ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ກຽມສືບຕໍ່ເປັນເຈົ້າພາບຈັດການແຂ່ງຂັນປິ່ງປ່ອງ ຊີງແຊ້ມອາຊຽນ 2027 ຫຼັງປະສົບຜົນສຳເລັດຈັດງານລະດັບໂລກ
11/08/2026

ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປ່ອງປິ່ງແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ພາຍຫຼັງພິທີມອບຫຼຽນລາງວັນໃນວັນທີ 8 ສິງຫາ ຜ່ານມາ ວ່າ: ສຳລັບການຈັດແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ “WTT Youth Contender Vientiane 2026” (ຄັ້ງທີ 4) ແລະ “WTT Feeder Series” (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາ ເປັນເຈົ້າພາບ ລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 8 ສິງຫາ 2026 ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ເຊິ່ງທີມນັກກິລາເຈົ້າພາບລາວເຮົາ ໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາງວັນ.
ເມື່ອເວົ້າເຖິງຜົນງານຂອງທັບນັກກິລາປິ່ງປ່ອງລາວເຮົາແລ້ວ ຜົນງານດີທີ່ສຸດໃນຮຸ່ນເຍົາວະຊົນ ແລະ ຮຸ່ນຊາວໜຸ່ມ ແມ່ນສາມາດ ສາມາດຍາດໄດ້ ອັນດັບ 3 ຮ່ວມ ໃນປະເພດຍິງດ່ຽວ ແລະ ອັນດັບ 3 ໃນປະເພດຄູ່ປະສົມ. ສ່ວນຮຸ່ນທົ່ວໄປ ແມ່ນສາມາດຜ່ານເຂົ້າເຖິງ ຮອບ 16 ທີມສຸດທ້າຍ ໄດ້ 2 ຄູ່ ໃນປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ.
ໃນໂອກາດນີ້, ທ່ານ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງໃນການເປັນເຈົ້າພາບຈັດງານຄັ້ງນີ້ ໂດຍທ່ານໄດ້ເນັ້ນໜັກວ່າ: “ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງລະດັບໂລກ ປີ 2026 ໃນຄັ້ງນີ້ ຖືເປັນກຽດປະວັດສາດ ແລະ ເປັນບາດກ້າວໂດດເດັ່ນຂອງວົງການກິລາລາວ. ເຖິງວ່າຜົນການແຂ່ງຂັນໃນຮຸ່ນທົ່ວໄປຂອງນັກກີລາລາວເຮົາຈະບໍ່ໄດ້ຫຼຽນລາງວັນສູງ ແຕ່ກໍຖືເປັນຜົນສຳເລັດທີ່ໜ້າພູມໃຈຢ່າງຍິ່ງ ເພາະເຮັດໃຫ້ນັກກິລາລາວໄດ້ສະສົມປະສົບການອັນລ້ຳຄ່າ, ໄດ້ປະຊັນສີມື ແລະ ສໍາຜັດບັນຍາກາດກັບນັກກິລາມືອາຊີບລະດັບໂລກ. ສ່ວນວ່າຄວາມສຳເລັດໃນການຈັດງານ ແລະ ຜົນງານຂອງນັກກິລາທັງໝົດນີ້ ແມ່ນຍ້ອນການນຳພາ-ຊີ້ນຳຢ່າງໃກ້ຊິດຈາກຄະນະນຳກະຊວງ, ພ້ອມດ້ວຍການສະໜັບສະໜູນ-ອຸປະຖຳຢ່າງແຂງແຮງຈາກພາກສ່ວນທຸລະກິດ, ອົງການຈັດຕັ້ງຕ່າງໆ ແລະ ແຟນໆກິລາທົ່ວປະເທດ ທີ່ຮ່ວມກັນເປັນເຈົ້າພາບທີ່ດີ.”
ທ່ານ ປອ ສຳຄັນ ພັນຄະວົງ ກ່າວອີກວ່າ: ເພື່ອພັດທະນາວົງການກິລາປິ່ງປ່ອງລາວ ໃຫ້ມີຄວາມກ້າວໜ້າຢ່າງຍືນຍົງ, ສະຫະພັນປິ່ງປ່ອງແຫ່ງຊາດລາວ ໄດ້ວາງທິດທາງ ແລະ ແຜນການໃນອະນາຄົດໄວ້ 4 ດ້ານສຳຄັນ ຄື: ເພີ່ມການຈັດການແຂ່ງຂັນພາຍໃນປະເທດໃຫ້ຫຼາຍຂຶ້ນ ເພື່ອໃຫ້ເຕັກນິກ, ທັກສະ ແລະ ປະສົບການ ຂອງນັກກິລາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ມີແຜນສົ່ງນັກກິລາເປົ້າໝາຍໄປຝຶກຊ້ອມຢູ່ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ເພື່ອນຳເອົາວິທະຍາສາດການກິລາ ແລະ ເຕັກນິກໃໝ່ໆ ມາປັບໃຊ້; ລົງຊຸກຍູ້ບັນດາແຂວງໃຫ້ມີການສ້າງຕັ້ງສະຫະພັນປິ່ງປ່ອງປະຈຳແຂວງ ຫຼື ສະໂມສອນ ເພື່ອຄັດເລືອກ ແລະ ສ້າງນັກກິລາຮຸ່ນໃໝ່ເຂົ້າສູ່ທີມຊາດ; ພິເສດອີກໜຶ່ງເປົ້າໝາຍສຳຄັນສູງສຸດ ແມ່ນການກະກຽມຄວາມພ້ອມໃນທຸກດ້ານ ເພື່ອຮັບຮອງການເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊ້ມອາຊຽນ ໃນປີ 2027 ທີ່ຈະມາເຖິງນີ້.
ຂ່າວຫຼ້າສຸດ
- “ຈິດຕິໄຊ ພົມມະແສງ” ແສງສະຫວ່າງຈາກແນວຫຼັງ ກັບພາລະກິດສ້າງໂຮງຮຽນໃຫ້ເດັກນ້ອຍເຂດຊົນນະບົດ ຈົນໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ
- ສສກ ຈັດກິດຈະກຳສະເຫຼີມສະຫຼອງວັນກິລາອາຊຽນ ຄົບຮອບ 59 ປີ ຢ່າງຟົດຟື້ນ
- ກົມການສຶກສາຊັ້ນສູງ ສສກ ປະຊຸມໜ່ວຍວິຊາການຂະແໜງການຍ່ອຍ ການສຶກສາຫຼັງຊັ້ນມັດທະຍົມສຶກສາ ປະຈຳປີ 2026
- “ຄູ ວົງເພັດ ອ່ອນສີມາ” ແມ່ພິມຮຸ່ນໜຸ່ມ ຜູ້ອຸທິດຕົນສິດສອນ ເພື່ອເດັກນ້ອຍລາວ ຈົນໄດ້ຮັບການຍ້ອງຍໍຄູດີເດັ່ນຈາກກະຊວງສຶກສາທິການ ແລະ ກິລາ
- ວລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026
- ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ
