Skip to main content

ສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ

26/08/2026
ພິທີມອບຫຼຽນການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ – ຈີນ ພາຍໃຕ້ຄໍາຂວັນ “ຈີນ-ລາວ ສາມັກຄີກັນ, ປິ່ງປ່ອງເພື່ອກັນ ແລະ ກັນ” ເພື່ອຮ່ວມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ – ຈີນ ໄດ້ຈັດຂຶ້ນໃວັນທີ 23 ສິງຫາ 2026 ຢູ່ທີ່ ສູນການຄ້າ ວຽງຈັນ ເຊັນເຕີ (Vientiane Center) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຮອງປະທານ ແລະ ເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ຮອງປະທານສະຫະພັນກິລາປິ່ງປ່ອງອາຊຽນ, ປະທານກິດຕິມະສັກ, ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ເສິນ ເຊຍຊິນ ປະທານສະພາການຄ້າຈີນ ປະຈຳສປປ ລາວ ແລະ ທ່ານ ນາງ ຫຼີ ສິ ເຈິ່ນ ທີ່ປຶກສາວຽກງານເສດຖະກິດການຄ້າ ສະຖານທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະກຳມະການ, ຜູ້ຕາງໜ້າຈາກພາກສ່ວນທຸລະກິດ ແລະ ນັກກິລາເຂົ້າຮ່ວມຢ່າງຄຶກຄື້ນ.
ການແຂ່ງຂັນດັ່ງກ່າວ, ປະກອບມີ ລາຍການແຂ່ງຂັນ ທີມດ່ຽວຊາຍອາວຸໂສ, ດ່ຽວຍິງອາວຸໂສ, ດ່ຽວຊາຍທົ່ວໄປ, ດ່ຽວຍິງທົ່ວໄປ ແລະ ທິມປະສົມ. ຜ່ານການແຂ່ງຂັນດັ່ງກ່າວ ຜົນປາກົດວ່າ ປະເພດດ່ຽວຍິງ ອາວຸໂສ ລາງວັນທີ 1 ໄດ້ແກ່ ທ່ານ ນາງ ນວນຈັນ ສາວຈັນທະລາ, ລາງວັນທີ 2 ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລາງວັນທີ 3 ຮ່ວມ ທ່ານ ນາງ ມະນີຈັນ ທຳມະວົງ ແລະ ທ່ານ ນາງ ວຽງເງິນ ໄຂຄໍາພິທູນ; ປະເພດດ່ຽວຊາຍ ອາວຸໂສ ລາງວັນທີ 1 ທ່ານ ວັງ ຈຽງ (WAN JIANG), ລາງວັນທີ 2 ທ່ານ ດົງ ເຈຍຖິງ (DONG JIANTING), ລາງວັນທີ 3 ຮ່ວມ ທ່ານ ອາເລັກ ວິໄລ ແລະ ທ່ານ ສູຫຼຽງ; ປະເພດດ່ຽວຊາຍທົ່ວໄປ ລາງວັນທີ 1 ທ່ານ ເບິນ ຫົວ ຕຽນ, ລາງວັນທີ 2 ທ່ານ ສົມພອນໄຊ ເພັງມາດວງຈັກ ແລະ ລາງວັນທີ 3 ຮ່ວມ ທ່ານ ຊູ ຈຸ້ນ ຊິງ ແລະ ທ່ານ ຢາງ ຊິນເພິ່ງ; ປະເພດດ່ຽວຍິງທົ່ວໄປ ລາງວັນທີ 1 ທ່ານ ນາງ ສີສັງວານ ມະນີວົງ, ລາງວັນທີ 2 ທ່ານ ນາງ ເຈີ່ນ ລີ້ ຈຸ້ນ, ລາງວັນທີ 3 ຮ່ວມ ທ່ານ ນາງ ດາວສະຫວັນ ສີພາສຸກ ແລະ ທ່ານ ນາງ ເນັດຕິດາ ວໍລະນວນ; ປະເພດທີມປະສົມ ລາງວັນທີ 1 ບໍລິສັດ ພາໂນມາກ ຈີນ (ZHONG GUO SHANG FEI), ລາງວັນທີ 2 ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ (ICBC), ລາງວັນທີ 3 ຮ່ວມ ບໍລິສັດ ຫົວເຫວີຍ ( HUAWEI) ແລະ ທະນາຄານຮ່ວມມື. ນອກນັ້ນ, ຍັງໄດ້ມອບລາງວັນໃຫ້ແກ່ປະເພດທີມອາວຸໂສທີ່ເຂົ້າຮ່ວມແຂ່ງຂັນອີກດ້ວຍ.
ການຈັດງານແຂ່ງຂັນໃນຄັ້ງນີ້, ບໍ່ພຽງແຕ່ເປັນການສົ່ງເສີມສຸຂະພາບ ແລະ ສີມືທາງດ້ານກິລາປິ່ງປ່ອງເທົ່ານັ້ນ, ແຕ່ຍັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ການແລກປ່ຽນມິດຕະພາບອັນດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ – ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໄປ.
ພາບ-ຂ່າວ: ບົວລະພາ