Skip to main content

ທີມດານັງ ຄວ້າແຊ້ມເປຕັງ ຊີງຂັນປະທານສະຫາພັນກິລາເປຕັງແຂວງຈຳປາສັກ

01/09/2026
ໃນວັນທີ 29 ສິງຫາ 2026 ຢູ່ທີ່ສະໜາມກິລາເປຕັງແຂວງຈຳປາສັກ, ໄດ້ມີການຈັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສະຫາພັນກິລາເປຕັງແຂວງຈຳປາສັກ ຢ່າງເປັນທາງການ ໂດຍມີນັກກິລາເຂົ້າຮ່ວມການຊີງໄຊທັງໝົດ 42 ທີມ ເຊິ່ງບັນຍາກາດເປັນໄປຢ່າງຟົດຟື້ນ, ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີ ມິດຕະພາບ.
ການຈັດການແຂ່ງຂັນໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ ໂດຍສະເພາະແມ່ນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 81 ປີ. ນອກຈາກນີ້, ຍັງເປັນການສ້າງບັນຍາກາດເບີກບານມ່ວນຊື່ນ ເພື່ອກຽມຕ້ອນຮັບມື້ໄຂສົກຮຽນໃໝ່ ສົກຮຽນ 2026-2027 ໃນວັນທີ 1 ກັນຍາ 2026 ທີ່ຈະມາເຖິງນີ້ອີກດ້ວຍ.
ຜ່ານການແຂ່ງຂັນຢ່າງດຸເດືອດ ແລະ ເຕັມໄປດ້ວຍໄຫວພິບຂອງບັນດານັກກິລາ, ຜົນການແຂ່ງຂັນປາກົດວ່າ: ອັນດັບທີ 1 (ຊະນະເລີດ) ທີມເປຕັງດານັງ ຄວ້າຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 10,000,000 ກີບ, ອັນດັບທີ 2 ທີມເມືອງເລົ່າງາມ ແຂວງສາລະວັນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 6,000,000 ກີບ ແລະ ອັນດັບທີ 3 (ຮ່ວມ) ທີມສະໂມສອນອົງສ້ອຍ ແລະ ທີມສະໂມສອນເທີລູກເທບ ຮັບເງິນສົດທີມລະ 2,000,000 ກີບ.
ການແຂ່ງຂັນຄັ້ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມທັກສະດ້ານກິລາເປຕັງເທົ່ານັ້ນ ແຕ່ຍັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ມິດຕະພາບລະຫວ່າງນັກກິລາຂອງສະໂມສອນ ແລະ ທ້ອງຖິ່ນອີກດ້ວຍ.