ເປີດແຂ່ງຂັນ ເທຄວັນໂດ ຊີງແຊ້ມປະເທດລາວ ຄັ້ງທີ 10 ປະຈຳປີ 2026 ມີຊີງໄຊ 135 ລາຍການ
07/09/2026

ເປີດການແຂ່ງຂັນເທຄວັນໂດ ຊີງແຊ້ມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026 ໃນວັນທີ 5 ກັນຍາ 2026 ທີ່ສູນການຄ້າ ພາກຊັນ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ອີຈອງເຮີບ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ແລະ ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ສະຫະພັນແຂວງ/ນະຄອນຫຼວງ ແລະ ບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມ.
ການແຂ່ງຂັນເທຄວັນໂດ ຊີງແຊ້ມປະເທດລາວ ປີນີ້ ມີນັກກິລາຫຼາຍກວ່າ 450 ຄົນ ຈາກ 20 ກວ່າພາກສ່ວນ ທີ່ມາຈາກໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ມີການຊີງໄຊ 135 ລາຍການ ຈາກປະເພດຕໍ່ສູ້ປ້ອງກັນຕົວ, ປະເພດຟ້ອນ ແລະ ປະເພດປະກອບອຸປະກອນ ຂະນະທີ່ຜົນງານເຄື່ອນໄຫວນັກກິລາສະໂມສອນໃດຈະສາມາດກວາດຫຼຽນຄຳ ແລະ ຂັນຊະນະເລີດ ລາຍການດັ່ງກ່າວ ໄດ້ຫຼາຍທີ່ສຸດ ຈະຂໍລາຍງານໃຫ້ທ່ານຊາບຕື່ມອີກ.
ການແຂ່ງຂັນກິລາເທຄວັນໂດໃນຄັ້ງນີ້ ແມ່ນຈະດຳເນີນເປັນເວລາ 2 ວັນ ລະຫວ່າງວັນທີ 5-6 ກັນຍາ 2026 ຈຶ່ງຈະສຳເລັດ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



