ສະຫະພັນກິລາກັອບແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ສະໄໝສາມັນ ສົກປີ 2020-2025
24/08/2026

ສະຫະພັນກິລາກັອບແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ເພື່ອສະຫຼຸບຕີລາຄາຜົນງານການເຄື່ອນໄຫວ ໃນໄລຍະສົກປີ 2020-2025 ແລະ ວາງທິດທາງແຜນດານເຄື່ອນໄຫວຕໍ່ໜ້າ ໃນວັນທີ 20 ສິງຫາ 2026 ທີ່ຫ້ອງປະຊຸມກົມກິລາລະດັບສູງ (ຕຶກເຈົ້າອານຸວົງ) ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ກອງສີ ແສງມະນີ ປະທານສະຫະພັນກິລາກັອບແຫ່ງຊາດລາວ, ມີຄະນະບໍລິຫານງານສະຫະພັນ, ຕາງໜ້າຈາກກົມກິລາລະດັບສູງ, ສະຫະພັນກິລາກັອບແຂວງ, ແຂກຖືກເຊີນ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ໄດ້ມີຈຸດປະສົງສຳຄັນ ເພື່ອສະຫຼຸບຕີລາຄາຜົນງານ ແລະ ການເຄື່ອນໄຫວຂອງສະຫະພັນກິລາກັອບແຫ່ງຊາດລາວ ໃນໄລຍະສົກປີ 2020-2025, ພ້ອມທັງທົບທວນຄືນບັນດາຜົນສຳເລັດ, ຂໍ້ຈຳກັດ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອນຳມາເປັນບົດຮຽນໃນການພັດທະນາກິລາກັອບໃນໄລຍະຕໍ່ໄປ. ກອງປະຊຸມຍັງໄດ້ປຶກສາຫາລື ແລະ ກຳນົດທິດທາງ ແຜນການ ແລະ ແນວທາງການເຄື່ອນໄຫວໃນຕໍ່ໜ້າ ປີ 2026-2030 ໂດຍມຸ່ງເນັ້ນການພັດທະນານັກກິລາ, ການຍົກລະດັບຄູຝຶກ, ການສ້າງຖານນັກກິລາຮຸ່ນໃໝ່ ແລະ ການສົ່ງເສີມກິລາກັອບຂອງລາວໃຫ້ມີການພັດທະນາຢ່າງຕໍ່ເນື່ອງ.
ການຈັດກອງປະຊຸມໃຫຍ່ໃນຄັ້ງນີ້, ຖືເປັນເວທີສຳຄັນໃນການສະຫຼຸບບົດຮຽນຈາກໄລຍະຜ່ານມາ ພ້ອມທັງວາງຮາກຖານສຳລັບການພັດທະນາກິລາກັອບຂອງລາວໃນອະນາຄົດ ໃຫ້ສາມາດກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ ໄດ້ດີຍິ່ງຂຶ້ນ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຄັດເລືອກຄະນະບໍລິຫານງານສະຫະພັນຊຸດໃໝ່ ເພື່ອສືບຕໍ່ຮັບຜິດຊອບນຳພາ ແລະ ບໍລິຫານວຽກງານຂອງສະຫະພັນໃນໄລຍະຕໍ່ໜ້າ. ພາຍຫຼັງການຄັດເລືອກ, ລາຍຊື່ຄະນະບໍລິຫານງານຊຸດໃໝ່ ຈະໄດ້ສະເໜີລາຍງານຕໍ່ຂັ້ນເທິງຕາມລະບຽບການ ແລະ ຈະມີການປະກາດຄະນະຊຸດໃໝ່ຢ່າງເປັນທາງການໃນໄວໆນີ້.
ພາບ-ຂ່າວໂດຍ: ບຸນທະວີ ນະວົງສາ
ຂ່າວຫຼ້າສຸດ
- “ຈິດຕິໄຊ ພົມມະແສງ” ແສງສະຫວ່າງຈາກແນວຫຼັງ ກັບພາລະກິດສ້າງໂຮງຮຽນໃຫ້ເດັກນ້ອຍເຂດຊົນນະບົດ ຈົນໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ
- ສສກ ຈັດກິດຈະກຳສະເຫຼີມສະຫຼອງວັນກິລາອາຊຽນ ຄົບຮອບ 59 ປີ ຢ່າງຟົດຟື້ນ
- ກົມການສຶກສາຊັ້ນສູງ ສສກ ປະຊຸມໜ່ວຍວິຊາການຂະແໜງການຍ່ອຍ ການສຶກສາຫຼັງຊັ້ນມັດທະຍົມສຶກສາ ປະຈຳປີ 2026
- “ຄູ ວົງເພັດ ອ່ອນສີມາ” ແມ່ພິມຮຸ່ນໜຸ່ມ ຜູ້ອຸທິດຕົນສິດສອນ ເພື່ອເດັກນ້ອຍລາວ ຈົນໄດ້ຮັບການຍ້ອງຍໍຄູດີເດັ່ນຈາກກະຊວງສຶກສາທິການ ແລະ ກິລາ
- ວລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026
- ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ

