ຟັນດາບລາວ ຄວ້າແຊ໋ມ ກ່ອນລຸຍ ເອຊຽນ ເກມ ທີ່ຍີ່ປຸ່ນ
02/09/2026

“ທ້າວ ໄຊຊະນະ ກ່ອງຕິນ ໄຊຊະນະ ຈ໋ອບຟອຍ”, ນັກກິລາຟັນດາບທີມຊາດລາວ, ຄວ້າແຊ້ມການແຂ່ງຂັນຟັນດາບປະເພດທີມ ໃນລາຍການ “BUCS FENCING SK Telecom One Series Nine Cities Grand Prix 2026” ຊຶ່ງຈັດຂຶ້ນ ທີ່ເມຶອງ ອິນຊອນ, ປະເທດ ສາທາລະນະລັດ ເກົາຫລີ ໃນເດືອນພຶດສະພາ 2026 ທີ່ຜ່ານມາ.
ອີງຕາມຂໍ້ມູນຈາກທ່ານ ລິຄິດ ອິນທະວົງ, ເລຂາທິການສະຫະພັນຟັນດາບແຫ່ງຊາດລາວ, ໃຫ້ຮູ້ວ່າ ສະຫະພັນໄດ້ສົ່ງນັກກິລາຟັນດາບທີມຊາດໜຶ່ງດຽວຂອງລາວ ເຂົ້າຮ່ວມການແຂ່ງຂັນຟັນດາບຊີງແຊ໋ມ “BUCS FENCING SK Telecom One Series Nine Cities Grand Prix 2026” ເຊິ່ງເປັນການແຂ່ງຂັນສະເພາະນັກກິລາລະດັບ ມະຫາວິທະຍາໄລທົ່ວໂລກ ໂດຍມີ 44 ປະເທດເຂົ້າຮ່ວມ. ໃນນັ້ນ ນັກກິລາລາວເຮາສາມາດຍາດໃດ້ແຊ໋ມ ໃນປະເພດເຊເບີ້ບຸກຄົນດຽວຊາຍ (Man Sabre Individual Single) ແລະ ປະເພດເຊເບີ້ ທີມລວມດາລາມະຫາວິທະຍາໄລ (All Star University team Sabre Individual) ມາຄອງ.
ນັບເປັນນິມິດໝາຍ ແລະ ຂວັນກຳລັງໃຈທີ່ດີສຳລັບນັກກິລາຟັນດາບໜຶ່ງດຽວທີມຊາດລາວ ທີ່ກຳລັງຈະກຽມເຂົ້າຮ່ວມເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ-ນາໂກຢາ ລະຫວ່າງ ວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ນີ້.
ສຳລັບກິລາຟັນດາບລາວ ເຊິ່ງເປັນໜຶ່ງໃນ 16 ປະເພດກິລາ ທີ່ຈະເຂົ້າຮ່ວມເອຊຽນ ເກມ ປະກອບມີ: ທ່ານ ລິຄິດ ອິນທະວົງ, ເລຂາທິການສະຫະພັນ ທັງເປັນຫົວໜ້າຄະນະ; 2. ທ່ານ ນາງ ສະຫວັນດາຣາ ອາເຣນລາໂນ, ຄູຝຶກ ແລະ ທ້າວ ໄຊຊະນະ ກ່ອງຕິນ ໄຊຊະນະ ຈ໋ອບຟອຍ.
ພາບ: ສະຫະພັນຟັນດາບແຫ່ງຊາດລາວ
ຂ່າວ: S2K
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

