Skip to main content

ໜ່ວຍພັກຮາກຖານ ກພລ ຕີລາຄາວຽກງານທີ່ພົ້ນເດັ່ນ ພ້ອມຈະສືບຕໍ່ສຸມໃສ່ວຽກງານສຳຄັນຂອງຊາດ ໃຫ້ບັບລຸຜົນສຳເລັດ

26/08/2026
ໜ່ວຍພັກຮາກຖານກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຫຼື ກພລ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມດຳເນີນຊີວິດການເມືອງປະຈຳເດືອນສິງຫາ 2026 ເພື່ອຕີລາຄາຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງວາງທິດທາງແຜນການຈຸດສຸມສຳລັບເດືອນກັນຍາ 2026 ພາຍໃຕ້ການເປັນປະທານໂດຍ ສະຫາຍ ວິລະວັນ ບຸນສຸກໄທ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ ທັງເປັນຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ມີຄະນະບໍລິຫານງານໜ່ວຍພັກຮາກຖານ ກພລ ແລະ ສະມາຊິກສົມບູນ ແລະ ສຳຮອງ ຕະຫຼອດຮອດ 3 ອົງການຈັດຕັ້ງມະຫາເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນິດຕະກອນ ສີປະເສີດ ຄະນະໜ່ວຍພັກຮາກຖານກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຫົວໜ້າພະແນກພະລະສຶກສາ ລາຍງານໃຫ້ຮູ້ວ່າ: ສຳລັບຜົນງານການເຄື່ອນໄຫວທີ່ພົ້ນເດັ່ນປະຈຳເດືອນສິງຫາ 2026 ໜ່ວຍພັກ ກພລ ໄດ້ນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານວິຊາສະເພາະ ຢ່າງມີຈຸດສຸມ ແລະ ມີຜົນງານທີ່ໂດດເດັ່ນຫຼາຍດ້ານ ໂດຍສະເພາະວຽກງານການເມືອງ ແລະ ຈັດຕັ້ງ ຄະນະພັກ ແລະ ສະມາຊິກພັກໄດ້ສຳເລັດການເຂົ້າຮ່ວມເຊື່ອມຊືມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ພ້ອມທັງຈັດຕັ້ງປາຖະກະຖາ ວັນຍຶດອໍານາດທົ່ວປະເທດ ຄົບຮອບ 51 ປີ.
ສ່ວນວຽກງານກິລາ ແລະ ພະລະສຶກສາ ກໍໄດ້ສໍາເລັດການຈັດຝຶກອົບຮົມສ້າງຄວາມເຂັ້ມແຂງວິທີການສອນວິຊາພະລະສຶກສາ ແລະ ກິລາໃນໂຮງຮຽນ ພາຍໃຕ້ແຜນງານກິລາອາຊຽນ ປີ 2026-2030 ທີ່ແຂວງເຊກອງ ມີຜູ້ເຂົ້າຮ່ວມ 52 ສະຫາຍ, ສຳເລັດການຈັດກິດຈະກຳສະຫຼອງວັນກິລາອາຊຽນ (ASEAN Sports Day) ປີ 2026 ທີ່ວິທະຍາໄລພະລະສຶກສາ ມີຜູ້ເຂົ້າຮ່ວມ 315 ສະຫາຍ ແລະ ໄດ້ຕິດຕາມການກະກຽມຄວາມພ້ອມຂອງນັກກິລາ ເພື່ອເຂົ້າຮ່ວມການແຂ່ງຂັນກິລາເອຊຽນພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ ແລະ ກິລາຄົນພິການຫູໜວກ ຊີງແຊ້ມອາຊີ-ປາຊິຟິກ ປີ 2026 ທີ່ປະເທດມາເລເຊຍ. ຂະນະທີ່ ວຽກງານການສຶກສາ ແລະ ວິຊາການ ກໍຍັງໄດ້ຈັດພິທີມອບປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ທີ່ວິທະຍາໄລພະລະສຶກສາ. ສະຫຼຸບຖອດຖອນບົດຮຽນສົກຮຽນ 2025-2026 ພ້ອມທັງຝຶກອົບຮົມວຽກງານ ICT ໃຫ້ແກ່ຄູ-ອາຈານ.
ສະຫາຍ ນິດຕະກອນ ສີປະເສີດ ຍັງໄດ້ລາຍການເຖີງທິດທາງແຜນການຈຸດສຸມ ເດືອນກັນຍາ 2026 ໜ່ວຍພັກຮາກຖານ ໄດ້ວາງວຽກງານຈຸດສຸມທີ່ສຳຄັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ໂດຍຈະຕິດຕາມ ແລະ ຊຸກຍູ້ການກຽມຄວາມພ້ອມຂອງທັບນັກກິລາຄົນພິການທີມຊາດລາວ ທີ່ຈະໄປຮ່ວມການແຂ່ງຂັນໃນເວທີສາກົນ, ກະກຽມຄວາມພ້ອມຮອບດ້ານສຳລັບກອງປະຊຸມວິສາມັນຂອງສະພາກິລານັກຮຽນອາຊຽນ ແລະ ການຕິດຕັ້ງເຄື່ອງອອກກຳລັງກາຍເພື່ອສຸຂະພາບ (Asean Sports Zone) ທີ່ນະຄອນຫຼວງວຽງຈັນ ພ້ອມລົງຕິດຕາມ, ກວດກາ ແລະ ປະເມີນຄືນສະຖານະການສຶກສາປອດຢາເສບຕິດ ຢູ່ແຂວງອຸດົມໄຊ ແລະ ຫຼວງພະບາງ ລແະ ຈະສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນພະນັກງານພາຍໃນກົມ ໃຫ້ສອດຄ່ອງຕາມຕຳແໜ່ງງານທີ່ກຳນົດໄວ້.
ໃນກອງປະຊຸມດຳເນີນຊີວິດການເມືອງ ປະຈຳເດືອນສິງຫາ 2026 ຍັງໄດ້ມີການຜ່ານວາລະການສ່ອງແສງລາຍງານຈາກ 3 ອົງການຈັດຕັ້ງມະຫາຊົນ, ມອບໃບຢັ້ງຢືນກຳມະບານ 5 ເປັນເຈົ້າ ປະຈຳປີ 2026 ພ້ອມທັງປະຕິບັດລະບຽບການເສຍເງິນສະຕິພັກຂອງສະມາຊິກພັກແຕ່ລະສະຫາຍອີກດ້ວຍ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ