“ພູຜາ ຈັນທະວົງ” ໜຶ່ງດຽວເຍົາວະຊົນລາວ ຮ່ວມຝຶກຊ້ອມກັບນັກກິລາເທັນນິດອັນດັບຕົ້ນໆຂອງໂລກ
24/08/2026

ທ້າວ ພູຜາ ຈັນທະວົງ ນັກກິລາເທັນນິດເຍົາວະຊົນ ມື 1 ປະເທດລາວ ຮຸ່ນອາຍຸ 14 ປີ ໄດ້ອອກເດີນທາງໄກຂ້າມທະວີບ ໄປຍົກລະດັບຄວາມຮູ້ຄວາມສາມາດໃນການຝຶກທັກສະກິລາເທັນນິດທີ່ສູນຝຶກກິລາເທັນນິດລະດັບໂລກ ໃນແຄ້ມຂອງ ນາດາວ ນັກກິລາເທັນນິດມືອັນດັບຕົ້ນໆຂອງໂລກ ເປັນເວລາສອງອາທິດ ລະຫວ່າງວັນທີ 16-30 ສິງຫາ 2026 ທີ່ເມືອງມາໂລກາ ປະເທດແອັດສະປາຍ ຫຼື ສະເປນ.
ໃນແຄ້ມຝຶກຊ້ອມດັ່ງກ່າວ ມີນັກກິລາໃນທົ່ວໂລກ ບໍ່ວ່າຈະເປັນມາຈາກອາເມຣິກາ, ຝຣັ່ງ, ອີຕາລີ ແລະ ບັນດາປະເທດໃນຂົງເຂດທະວີບອາຊີ ຮ່ວມຝຶກຊ້ອມ ຊຶ່ງໂຄງການນີ້ ທ່ານ ພອນເພັງ ຈັນທະວົງ ເຈົ້າຂອງສະໂມສອນ ເທັນນິດ ພູຜາ ດອນນົກຂຸ້ມ ຊຶ່ງເປັນຜູ້ປົກຄອງຂອງທ້າວ ພູຜາ ຈັນທະວົງ ໄດ້ໃຊ້ທຶນສ້າງຂຶ້ນມາ ເພື່ອສົ່ງເສີມລູກຊາຍ ກ້າວໄປສູ່ຄວາມໄຝ່ຝັນເປັນຈິງ.
ສຳລັບຜົນງານຂອງທ້າວ ພູພາ ຈັນທະວົງ ໃນວົງການກິລາເທັນນິດ ເຍົາວະຊົນລາວ ແມ່ນສາມາດຄອງເບີ 1 ມາຕັ້ງອາຍຸ 10 ປີ ຈົນມາຮອດປັດຈຸບັນ ກໍຍັງສາມາດຮັກສາເບີ 1 ປະເທດລາວ ໃນຮຸ່ນອາຍຸ 14 ປີ ແລະ ກໍສາມາດກວາດລາງວັນຊະນະເລີດ ຫຼາຍລາຍການ ພາຍໃນປະເທດ ໂດຍສະເພາະລາຍການ ຫຼ້າສຸດ ກໍຍັງສາມາດ ຄວ້າອັນດັບທີ 2 ໃນປະເທດດ່ຽວຊາຍ ຮຸ່ນທົ່ວໄປ ແລະ ແຊ້ມ ຢູ-14 ໃນລາຍການ ເທັນນິດ Capital International Petrol Tennis Cup 2026 ເພື່ອສ້າງຂະບວນການສະຫຼອງວັນເດັກນ້ອຍສາກົນ ປີ 2026 ອີກດ້ວຍ.
ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
