Skip to main content

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນ ເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

14/09/2026
ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເປີດກອງປະຊຸມປະຖົມນິເທດ ເຜີຍແຜ່ຂໍ້ມູນການເດີນທາງ ໃຫ້ແກ່ ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມ ໄປສູ້ເສິກໃນງານມະຫາກຳກິລາ ທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 19 ກັນຍາ ຫາ 4 ຕຸລາ 2026 ນີ້.
ພິທີດັ່ງກ່າວ ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 9 ກັນຍາ 2026, ທີ່ຫ້ອງປະຊຸມໃຫຍ່ (ຫ້ອງ 312) ຕຶກເຈົ້າອານຸວົງ ກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັຍສູງ ກະຊວງ ສສກ ທັງເປັນຫົວໜ້າຄະນະນັກກິລາລາວ.
ໃນພິທີ, ທີ່ປະຊຸມໄດ້ຮັບຟັງການລາຍງານຂອງທ່ານ ບຸນຍະແສງ ນະຊຽງຄຳ ຫົວໜ້າພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ ກົມກິລາລະດັບສູງ ທັງເປັນຮອງຫົວໜ້າຄະນະນັກກິລາລາວ ກ່ຽວກັບການແນະນຳລະອຽດເລື່ອງຂອງລະບຽບການເຂົ້າຮ່ວມ, ຕາຕະລາງການເດີນທາງຂອງແຕ່ລະປະເພດກິລາ, ລະບຽບການດ້ານການກວດຄົນເຂົ້າເມືອງ (ການໃຊ້ບັດ AD Card / Pre-validated Cards), ຂໍ້ກຳນົດກ່ຽວກັບສະຖານທີ່ພັກເຊົາ (Villas, Cruise Ship, ແລະ ໂຮງແຮມ), ການບໍລິການອາຫານການກິນ, ລວມທັງມາດຕະການຄວາມປອດໄພ ແລະ ຂໍ້ຫ້າມຕ່າງໆຕາມລະບຽບການຂອງປະເທດເຈົ້າພາບ.
ໂອກາດນີ້, ທ່ານ ສີຈັນ ຈິດຕະປັນຍາ ໄດ້ ໃຫ້ທິດຊີ້ນຳໂດຍເນັ້ນໜັກໃຫ້ຄະນະນຳ, ຄູຝຶກ ແລະ ນັກກິລາທຸກທ່ານ ຍົກສູງຄວາມຮັບຜິດຊອບທາງການເມືອງ, ຮັກສາລະບຽບວິໄນຢ່າງເຂັ້ມງວດ, ເອົາໃຈໃສ່ຮັກສາສຸຂະພາບ ແລະ ຄວາມປອດໄພໃນລະຫວ່າງການເດີນທາງ ພ້ອມທັງ ຕັ້ງໜ້າຝຶກຊ້ອມ ແລະ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມ ພາກພຽນ ຕາງໜ້າໃຫ້ປະເທດຊາດ ເພື່ອສ້າງຜົນງານ ແລະ ຍາດແຍ່ງ ເອົາໄຊຊະນະມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມພາກພູມໃຈ.
ພາຍໃນພິທີດັ່ງກ່າວ, ຍັງມີການ ມອບບັດ AD Card (Accreditation Card) ໃຫ້ແກ່ຄະນະນັກກິລາທີມຊາດລາວ ພ້ອມທັງເປີດໂອກາດໃຫ້ພາກສ່ວນກ່ຽວຂ້ອງໄດ້ປຶກສາຫາລື ແລະ ປະສານງານວຽກງານຈຸດສຸມຕ່າງໆ ເພື່ອຮັບປະກັນໃຫ້ການເຄື່ອນໄຫວເຂົ້າຮ່ວມການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ດຳເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ໃນການເຂົ້າຮ່ວມງານກິລາ ເອຊຽນເກມ ຄັ້ງທີ 20 ມີທັງໝົດ 15 ປະເພດກິລາ ຄື: ວູຊູ, ກະຕໍ້, ມວຍສາກົນ, ຈູຈິດຊູ, ກາຣາເຕໂດ, ລອຍນໍ້າ, ແລ່ນ-ລານ, ຍີມນາສະຕິກ, ຊັອບເທັນນິດ, ປິ່ງປ່ອງ, ດອກປີກໄກ່, ເທັກບອນ, ຟັນດາບ, ອີ-ສະປອດ ແລະ ເທຄວັນໂດ.
ຂ່າວໂດຍ ສົງການ ພັນແພງດີ