Skip to main content

ເບ ສະຫວັນ ມອບເຄື່ອງກິລາໃຫ້ ປກສ ນວ ໃນໂອກາດສະຫຼອງວັນສ້າງກຳລັງ ປກສ ຄົບຮອບ 51 ປີ

24/08/2026
ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ມອບເຄື່ອງກິລາ ຈຳນວນ 20 ຊຸດ ສະໜັບສະໜູນ ຄະນະພັກ-ຄະນະນຳ ອ້ອມຂ້າງກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເນື່ອງໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 51 ປີ (26 ສິງຫາ 1975 ຫາ 26 ສິງຫາ 2026)
ພິທີມອບ-ຮັບການສະໜັບສະໜູນເຄື່ອງຄັ້ງນີ້ ຈັດຂຶ້ນ ໃນຕອນແລງວັນທີ 20 ສິງຫາ 2026 ທີ່ເດີ່ນບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍເປັນການກ່າວມອບຂອງທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ, ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ທັງເປັນຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ກ່າວຮັບແມ່ນທ່ານ ພັອ ຈຳປາ ແສງສຸລິຍາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ (ປກສ ນວ), ມີທ່ານ ພູວົງ ວົງຄຳຊາວ ອະດີດຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ແລະ ທ່ານ ພັອ ບຸນສົງ ດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍສະມາຊິກຂອງບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຫຼັງຈາກພິທີມອບ-ຮັບສຳເລັດລົງແລ້ວ ກໍໄດ້ມີການແຂ່ງຂັນກິລາບານເຕະ ນັດພິເສດ ລະຫວ່າງ ລວມທີມຄະນະພັກ-ຄະນະນຳ ອ້ອມຂ້າງກອງບັນຊາການ ປກສ ນວ ພົບກັບ ທີມເພື່ອນການນຳ ນວ ຜ່ານການແຂ່ງຂັນຜົນປະກົດວ່າ ເກມແຂ່ງຂັນດຳເນີນໄປໄດ້ພຽງເຄິ່ງເວທຳອີດ ກໍເປັນຝ່າຍ ທີມ ປກສ ນວ ອອກນຳ ໄປກ່ອນ 3-1 ປະຕູ ແຕ່ຍ້ອນດິນຟ້າອາກາດ ບໍ່ເອື້ອອຳນວຍ ຝົນຕົກ-ຟ້າຮ້ອງ ກຳມະການຕັດສິນຈຶ່ງເປົ່າໝາກຫວີດຢຸດຕິການແຂ່ງຂັນ.
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ