ກວດສຸຂະພາບ, ສະມັດຕະພາບຮ່າງກາຍ, ແນະນຳກ່ຽວກັບຈິດຕະວິທະຍາການກິລາ ແລະ ໂພຊະນາການ ໃຫ້ແກ່ນັກກິລາທີມຊາດລາວ ກຽມລຸຍ ເອຊຽນ ເກມ!
01/09/2026

ເມື່ອວັນທີ 27 ສິງຫາ 2026 ທີ່ຜ່ານມາ, ສະຖາບັນກິລາ-ກາຍຍະກຳ ຮ່ວມກັບ ກົມກິລາລະດັບສູງ ໄດ້ຈັດຕັ້ງການກວດສຸຂະພາບ, ສະມັດຕະພາບຮ່າງກາຍ, ແນະນຳກ່ຽວກັບຈິດຕະວິທະຍາການກິລາ ແລະ ໂພຊະນາການ ໃຫ້ແກ່ນັກກິລາທີມຊາດລາວ ທີ່ກຳລັງເກັບຕົວຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ-ນາໂກຢາ ປະເທດຍີ່ປຸ່ນ ປີ 2026.
ການກວດສຸຂະພາບຄັ້ງນີ້ ເປັນຮອບທີ 2 ແລ້ວ ໂດຍມີຈຸດປະສົງ ເພື່ອເປັນການທົດສອບ ແລະ ປະເມີນ ກ່ຽວກັບ ສຸຂະພາບ, ສະມັດຕະພາບຮ່າງກາຍ, ສະມັດຕະພາບທາງຈິດໃຈ ແລະ ແນະນຳກ່ຽວກັບໂພຊະການອາຫານ ໃຫ້ແກ່ນັກກິລາທີມຊາດລາວ ເພື່ອນຳເອົາຜົນການທົດສອບແຕ່ລະດ້ານມາປະເມີນຫາຈຸດແຂງ, ຈຸດອ່ອນ ແລະ ຫາວິທີປັບປຸງແກ້ໄຂ ແລ້ວນຳມາວິເຄາະສ້າງແຜນການຝຶກຊ້ອມຮ່ວມກັບຄູຝຶກທີມຊາດ ໃຫ້ມີປະສິດທິພາບເພີ່ມຂຶ້ນ ເພື່ອພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນ ກິລາເອຊຽນເກມ ໃນທ້າຍ ເດືອນ ກັນຍາ ທີ່ຈະມາເຖິງນີ້.
ພາບ-ຂ່າວ: ນ້ຳສອງສີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
