ສູນກາງຊາວໜຸ່ມ ມອບໃບຍ້ອງຍໍ ແລະ ປະດັບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ຄະນະນັກກິລາລາວ ທີ່ສ້າງຜົນງານໄດ້ຢ່າງພົ້ນເດັ່ນ 3 ງານໃຫຍ່ລະດັບພາກພື້ນ ແລະ ສາກົນ
24/08/2026

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ມີການຈັດພິທີມອບ-ຮັບໃບຍ້ອງຍໍ ແລະ ປະດັບຫຼຽນຊາວໜຸ່ມຕະລຸມບອນ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເປັນກຳລັງໃຈໃຫ້ແກ່ ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ທີ່ສ້າງຜົນງານ ແລະ ສ້າງຊື່ສຽງໃຫ້ປະເທດຊາດ ໃນການເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 33, ງານມະຫາກຳກິລາອາຊຽນພາຣາເກມ ຄັ້ງທີ 13 ແລະ ງານມະຫາກຳກິລາບານເຕະນັກສຶກສາ ສາກົນ ຄັ້ງທີ 1 ຂຶ້ນໃນຕອນບ່າຍວັນທີ 20 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ (ຊັ້ນ 3 ຕຶກສົມໄຊ) ສຊປລ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ແລະ ມອບໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ໄດ້ມີການລາຍງານຫຍໍ້ກ່ຽວກັບຜົນສໍາເລັດການເຂົ້າຮ່ວມແຂ່ງຂັນ ງານມະຫາກໍາກິລາຊີມເກມ ຄັ້ງທີ 33, ງານມະຫາກໍາກິລາອາຊຽນພາຣາເກມ ຄັ້ງທີ 13 ທີ່ຣາຊະອານາຈັກໄທ ແລະ ງານມະຫາກໍາກິລານັກສຶກສາ ສາກົນ ຄັ້ງທີ 1 ທີ່ ສສ ຫວຽດນາມ ຈາກຕາງໜ້າກົມກິລາລະດັບສູງ, ໜ້າພະແນກກິລາ-ກາຍຍະກໍາຄົນພິການ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ຕາງໜ້າຈາກກົມການສຶກສາຊັ້ນສູງ. ຈາກນັ້ນ, ທ່ານ ນາງ ບຸນເພັງ ນາດາ ຫົວໜ້າ ກົມຈັດຕັ້ງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການປະດັບຫຼຽນຊາວໜຸ່ມຕະລຸມບອນ ເຊິ່ງເປັນການຍ້ອງຍໍສູງສຸດຂອງຄະນະຊາວໜຸ່ມປະຊາຊົນລາວ ໃຫ້ແກ່ການຈັດຕັ້ງ, ຄະນະນຳພາ, ຄູຝຶກ ແລະ ນັກກິລາ ທີ່ສ້າງຜົນງານດີເດັ່ນໃນ 3 ງານໃຫຍ່ລະດັບພາກພື້ນ ແລະ ສາກົນດັ່ງກ່າວ ຢ່າງສົມກຽດ.
ໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວຍ້ອງຍໍຊົມເຊີຍຕໍ່ ຄະນະນຳ, ຄູຝຶກ ແລະ ນັກກິລາ ໂດຍໃນນາມຕາງໜ້າໃຫ້ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂ້າພະເຈົ້າ ຂໍສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຂໍຍ້ອງຍໍຊົມເຊີຍຢ່າງສູງ ຕໍ່ຄະນະນຳພາ, ຄູຝຶກ, ຄະນະກິລາ ແລະ ນັກກິລາທີມຊາດລາວທຸກທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມອົດທົນ ແລະ ຄວາມສາມາດ ເພື່ອສ້າງຜົນງານ ແລະ ນຳເອົາກຽດສັກສີມາສູ່ປະເທດຊາດ. ທຸກຫຼຽນທີ່ໄດ້ຮັບ, ທຸກໄຊຊະນະທີ່ເກີດຂຶ້ນ ແລະ ທຸກຄັ້ງທີ່ທຸງຊາດລາວໄດ້ປິວສະບັດຢູ່ໃນເວທີສາກົນ ບໍ່ແມ່ນເກີດຈາກຄວາມໂຊກດີ. ມັນເກີດຈາກຫຼາຍປີຂອງການຝຶກຊ້ອມ, ຄວາມອົດທົນ, ວິໄນ, ການເສຍສະຫຼະ ແລະ ຈິດໃຈທີ່ບໍ່ຍອມແພ້. ເບື້ອງຫຼັງຂອງຜົນງານທຸກຢ່າງ ຍັງມີຄວາມທຸ້ມເທຂອງຄູຝຶກ, ຄະນະນຳພາ, ຄອບຄົວ ແລະ ທຸກພາກສ່ວນທີ່ຢູ່ເບື້ອງຫຼັງ. ດັ່ງນັ້ນ ພິທີໃນມື້ນີ້ ບໍ່ແມ່ນພຽງການມອບຫຼຽນ ຫຼື ໃບຍ້ອງຍໍ, ແຕ່ແມ່ນການຮັບຮູ້ຕໍ່ຄວາມພະຍາຍາມ ແລະ ຄຸນຄ່າຂອງຄົນທີ່ຢູ່ເບື້ອງຫຼັງທຸກໄຊຊະນະ.
ພາບ-ຂ່າວ: ບຸນທະວີ ນະວົງສາ
ຂ່າວຫຼ້າສຸດ
- ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ
- ສາລະວັນ ຈະສືບຕໍ່ຜັນຂະຫຍາຍ 3 ນະໂຍບາຍ ແລະ 12 ມາດຕະການ ແກ້ໄຂບັນຫາການປະລະການຮຽນ ໃນສົກຮຽນ 2026-2027
- “ທ່ານ ອຸທັນ ໄຕລິດທິ” ຮັບການແຕ່ງຕັ້ງເປັນຮອງປະທານສະຫະພັນກິລາຍິງປືນແຫ່ງຊາດລາວ ຢ່າງເປັນທາງການ
- ພຽງມື້ທຳອິດ ນັກກິລາຈູຈິດຊູລາວ ຍາດມາໄດ້ແລ້ວ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລາຍການຊີງແຊ້ມອາຊຽນ 2026 ທີ່ປະເທດກຳປູເຈຍ
- “ພູຜາ ຈັນທະວົງ” ໜຶ່ງດຽວເຍົາວະຊົນລາວ ຮ່ວມຝຶກຊ້ອມກັບນັກກິລາເທັນນິດອັນດັບຕົ້ນໆຂອງໂລກ
- ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກປີ 2025-2026 ອັດລົງດ້ວຍຜົນສຳເລັດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ 8 ບັນຫາ ແກ້ໄຂການປະລະການຮຽນ ແລະ ຍົກສູງຄຸນນະພາບການສຶກສາ ໃນໄລຍະໃໝ່
ຂ່າວທີ່ອ່ານຫຼາຍ
- ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ
- ສາລະວັນ ຈະສືບຕໍ່ຜັນຂະຫຍາຍ 3 ນະໂຍບາຍ ແລະ 12 ມາດຕະການ ແກ້ໄຂບັນຫາການປະລະການຮຽນ ໃນສົກຮຽນ 2026-2027
- “ທ່ານ ອຸທັນ ໄຕລິດທິ” ຮັບການແຕ່ງຕັ້ງເປັນຮອງປະທານສະຫະພັນກິລາຍິງປືນແຫ່ງຊາດລາວ ຢ່າງເປັນທາງການ



