ການແຂ່ງຂັນກິລາ ວຽງຈັນ ໂອເພັນ ຄາຣາເຕໂດ ແຊ້ມປ້ຽນຊິບ 2026
02/09/2026

ການແຂ່ງຂັນດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ສິງຫາ 2026 ທີ່ສູນການຄ້າ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ຕາງໜ້າຈາກຄະນະກຳມະການໂອແລມປິກ ແຫ່ງຊາດລາວ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອສົ່ງເສີມໃຫ້ນັກກິລາ ໄດ້ທົດສອບເຕັກນິກ, ທັກສະຄວາມສາມາດ ເພື່ອຍົກລະດັບ ແລະ ພັດທະນາຝີມື, ທັງໄດ້ແລກປ່ຽນບົດຮຽນ, ປະສົບການ, ແລກປ່ຽນວັດທະນະທຳເຊິ່ງກັນ ແລະ ກັນ. ນອກຈາກນີ້, ກໍເພື່ອໃຫ້ອະນຸຊົນ, ເຍົາວະຊົນ, ໄວໜຸ່ມ ຫັນມາຫຼິ້ນກິລາໃຫ້ຫຼາຍຂຶ້ນ ເພື່ອຫ່າງໄກຈາກສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
ການແຂ່ງຂັນເທື່ອນີ້ ມີນັກກິລາເຂົ້າຮ່ວມ 143 ຄົນ (ຍິງ 58 ຄົນ) ທີ່ມາຈາກ 4 ປະເທດ ຄື: ສປປ ລາວ (ເຈົ້າພາບ): ມີ 5 ສະໂມສອນ ເຂົ້າຮ່ວມ, ຫວຽດນາມ ມີ 1 ສະໂມສອນ ເຂົ້າຮ່ວມ, ໄທ ມີ 4 ສະໂມສອນ ເຂົ້າຮ່ວມ ແລະ ປະເທດກຳປູເຈຍ ມີ 2 ສະໂມສອນ ເຂົ້າຮ່ວມ.
ແຂ່ງຂັນທັງໝົດ 66 ລາຍການ ໃນ 8 ຮຸ່ນ ຄື: ຮຸ່ນ U6 ປີ, 8 ປີ, 10 ປີ, 12 ປີ, 14 ປີ, ຮຸ່ນ Cadet, Junior ແລະ Senior. ແຂ່ງຂັນ 2 ປະເພດ ຄື: ປະເພດຟ້ອນ (ຄາຕະ) ແລະ ປະເພດຕໍ່ສູ້ (ຄູມິເຕ້), ເຊິ່ງມີທັງ ປະເພດດ່ຽວຍິງ, ດ່ຽວຊາຍ, ທີມຍິງ ແລະ ທີມຊາຍ.
ຂ່າວໂດຍ: ບົວລະພາ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
