Skip to main content

ໝາຍເວ ມອບເຄື່ອງນຸ່ງກິລາ 220 ຊຸດ ຊຸກຍູ້ກິດຈະກຳບານເຕະ ມິດຕະພາບ ຊົມເຊີຍວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ

24/08/2026
ວິສາຫະກິດ ສ່ວນບຸກຄົນ ໝາຍເວ ສະປອດແວລາວ ຫຼື My Way Sportswear LAOS ສືບຕໍ່ໃຫ້ການສະໜັບສະໜູນຫຼັກ ດ້ວຍການມອບເຄື່ອງນຸ່ງກິລາ ຈຳນວນ 220 ຊຸດ ມູນຄ່າ 50 ລ້ານກີບ ສົ່ງເສີມກິດຈະກຳການແຂ່ງຂັນກິລາບານເຕະ ມິດຕະພາບ 6 ພາກສ່ວນ ເນື່ອງໃນໂອກາດເປັນການຊົມເຊີຍວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 ຫາ 13 ສິງຫາ 2026) ຈະຈັດຂຶ້ນ ໃນວັນທີ 29 ສິງຫາ 2026ນີ້ ທີ່ເດີ່ນບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.
ພິທີມອບ-ຮັບເສື້ອກິລາໃນຄັ້ງນີ້ ຈັດຂຶ້ນໃນວັນທີ 20 ສິງຫາ 2026 ທີ່ຫ້ອງການ ໝາຍເວ ບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ກ່າວມອບໂດຍທ່ານ ທ່ານ ນາງ ພິດສະໄໝ ເນົາວະຣັງສີ ຜູ້ອຳນວຍການວິສາຫະກິດ ສ່ວນບຸກຄົນ ໝາຍເວ ສະປອດແວລາວ ແລະ ທ່ານ ສຸລິເຍດ ສຸລິຍະມາດ ຮອງຜູ້ອຳນວຍການ ສາຫະກິດ ສ່ວນບຸກຄົນ ໝາຍເວ ສະປອດແວລາວ, ຕາງໜ້າຮັບມີ ທ່ານ ໃສຫຼ້າຄຳ ຂະຫຍອງເອກ ຫົວໜ້າບັນນາທິການຂ່າວເສດຖະກິດ-ການຄ້າ ທັງເປັນຮອງປະທານກຸ່ມນັກຂ່າວສາຍກິລາລາວ ແລະ ທ່ານ ສົງການ ພັນແພງດີ ຫົວໜ້າດ້ານການຄຸ້ມຄອງເຕັກນິກ ແລະ ຖ່າຍພາບ ກິດຈະກໍາກິລາເຕະບານມິດຕະພາບ ຂັ້ນນະຄອນຫຼວງວຽງຈັນ ມີພະນັກງານທີ່ກ່ຽວຂ້ອງຂອງທັງສອງພາກສ່ວນ ເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບກິດຈະກຳການແຂ່ງຂັນກິລາ ບານເຕະ 6 ພາກສ່ວນສາມັກຄີ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 ຫາ 13 ສິງຫາ 2026), ວັນຍຶດອຳນາດແຫ່ງຊາດ (23 ສິງຫາ 2026) ແລະ ພ້ອມກັນຜັນຂະຫຍາຍມະຕິກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ l ໃຫ້ປາກົດຜົນຈິງ ແລະ ເປັນຂະບວນການຟົດຟື້ນ ຈະຈັດຂຶ້ນ ໃນວັນທີ 29 ສິງຫາ 2026 ນີ້ ເຊິ່ງເປັນເຈົ້າພາບ ຈັດງານໂດຍ ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ.
ກິດຈະກຳການແຂ່ງຂັນກິລາ ບານເຕະ 6 ພາກສ່ວນສາມັກຄີມີ ເຂົ້າຮ່ວມປະກອບມີ ທີມການນຳ ນະຄອນຫຼວງວຽງຈັນ, ທີມລວມສື່ມວນຊົນລາວ ອ້ອມຂ້າງສູນກາງ, ທີມບໍລິສັດ ເບຍລາວ ຈຳກັດ, ທີມພະແນກສວຍສາອາກອນ ປະຈຳ ນະຄອນຫຼວງວຽງຈັນ, ທີມວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດແວລາວ ແລະ ທີມກຸ່ມນັກຂ່າວສາຍກິລາລາວ.