ພຽງມື້ທຳອິດ ນັກກິລາຈູຈິດຊູລາວ ຍາດມາໄດ້ແລ້ວ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລາຍການຊີງແຊ້ມອາຊຽນ 2026 ທີ່ປະເທດກຳປູເຈຍ
24/08/2026

ທັບນັກກິລາຈູຈິດຊູທີມຊາດລາວ ປະເດີມສະໜາມລົງສະໜາມແຂ່ງຂັນໃນມື້ທຳອິດ 21 ສິງຫາ 2026 ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການແຂ່ງຂັນກິລາ ຈູຈິດຊູ ຊີງແຊ້ມອາຊຽນ ປະຈຳປີ 2026 ຈັດຂຶ້ນ ລະຫວ່າງວັນທີ 21-23 ສິງຫາ 2026 ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ.
ການແຂ່ງຂັນກິລາ ຈູຈິດຊູ ຊີງແຊ້ມອາຊຽນ ປະຈຳຈປີ 2026 ມີນັກກິລາໃນຂົງເຂດອາຊຽນເຂົ້າຮ່ວມຊີງໄຊ 8 ຊາດ ບໍ່ມີ 3 ຊາດ ຄື ໄທ, ບຣູໄນ ແລະ ຕີມໍ ເລດເຕ້ ເຂົ້າຮ່ວມແຂ່ງຂັນ ການແຂ່ງຂັນດຳເນີນໃນໄລຍະ 3 ວັນ ມີການຊີງໄຊທັງໝົດ 223 ລາຍການ, ໃນນັ້ນ ທັບນັກກິລາຈູຈິດຊູທີມຊາດລາວ ສົ່ງທັບນັກກິລາເຂົ້າຮ່ວມ 5 ຄົນ ຈາກ 8 ລາຍການ.
ສຳລັບຜົນງານຂອງທັບນັກກິລາຈູຈິດຊູທີມຊາດລາວ ໃນການລົງສະໜາມມື້ທຳອິດ ໃນວັນທີ 21 ສິງຫາ 2026 ຜ່ານມາ ລົງທຳການແຂ່ງຂັນ 5 ລາຍການ ສາມາດຄວ້າໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 3 ຫຼຽນ ໂດຍຜົນງານ 1 ຫຼຽນເງິນ ໄດ້ຈາກ ນາງ ແປງ ແສງມະນີ ຮຸ່ນນ້ຳຫນັກ -57 ກິໂລກຼາມຍິງ ປະເພດຕໍ່ສູ້ ຈິວຈິດຊູ (Jiu-Jitsu) ຫຼື ເນວາຊາ (Ne Waza) ສ່ວນ 2 ຫຼຽນທອງ ໄດ້ຈາກ ນາງ ມາລາ ຈັນທະລັກສາ ຄູ່ກັບ ນາງ ກຸ້ງກິ້ງ ບຸດດາໄຊ ປະເພດ ດູໂອ ຄູ່ຍິງ (Duo Women) ແລະ ປະເພດ ໂຊ ຄູ່ຍິງ (Show Women).
ຂະນະທີ່ ຜົນງານຂອງທ້າວ ຈິນດາວອນ ສີວັນວິໄລ ຮຸ່ນ -69 ກິໂລກຼາມຊາຍ ປະເພດຕໍ່ສູ້ ຈິວຈິດຊູ (Jiu-Jitsu) ຫຼື ເນວາຊາ (Ne Waza) ໄດ້ພຽງອັນດັບທີ 9 ແລະ ທ້າວ ຄຳແກ້ວ ວິໄລພອນ ຮຸ່ນ -62ກິໂລກຼາມຊາຍ ປະເພດຕໍ່ສູ້ ຈິວຈິດຊູ (Jiu-Jitsu) ຫຼື ເນວາຊາ (Ne Waza) ກໍໄດ້ອັນດັບທີ 9 ເຊັ່ນດຽວກັນ. ແນວໃດກໍດີ, ມື້ນີ້ 22 ສິງຫາ 2026 ທັບນັກກິລາຈູຈິດຊູທີມຊາດລາວ ມີຄິວລົງສະໜາມຄັ້ງສຸດທ້າຍ ກໍຍັງມີລຸ້ນຫຼຽນເພີ່ມອີກ 3 ລາຍການ ລາວສູ້…
ຂ່າວໂດຍ ສົງການ ພັນແພງດີ
ພາບຈາກ: ສະຫະພັນຈູຈີດຊູແຫ່ງຊາດລາວ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



