Skip to main content

ສສກ ເລັ່ງກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນ ແລະ ແຜນຮັບນັກສຶກສາຄູ ໃນສົກຮຽນ 2026-2027

14/09/2026
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເປີດກອງປະຊຸມອະນຸກຳມະການວິຊາການ ມະຫາວິທະຍາໄລສ້າງຄູແຫ່ງຊາດ ເພື່ອເລັ່ງກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນ ແລະ ແຜນຮັບນັກສຶກສາ ໃນສົກຮຽນ 2026-2027 ແນໃສ່ວາງຮາກຖານອັນໜັກແໜ້ນທາງດ້ານວິຊາການ ເພື່ອຮັບປະກັນໃຫ້ການກະກຽມດ້ານຫຼັກສູດ, ບຸກຄະລາກອນ ແລະ ການຈັດຕັ້ງການສອບເສັງ-ຮັບນັກສຶກສາ ດຳເນີນໄປຢ່າງມີປະສິດທິພາບສູງ ແລະ ພ້ອມປະຕິບັດໜ້າທີ່ໃນສົກຮຽນ 2026-2027 ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມອະນຸກຳມະການວິຊາການ ເພື່ອກະກຽມຄວາມພ້ອມທາງດ້ານຫຼັກສູດ, ບຸກຄະລາກອນຄູສອນ ແລະ ແຜນຮັບນັກສຶກສາ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຂຶ້ນໃນຕອນເຊົ້າວັນທີ 10 ກັນຍາ 2026 ທີ່ຫ້ອງປະຊຸມວິທະຍາໄລຄູດົງຄຳຊ້າງ ພາຍໃຕ້ການເປັນປະທານ ຂອງທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ, ທັງເປັນຫົວໜ້າອະນຸກຳມະການວິຊາການ, ມີບັນດາຄະນະອະນຸກຳມະການວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນ ເພື່ອເປັນການປຶກສາຫາລື, ວິເຄາະສະພາບຄວາມພ້ອມດ້ານຫຼັກສູດ ແລະ ຄູສອນ, ພ້ອມທັງພິຈາລະນາຮັບຮອງແຜນການຄັດເລືອກ ແລະ ຮັບນັກສຶກສາເຂົ້າຮຽນ ເພື່ອກະກຽມຄວາມພ້ອມຮອບດ້ານສຳລັບການຈັດຕັ້ງການຮຽນ-ການສອນ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ໃນສົກຮຽນ 2026-2027 ທີ່ຈະໄຂຂຶ້ນຢ່າງເປັນທາງການໃນຕົ້ນເດືອນຕຸລາ 2026ນີ້.
ກອງປະຊຸມດຳເນີນເປັນເວລາ 3 ວັນແຕ່ວັນທີ 10 ຫາ 12 ກັນຍາ 2026, ເຊິ່ງໃນມື້ທຳອິດ (10 ກັນຍາ) ໄດ້ສຸມໃສ່ການລາຍງານຄວາມຄືບໜ້າຂອງອະນຸກຳມະການວິຊາການ, ພ້ອມທັງປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບວິທີການຄັດເລືອກ ແລະ ການລົງທະບຽນຮັບນັກສຶກສາເຂົ້າຮຽນໃນແຕ່ລະສາຂາວິຊາ ໃຫ້ສອດຄ່ອງຕາມແຜນຄວາມຕ້ອງການກໍ່ສ້າງຄູ.
ສ່ວນໃນມື້ທີ 2 ແລະ ມື້ທີ 3 ຂອງກອງປະຊຸມ ລະຫວ່າງວັນທີ 11-12 ກັນຍາ 2026, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະໄດ້ແບ່ງເປັນ 5 ກຸ່ມ ໃນນັ້ນ ຈະຄົ້ນຄວ້າເຂດບໍລີການຂອງຕົນເອງຄືຂອງແຕ່ລະວິທະຍາເຂດທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູແຫ່ງຊາດ, ແຕ່ລະວິທະຍາເຂດມີຄວາມພ້ອມດ້ານຫຼັກສູດ ມີຈັກຫຼັກສູດ ແຕ່ລະຫຼັກສູດເປີດສອນໄດ້ຈັກຫ້ອງໂດຍສະເພາະເນັ້ນໃສ່ສາຍ STEM, ດ້ານບຸກຄະລາກອນ ຄູສອນ ຄວາມພ້ອມດ້ານຫໍພັກ ວິຊາສອນ ແຜນການຮຽນການສອນ ເພື່ອວິເຄາະຄວາມຕ້ອງການໃນການປັບປຸງຫຼັກສູດ ປະເພດຕ່າງໆ ເຊັ່ນ: ຫຼັກສູດຄູອະນຸບານ, ປະຖົມ ແລະ ມັດທະຍົມ ລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີ; ພ້ອມທັງວິເຄາະຄວາມພ້ອມດ້ານຄູສອນແຕ່ລະສາຂາ, ສິ່ງອຳນວຍຄວາມສະດວກ ແລະ ລາຍງານຜົນການຄົ້ນຄວ້າຂອງແຕ່ລະກຸ່ມ ກ່ອນຈະສະຫຼຸບຜົນໄດ້ຮັບ ພ້ອມທັງຜ່ານມະຕິຂອງກອງປະຊຸມໃນມື້ສຸດທ້າຍ.
ການຈັດກອງປະຊຸມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນ ໃນການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ, ເຊິ່ງເປັນການວາງຮາກຖານອັນໜັກແໜ້ນທາງດ້ານວິຊາການ ເພື່ອຮັບປະກັນໃຫ້ການກະກຽມດ້ານຫຼັກສູດ, ບຸກຄະລາກອນ ແລະ ການຈັດຕັ້ງການສອບເສັງ-ຮັບນັກສຶກສາ ດຳເນີນໄປຢ່າງມີປະສິດທິພາບສູງສຸດ ແລະ ພ້ອມປະຕິບັດໜ້າທີ່ໃນສົກຮຽນ 2026-2027 ໃຫ້ປະກົດຜົນເປັນຈິງ.
ພາບ-ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ