Skip to main content

ສະຫະພັນກິລາພິກເກີບອນລາວ-ຫວຽດນາມ ຫາລືການຮ່ວມມື ກຽມຍົກລະດັບທັກສະນັກກິລາ ກ່ອນເຂົ້າຮ່ວມຊີເກມ ຄັ້ງທີ 34 ທີ່ປະເທດມາເລເຊຍ

13/08/2026
ພາຍຫຼັງທີ່ມີພິທີປະກາດສ້າງຕັ້ງຄະນະບໍລິຫານງານສະຫະພັນກິລາພິກເກີບອນແຫ່ງຊາດລາວ ຂຶ້ນຢ່າງເປັນທາງການ ໃນວັນທີ 30 ກໍລະກົດ 2026 ທີ່ຜ່ານມາ ທາງສະຫະພັນພິກເກີບອນແຫ່ງຊາດລາວ ກໍໄດ້ດຳເນີນຕາມແຜນຍຸດທະສາດການພັດທະນາກິລາພິກເກີບອນລາວທັນທີ ໂດຍໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັບ ສະຫະພັນກິລາພິກເກີບອນແຫ່ງຊາດຫວຽດນາມ ຂຶ້ນທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ສສກ) ເມື່ອວັນທີ 10 ສິງຫາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງ ສສກ ທັງເປັນປະທານສະຫະພັນກິລາພິກເກີບອນແຫ່ງຊາດລາວ ແລະ ທ່ານ ເລ ວັນ ແທັງ ປະທານກຸ່ມບໍລິສັດ ດົງລຶກ ທັງເປັນປະທານສະຫະພັນກິລາພິກເກີບອນແຫ່ງຊາດຫວຽດນາມ, ມີຄະນະບໍລິຫານງານສະຫະພັນກິລາພິກເກີບອນ ແລະ ພະນັກງານທີ່ກ່ຽວຂອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນສະຫະພັນພິກເກີບອນຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ພ້ອມທັງລາຍງານຄວາມຄືບໜ້າໃນການຮ່ວມມືລະຫວ່າງສະຫະພັນພິກເກີບອນລາວ ກັບ ຫວຽດນາມ ໃຫ້ທ່ານຮອງລັດຖະມົນຕີ ສສກ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ຮັບຊາບ ໂດຍກ່ອນໜ້ານີ້ ທາງສະຫະພັນພິກເກີບອນແຫ່ງຊາດລາວ ໄດ້ມີການພົບປະກັບສະຫະພັນພິເກີບອນຫວຽດນາມ ມາແລ້ວ ເຊິ່ງທາງສະຫະພັນພິກເກີບອນແຫ່ງຊາດຫວຽດນາມ ແມ່ນເຫັນດີໃນເບື້ອງຕົ້ນ ຈະຊ່ວຍໃນການພັດທະນາຄູຝຶກ ແລະ ກຳມະການຕັດສິນໃຫ້ແກ່ລາວ, ຊ່ວຍໃນການຝຶກແອບຝຶກຊ້ອມ, ພັດທະນານັກກິລາລາວ ແລະ ຈັດການແຂ່ງຂັນຮ່ວມກັນລະຫວ່າງບັນດາສະໂມສອນໃນລາວ. ນອກນັ້ນ ຍັງຈະໃຫ້ການສະໜັບສະໜັບອຸປະກອນກິລາພິກເກີບອນຕື່ມອີກ. ສ່ວນຝ່າຍລາວ ແມ່ນສະເໜີໃຫ້ຫວຽດນາມ ຊ່ວຍສ້າງສະໜາມກິລາພິກເກີບອນ ຢູ່ໃນບັນດາໂຮງຮຽນຕາມທິດຊີ້ນຳຂອງທ່ານຮອງລັດຖະມົນຕີ ສສກ ທີ່ໄດ້ມີຄຳເຫັນໃນມື້ປະກາດການສ້າງຕັ້ງກິລາພິກເກີບອນລາວ. ແນວໃດກໍຕາມ ໃນການພົບປະຄັ້ງນີ້ ຍັງໄດ້ມີການປຶກສາຫາລືກັນຕື່ມ ກ່ອນຈະກ້າວໄປສູ່ຂັ້ນຕອນການເຊັນສັນຍາຮ່ວມມືກັນຕໍ່ໄປ.
ສ່ວນທ່ານ ເລ ວັນ ແທັງ ໄດ້ກ່າວວ່າ ໃນໄລຍະ 2 ປີມານີ້ ບໍລິສັດ ດົງລຶກ ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງກິລາຊື່ດັງຂອງຫວຽດດນາມ ແມ່ນໄດ້ໃຫ້ການສະໜັບສະໜາມສະຫະພັນກິລາບານເຕະແຫ່ງຊາດລາວ ແລະ ໃນການພົບປະຄັ້ງນີ້ ທາງຝ່າຍຫວຽດນາມ ກໍຍິນດີ ແລະ ພ້ອມໃຫ້ການສະໜັບສະໜູນ ໂດຍອາດຈະແບ່ງເປັນ 2 ເບື້ອງຄື ເບື້ອງສະຫະພັນພິກເກີບອນຫວຽດນາມ ແລະ ໃນນາມກຸ່ມບໍລິສັດດົງລຶກ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້ ໂດຍລວມແມ່ນເຫັນດີຕໍ່ການສະເໜີຂອງທ່ານ ເລ ວັນ ແທັງ ທີ່ຢາກໃຫ້ມີການເຊັນສັນຍາຮ່ວມມືຄືກັນກັບສະຫະພັນກິລາບານເຕະແຫ່ງຊາດລາວ ແຕ່ຂໍໃຫ້ທັງສອງສະພັນພິກເກິີບອນລາວ ແລະ ຫວຽດນາມ ຕ້ອງມີການປຶກສາຫາລືເລື່ອງລາຍລະອຽດກັນຕື່ມ ແລະ ຫວັງຢ່າງຍິ່ງວ່າ ຫວຽດນາມ ຈະໃຫ້ການສະໜັບສະໜູນ ແລະ ພັດທະນານັກກິລາພິກເກີບອນລາວ ໃຫ້ສາມາດໄປເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ຄັ້ງທີ 34 ຈະຈັດຂຶ້ນ ທີ່ປະເທດມາເລເຊຍ ເປັນເຈົ້າພາບ ໃນປີ 2027 ໃຫ້ປະກົດຜົນເປັນຈິງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ