ກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພັອ ຄອນສີ ເນົາວະລາດ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ສສ ຫວຽດນາມ.
ພິທີເປີດການແຂ່ງຂັນໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການເປັນປະທານຂອງ ສະຫາຍ ພົທ ເລ ວັນ ຕວຼຽນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອສົ່ງເສີມການແລກປ່ຽນ, ຮັດແໜ້ນການຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງອົງການບັງຄັບໃຊ້ກົດໝາຍ ໂດຍມີຄະນະນັກກິລາຕຳຫຼວດເຂົ້າຮ່ວມທັງໝົດຈາກ 14 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ປະກອບມີ 9 ປະເທດສະມາຊິກອາຊຽນ ຄື: ມາເລເຊຍ, ໄທ, ລາວ, ກຳປູເຈຍ, ຫວຽດນາມ, ສິງກະໂປ, ບຣູໄນ, ອິນໂດເນເຊຍ, ຟີລິບປິນ ແລະ 5 ປະເທດຮ່ວມງານສາກົນ ຄື: ອົດສະຕຣາລີ, ໄຕ້ຫວັນ, ນອກແວ, ຮຸງກາລີ ພ້ອມດ້ວຍ ສາທາລະນະລັດ ເຊັກ.
ສຳລັບຜົນການແຂ່ງຂັນ ຕະຫຼອດໄລຍະ 2 ຮອບ ຜົນປະກົດວ່າ ປະເພດທີມ ນັກກິລາຕຳຫຼວດ ສປປ ລາວ ສາມາດເຮັດຜົນງານໄດ້ຢ່າງໂດດເດັ່ນ ຄວ້າອັນດັບທີ 3 ມາຄອງໄດ້ຢ່າງສົມກຽດ ດ້ວຍຄະແນນລວມ 223 ຄະແນນ. ສ່ວນປະເພດບຸກຄົນ ພັທ ສິນໄຊ ພິລາສຸກ ສ້າງຜົນງານໄດ້ຢ່າງດີເລີດ ດ້ວຍການຄວ້າແຊ້ມມາຄອງ ດ້ວຍຄະແນນ 70 ສະໂຕຣກ.
ຜົນສຳເລັດອັນຈົບງາມໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງຊື່ສຽງ ແລະ ກຽດສັກສີທາງດ້ານກິລາໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງລາວ ໃນເວທີສາກົນເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງເຄືອຂ່າຍ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມັກຄີອັນແໜ້ນແຟ້ນ ກັບເຈົ້າໜ້າທີ່ຕຳຫຼວດໃນພາກພື້ນອາຊຽນ ແລະ ສາກົນ ເພື່ອເປັນຮາກຖານໃຫ້ແກ່ການປະສານງານຕ້ານອາຊະຍາກຳຂ້າມຊາດຢ່າງມີປະສິດທິຜົນໃນອະນາຄົດ.
ພາບ-ຂ່າວ: ພັອ ວັນປະດິດ ຈັນທະວົງ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


