ການແຂ່ງຂັນກິລາ ພູ 9 ລູກ ຊີງຂັນປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຄັ້ງທີ I ມີນັກກິລາສີມືດີ 64 ຄົນ ຈາກ 12 ສະໂມສອນ ຮ່ວມຊີງໄຊ
31/08/2026

ໃນຕອນບ່າຍຂອງວັນທີ 26 ສິງຫາ 2026 ທີ່ສະໂມສອນ ວຽງຈັນ ບີລຽດເລົາ (VBL), ສູນການຄ້າ ວຽງຈັນ ເຊັນເຕີ, ນະຄອນຫຼວງວຽງຈັນ, ໄດ້ມີພິທີຖະແຫຼງຂ່າວການຈັດການແຂ່ງຂັນກິລາບີລຽດ ປະເພດອາເມຣິກັນ ພູ 9 ລູກ ຊີງຂັນປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຄັ້ງທີ I ປະຈຳປີ 2026 ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ລິຄິດ ອິນທະວົງ ຮັກສາການປະທານ ສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ແລະ ທ່ານ ໄຊໂກສົນ ຊານຸບານ ປະທານສະໂມສອນ ວຽງຈັນ ບີລຽດເລົາ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ແຂກຖືກເຊີນ, ບັນດາບໍລິສັດຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນ ຢ່າງພ້ອມພຽງ.
ໃນພິທີ, ທ່ານ ລິຄິດ ອິນທະວົງ ໄດ້ກ່າວວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ ເພື່ອຄັດເລືອກເອົານັກກິລາ ປະເພດອາເມຣິກັນ ພູ 9 ລູກ ເປັນຕົວແທນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນລະດັບອາຊີບ ລາຍການ World Nineball Tour Bangkok Open 2026 ທີ່ນະຄອນຫຼວງບາງກອກ, ປະເທດໄທ ໃນລະຫວ່າງວັນທີ 17-21 ພະຈິກ 2026 ນີ້. ທັງເປັນການເຟັ້ນຫານັກກິລາຮຸ່ນສືບທອດ, ທົດສອບເຕັກນິກ, ຍຸດທະວິທີ ແລະ ກົດກະຕິກາໃໝ່ ເພື່ອກະຕຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກິລາ ເອຊຽນອິນດໍເກມ ຄັ້ງທີ 7 ປີ 2026 ທີ່ປະເທດຊາອຸອາຣະບີ ແລະ ງານມະຫາກຳກິລາຊີເກມ ຄັ້ງທີ 34 ປີ 2027 ທີ່ ປະເທດມາເລເຊຍ.
ສຳລັບການແຂ່ງຂັນໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ, ປະກອບມີ ຄະນະນຳ 9 ທ່ານ, ນັກກິລາ 64 ທ່ານ ຈາກ 12 ສະໂມສອນທົ່ວປະເທດ ແລະ ກຳມະການຕັດສິນ 7 ທ່ານ. ງົບປະມານທີ່ນຳໃຊ້ເຂົ້າໃນການຈັດການແຂ່ງຂັນທັງໝົດ 168 ລ້ານກີບ, ເຊິ່ງໄດ້ຮັບການສະໜັບສະໜູນຈາກພາກສ່ວນທຸລະກິດ, ບໍລິສັດ, ຫ້າງຮ້ານ ແລະ ງົບປະມານຂອງສະຫະພັນ.
ຄຽງຄູ່ກັນນັ້ນ, ພາຍໃນງານຍັງໄດ້ມີພິທີເຊັນສັນຍາສະໜັບສະໜູນ ແລະ ແຕ່ງຕັ້ງບຸກຄະລາກອນປະຈຳສະຫະພັນ ເພື່ອຍົກລະດັບຄວາມເຂັ້ມແຂງໃນການບໍລິຫານງານ ເປັນຕົ້ນແມ່ນ ໄດ້ເຊັນສັນຍາກັບ ສະໂມສອນ ວຽງຈັນ ບີລຽດເລົາ (VBL) ໃນການໃຫ້ການສະໜັບສະໜູນອຸປະກອນ, ສະຖານທີ່ ແລະ ເວລາຝຶກຊ້ອມ ເພື່ອເປີດເປັນ “ສູນຝຶກກິລາບີລຽດແຫ່ງຊາດລາວ” ໃນການເຝິກຊ້ອມນັກກິລາທີມຊາດ ແລະ ຮຸ່ນສືບທອດ ມູນຄ່າ 62,600 ໂດລາສະຫະລັດ (ໄລຍະເວລາ 2 ປີ) ແລະ ໄດ້ເຊັນສັນຍາກັບ ສູນການຄ້າ ວຽງຈັນ ເຊັນເຕີ ສະໜັບສະໜູນພື້ນທີ່ຫ້ອງການ ເພື່ອນຳໃຊ້ເປັນສຳນັກງານບໍລິຫານງານຂອງສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ມູນຄ່າ 20,000 ໂດລາສະຫະລັດ/ປີ (ລວມ 3 ປີ ມູນຄ່າ 60,000 ໂດລາສະຫະລັດ) ພ້ອມງົບປະມານບໍລິຫານພາຍໃນຕື່ມອີກ ປີລະ 50 ລ້ານກີບ.
ຂະນະດຽວກັນ, ທ່ານ ໄຊໂກສົນ ຊານຸບານ ໄດ້ສະແດງຄວາມຍິນດີ ແລະ ຢືນຢັນຄວາມພ້ອມທີ່ຈະຮ່ວມມືກັບສະຫະພັນບີລຽດ-ສະນຸເກີແຫ່ງຊາດລາວ ໃນການສ້າງ ແລະ ພັດທະນາສູນຝຶກກິລາບີລຽດແຫ່ງຊາດໃຫ້ມີມາດຕະຖານ, ເພື່ອຍົກລະດັບຝີມືນັກກິລາ, ຄູຝຶກ ແລະ ກຳມະການຕັດສິນຂອງລາວໃຫ້ກ້າວໄປສູ່ເວທີສາກົນຢ່າງແຂງແຮງ.
ໂອກາດນີ້, ທ່ານ ສີຈັນ ຈິດຕະປັນຍາ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ນິມິດໝາຍອັນດີນີ້ ໂດຍທ່ານໄດ້ເນັ້ນໜັກວ່າ: ວົງການກິລາບີລຽດ-ສະນຸກເກີຂອງລາວ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ສ້າງຊື່ສຽງໃຫ້ປະເທດຊາດມາໂດຍຕະຫຼອດ. ເຖິງວ່າໃນງານມະຫາກຳກິລາຊີເກມທີ່ຜ່ານມາ ທີມງານອາດຈະບໍ່ສາມາດຄວ້າຫຼຽນລາງວັນມາໄດ້ຕາມຄາດໝາຍ, ແຕ່ເຊື່ອວ່າການຈັດແຂ່ງຂັນໃນຄັ້ງນີ້ ຈະເປັນບາດກ້າວສຳຄັນໃຫ້ບັນດາສະໂມສອນໄດ້ພັດທະນາສີມືນັກກິລາ ເພື່ອກຽມຊີງຫຼຽນລາງວັນໃນລະດັບພາກພື້ນ ແລະ ສາກົນໃນອະນາຄົດ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງວິໄສທັດການພັດທະນາກິລາຕິດພັນກັບເສດຖະກິດ ແລະ ການທ່ອງທ່ຽວ ໂດຍໄດ້ຊົມເຊີຍການຈັດຕັ້ງສະໂມສອນຢູ່ ສູນການຄ້າ ວຽງຈັນ ເຊັນເຕີ ເຊິ່ງຖືເປັນຖານທີ່ໃນການສ້າງເຍົາວະຊົນ ແລະ ນັກກິລາຜູ້ສືບທອດ. ພ້ອມທັງໄດ້ສະເໜີທິດທາງໃນຕໍ່ໜ້າໃຫ້ສະຫະພັນ ແລະ ສະໂມສອນ ຮ່ວມມືກັບບັນດາໂຮງຮຽນໃກ້ຄຽງ ເພື່ອສ້າງເປັນ “ອາຄາເດມີ” (Academy) ຝຶກຊ້ອມເຍົາວະຊົນໃນໄລຍະວັນເສົາ-ອາທິດ, ໂດຍເປີດໂອກາດໃຫ້ເດັກນ້ອຍໄດ້ໃຊ້ເວລາ 2-3 ຊົ່ວໂມງໃນການຫຼິ້ນກິລາ ໃນຂະນະທີ່ຜູ້ປົກຄອງມາໃຊ້ບໍລິການ ແລະ ທ່ອງທ່ຽວຢູ່ສູນການຄ້າ, ເຊິ່ງຖືເປັນໂມເດວການພັດທະນາກິລາມວນຊົນທີ່ທັນສະໄໝ.
ໃນພິທີອັນມີຄວາມໝາຍສຳຄັນໃນຄັ້ງນີ້, ຍັງມີບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ໄດ້ມອບເງິນ ແລະ ອຸປະກອນ ເພື່ອສະໜັບສະໜູນການແຂ່ງຂັນໃນຄັ້ງນີ້ ລວມມູນຄ່າ 225 ລ້ານກີບ ແລະ 122,600 ໂດລາສະຫະລັດ. ໃນໂອກາດດຽວກັນ, ເພື່ອສະແດງຄວາມຮູ້ບຸນຄຸນ, ທາງສະຫະພັນກິລາ ບີລຽດ-ສະນຸກເກີແຫ່ງຊາດລາວ ຍັງໄດ້ມອບໃບຍ້ອງຍໍ ໃຫ້ກັບຜູ້ໃຫ້ການສະໜັບສະໜູນຕື່ມອີກ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




