ຄະນະນັກກິລາເທຄວັນໂດ ຈາກ ສ.ເກົາຫຼີ ເຜີຍແຜ່ມູນເຊື້ອສິລະປະປ້ອງກັນຕົວ ຢູ່ ສປປ ລາວ
17/08/2026

ໂຮງຮຽນ ມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ຕ້ອນຮັບຄະນະນັກກິລາເທຄວັນໂດ ຄັງ ແລະ ສະໂມສອນ ຊຸຍຮຸຍໂລ ຈາກເມືອງປູຊານ ສ.ເກົາຫຼີ ເນື່ອງໃນໂອກາດທີ່ໄດ້ມາເຄື່ອນໄຫວ ແລະ ສາທິດວິທີປ້ອງກັນຕົວ ຢູ່ ສປປ ລາວ ເວົ້າສະເພາະແມ່ນເຜີຍແຜ່ມູນເຊື້ອການສະແດງສິລະປະປ້ອງກັນຕົວ ປະເພດກິລາເທຄວັນໂດ ຊຶ່ງເປັນກິລາປະຈຳຊາດຂອງ ສ.ເກົາຫຼີ ໃນວັນທີ 14 ສິງຫາ 2026 ທີ່ ມສ ວຽງຈັນ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການ ມສ ວຽງຈັນ, ມີທ່ານ ຄັງ ເຊິງອອນ ປະທານສະໂມສອນເທຄວັນໂດ ຄັງ, ທ່ານ ແຊ ຊອນອູ ແລະ ທ່ານ ໂອ ຊອນຊ໋ອກ ຜູ້ນຳພາເຍົາວະຊົນສະໂມສອນ ຊຸຍຮຸຍໂລ, ຄະນະອຳນວຍການ ມສ ວຽງຈັນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງຕື່ນເຕັ້ນ ແລະ ເບີກບານມ່ວນຊື່ນ.
ກິດຈະກຳດັ່ງກ່າວ ຈັດຂຶ້ນພາຍໃຕ້ການຊີ້ນຳ ແລະ ອຳນວຍຄວາມສະດວກຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນພິທີທາງຄະນະສະໂມສອນ ຊຸຍຮຸຍໂລ ໄດ້ມີການສະແດງສິລະປະປ້ອງກັນຕົວຂອງກິລາເທຄວັນໂດອັນຕື່ນເຕັ້ນ ແລະ ສວຍງາມ ຈາກນັ້ນ ໄດ້ມີພິທີມອບ-ຮັບອຸປະກອນກິລາ ໃຫ້ແກ່ ມສ ວຽງຈັນ ແລະ ມອບຂອງຂວັນໃຫ້ແກ່ອຳນວຍການໂຮງຮຽນ ມສ ສິນໄຊ ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນດີງາມ ລະຫວ່າງປະຊາຊົນສອງຊາດ ລາວ-ສ.ເກົາຫຼີ ກໍຄື ບັນດາພາກສ່ວນທີ່ກ່ຽວຂ້ອງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

