Skip to main content

ສປປ ລາວ ສະເໜີຈະສົ່ງ 12 ປະເພດຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ປະເທດມາເລເຊຍ

14/09/2026
ຄະນະຜູ້ແທນຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນກິລາຄົນພິການອາຊຽນ (ASEAN Para Sports Federation – APSF Board of Governors Meeting) ຈັດຂຶ້ນລະຫວ່າງວັນທີ 7–11 ກັນຍາ 2026 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ.
ທ່ານ ລັດຖະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໄດ້ລາຍງານໃຫ້ຮູ້ວ່າ: ໃນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຖືເປັນພາລະກິດ ສຳຄັນໃນການຮ່ວມມື ແລະ ປຶກສາຫາລືກ່ຽວກັບທິດທາງການພັດທະນາກິລາຄົນພິການໃນພາກພື້ນອາຊຽນ, ພ້ອມທັງເປັນການກະກຽມຄວາມພ້ອມດ້ານຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານກິລາຄົນພິການຂອງ ສປປ ລາວ ໃນເວທີສາກົນ. ຕາມແຜນງານຂອງກອງປະຊຸມ, ຄະນະຜູ້ແທນລະດັບສູງຈະໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ (APSF Board of Governors Meeting) ແລະ ກິດຈະກຳແລກປ່ຽນຕ່າງໆ ທີ່ທາງປະເທດມາເລເຊຍ ໄດ້ຈັດຂຶ້ນ.
ຫຼັງຈາກງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 13 ສິ້ນສຸດລົງ, ສະຫະພັນກິລາຄົນພິການອາຊຽນ (APSF) ກໍຄືປະເທດເຈົ້າພາບໄດ້ວາງແຜນຈະຈັດງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ ນະຄອນຫຼວງ ກົວລາລໍາເປີ ປະເທດ ມາເລເຊຍ, ໄດ້ສະເໜີໃຫ້ບັນດາປະເທດສະມາຊິກຄົນພິການອາຊຽນ ແຈ້ງເຈດຈຳນົງສະເໜີຈຳນວນປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໃຫ້ເຈົ້າພາບໃນເບື້້ອງຕົ້ນ.
ສຳລັບ ສປປລາວ ເຮົາສະເໜີ 12 ປະເພດກິລາຄົນພິການຮ່ວມຊີງໄຊ ຄື: ແລ່ນ-ລານ, ລອຍນໍ້າ, ຍົກນ້ຳໜັກ, ບ໋ອດເຊຍ, ໂກນບານ(ຍິງ), ບານເຕະຄົນພິການຕາ (ຊາຍ), ບານບ້ວງລໍ້ເລື່ອນ(ຍິງ), ລົດຖີບ, ດອກປີກໄກ່, ຟັນດາບ, ເທັນນິດ ແລະ ຍິງປືນ.
ຂ່າວໂດຍ ສົງການ ພັນແພງດີ