Skip to main content

ສ່ວຍສາອາກອນ ນວ ຄອງແຊ໋ມເຕະບານ ມິດຕະພາບ ສະຫຼອງວັນສໍາຄັນຕ່າງຂອງຊາດ

02/09/2026
ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ຫຼື ນວ ຈັດກິດຈະກຳການແຂ່ງຂັນກິລາເຕະບານ ມິດຕະພາບ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ຂອງພັກ ຂຶ້ນໃນວັນທີ 29 ສິງຫາ 2026 ທີ່ເດີ່ນບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄໍາສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ, ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາສະຫາຍຄະນະພັກ, ຄະນະນໍາຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ຕາງໜ້າບໍລິສັດ ເບຍລາວ ຈໍາກັດ, ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດແວລາວ, ສ່ວນອາກອນ ປະຈຳ ນວ ແລະ ບັນດານັກກິລາ ຕະຫຼອດຮອດພະນັກງານວິຊາການ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນວ ກ່າວວ່າ: ຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນສື່ມວນຊົນ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026), ວັນປະກາດເອກະລາດຄົບຮອບ 81 ປີ (23 ສິງຫາ 1945-23 ສິງຫາ 2026) ແລະ ວັນລັດຖະທໍາມະນູນ ຄົບຮອບ 35 ປີ (15 ສິງຫາ1991-2026) ພິເສດແມ່ນເປັນການສະເຫຼີມສະຫຼອງຜົນສະເລັດໃນການເຊື່ອມຊຶມ ເຜີຍແຜ່ ຜັນຂະຫຍາຍຜົນ ສຳເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານພັກ ອົງການປົກຄອງ ນະຄອນຫຼວງວຽງຈັນ ແລະ ແຜນພັດທະນາເສດຖະກິດ-ສັັງຄົມ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ.
ກິດຈະກຳຄັ້ງນີ້ ປະກອບມີ 6 ພາກສ່ວນເຂົ້າຮ່ວມຄື: ທີມບໍລິສັດ ເບຍລາວ ຈໍາກັດ ວິສາຫະກິດ ສ່ວນບຸກຄົນ ໝາຍເວ ສະປອດແວລາວ, ສ່ວຍສາ ອາກອນ ນວ ແລະ ກຸ່ມນັກຂ່າວສາຍກິລາລາວ ພິເສດ ມີຄູ່ກິດຕິ ມະສັກ ລະຫວ່າງ ທີມການນໍາ ນວ ພົບກັບ ທີມລວມສື່ມວນຊົນອ້ອມຂ້າງສູນກາງ
ຜ່ານການແຂ່ງຂັນເຕະບານ 4 ທີມ ຜົນປາກົດວ່າ: ນັດຊີງຊະນະເລີດ ທີມສ່ວຍ ສາອາກອນ ນວ ຊະນະ ກຸ່ມນັກຂ່າວສາຍກິລາລາວ ໄປແບບຫວຸດຫວິດ 2-1 ປະຕູ ສ່ວນອັນດັບທີ 3 ເປັນຂອງທີມວິສາຫະກິດສ່ວນບຸກຄົນ ໝາຍເວ ແລະ ອັນດັບທີ 4 ທີມບໍລິສັດ ເບຍລາວ
ຂະນະທີ່ຄູ່ກິດຕິມະສັກ ເປັນຝ່າຍທີມການນໍາ ນວ ເອົາຊະນະ ທີມລວມສື່ມວນຊົນສູນກາງ 7-5 ປະຕູ.
ກິດຈະກຳດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກພາກສ່ວນຕ່າງໆ ປະກອບມີ ວິສາຫະກິດສ່ວນບຸກຄົນ ໝາຍເວ ເປັນເຄື່ອງກິລາຈໍານວນ 220 ກວ່າຊຸດ ລວມມູນຄ່າ 50 ລ້ານກວ່າກີບ, ສ່ວຍສາອາກອນ ປະຈຳ ນວ 20 ລ້ານກີບ ບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດ ອຸປະຖໍານໍ້າດື່ມ+ເດີ່ນບານເຕະ ມູນຄ່າ 15 ລ້າານກີບ, ບໍລິສັດ ເບຍລາວ ຈຳກັດ ໃຫ້ຜະລິດຕະພັນເຄື່ອງດື່ມ ມູນຄ່າ 10 ລ່ານດີບ ແລະ ພາກສ່ວນອື່ນໆ ອີກຈໍານວນໜຶ່ງ.
ຂ່າວໂດຍ ສົງການ ພັນແພງດີ