Skip to main content

ທັບນັກກິລາດອກປີກໄກ່ລາວ ຊຸດສ້າງຜົນງານ ຄວ້າຫຼຽນຄຳ ຊີງແຊ້ມອາຊຽນ 2026 ຖືກຕ້ອນຮັບຢ່າງອົບອຸ່ນ

26/08/2026
ທັບນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ທີ່ຄວ້າ 1 ຫຼຽນຄຳ 3 ຫຼຽນເງິນ ແລະ 5 ຫຼຽນທອງ ສ້າງຜົນງານຄັ້ງປະຫວັດສາດໜ້າໃໝ່ໃຫ້ວົງການກິລາດອກປີກໄກ່ລາວ ໃນການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມອາຊຽນ ປະຈຳປີ 2026 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໄດ້ເດີນທາງກັບເຖິງບ້ານເກີດ ນະຄອນຫຼວງວຽງຈັນ ພ້ອມຖືກຕ້ອນຮັບຢ່າງອົບອຸ່ນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຕ້ອນຮັບຂອງ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ປອ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງ, ຄອບຄອບ ຍາດພີ່ນ້ອງ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ທີ່ສະໜາມບິນສາກົນວັດໄຕ ໃນຕອນຄໍ່າຂອງວັນທີ 22 ສິງຫາ 2026 ທີ່ຜ່ານມາ
ທ່ານ ດາວເພັດ ເພັດສີລິແສງ ຮອງເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ທັງເປັນຫົວໜ້າຄະນະນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ໃຫ້ສຳພາດວ່າ: ສຳລັບຜົນງານທີ່ພວກເຮົາສາມາດຍາດໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ຄັ້ງນີ້ ພວກເຮົາຍັງບໍ່ສາມາດເຮັດໄດ້ຕາມເປົ້າໝາຍ ໂດຍພວກເຮົາຕັ້ງໄວ້ກ່ອນໄປແມ່ນ 2 ຫຼຽນຄຳ ແລະ ກໍພາດເປົ້າໝາຍໄປໃນປະເພດຄູ່ຊາຍ ແຕ່ກໍເປັນອັນດີທີ່ທ້າວ ໄຊຍະລາດ ສຸກສະຫວັດ ສາມາດສ້າງປະຫວັດສາດຄວ້າຫຼຽນຄຳ ປະເພດດ່ຽວຊາຍ ສຳລັບສິ່ງທີ່ທ້າທາຍຂອງສະຫະພັນພວກເຮົາ ແມ່ນເລື່ອງງົບປະມານ ເພາະນັກກິລາທີ່ເດີນທາງເຂົ້າຮ່ວມແຂ່ງຂັນຄັ້ງນີ້ ຕ້ອງໄດ້ໃຊ້ງົບປະມານຕົນເອງໃນການເດີນທາງ ສະນັ້ນ ພວກເຮົາກໍຕ້ອງຂໍຂອບໃຈເປັນຢ່າງສູງມາຍັງພໍ່ແມ່ນັກກິລາ ແລະ ນັກກິລານະທີ່ນີ້ດ້ວຍ ເພາະປັດຈຸບັນ ທາງສະຫະພັນກໍໄດ້ມີການວາງແຜນ ໃນການລົງທຶນມະຫາສານ ເພື່ອກຽມຄວາມພ້ອມເປັນເຈົ້າພາບ ໃນການຈັດງານກິລາຊີເກມ ໃນປີ 2031 ສະນັ້ນ ຈຶ່ງເຮັດໃຫ້ພວກເຮົາມີງົບປະມານຈຳກັດໃນການສົ່ງນັກກິລາເຂົ້າຮ່ວມ.
ທ່ານ ດາວເພັດ ເພັດສີລິແສງ ໃຫ້ຮູ້ອີກວ່າ: ໃນການເຂົ້າຮ່ວມລາຍການນີ້ ນັກກິລາລາວເຮົາຍັງມີຂໍ້ບົກຜ່ອງຫຼາຍ ສະນັ້ນ ສິ່ງທີ່ຢາກປັບປຸງ ແມ່ນເລື່ອງການຝຶກຊ້ອມຂອງຮ່າງກາຍ ແລະ ແຜນການຕີ ຕ້ອງເລັ່ງປັບປຸງຫຼາຍຈຸດ ຂໍສະແດງຄວາມຊົມເຊີຍມາຍັງສະໂມສອນ ກັບຕັນ ທີ່ໄດ້ຝຶກຊ້ອມນັກກິລາໄດ້ດີຫຼາຍ. ແນວໃດກໍຕາມດີ, ສຳລັບແຜນໃນຕໍ່ໜ້າກໍມີແຜນຈະເຂົ້າຮ່ວມ ເອຊຽນເກມ ທີ່ປະເທດຍີ່ປຸ່ນ ທ້າຍເດືອນກັນຍານີ້ ຈະສົ່ງນັກກິລາປະເພດຄູ່ຊາຍ ທ້າວ ນາມບຸນ ຫຼວງອາມາດ ແລະ ທ້າວ ພອນສັກ ໂຊກທະວີ ນອກນັ້ນ ກໍຍັງຈະຮ່ວມແຂ່ງຂັນມະຫາວິທະຍາໄລໂລກ ທີ່ປະເທດມາເລເຊຍ ຕື່ມອີກ.
ສ່ວນ ທ້າວ ໄຊຍະລາດ ສຸກສະຫວັດ ຮູ້ສຶກພາກພູມໃຈຫຼາຍ ທີ່ສາມາດຄວ້າຫຼຽນຄຳ ຖືເປັນການປົດລັອກໃຫ້ກັບຕົນເອງໄດ້ ດ້ວຍການເອົາຊະນະມືວາງອັນດັບ 1 ຂອງລາຍການຈາກມຽນມາ. ແນວໃດກໍຕາມ, ສຳລັບເປົ້າໝາຍຕໍ່ໄປ ນ້ອງຈະພະຍາຍາມສືບຕໍ່ຝຶກຝົນຕົນເອງໃຫ້ໜັກຂຶ້ນ ເພື່ອຈະພິສິດຄວາມຝັນຄວ້າແຊ້ມດ່ຽວຊາຍ ໃນການແຂ່ງຂັນດອກປີກໄກ່ຊີງແຊ້ມທົ່ວປະເທດ ຄັ້ງທີ XXV ປະຈຳປີ 2026 ຈະເປີດສາກຊີງໄຊທ້າຍເດືອນສິງຫານີ້.
ການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນຊີງແຊ້ມອາຊຽນ ລາຍການ “Southeast Asia Badminton Regional Championships 2026” ທີ່ປະເທດກໍາປູເຈຍ ລະຫວ່າງວັນທີ 15-21 ສິງຫາ 2025 ມີ 7 ປະເທດເຂົ້າຮ່ວມ ປະກອບມີ ຫວຽດນາມ, ລາວ, ມຽນມາ, ບຣູໄນ, ຕີມໍເລດເຕ, ຟີລິບປິນ ແລະ ກໍາປະເຈຍ ເຈົ້າພາບ ເຊິ່ງນັກກິລາເຍົາວະຊົນທີມຊາດລາວ ສາມາດຍາດມາໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ.
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ