ເສີມສ້າງຂີດຄວາມສາມາດດ້ານການສິດສອນ ແລະ ການຮຽນຮູ້ການສອນ ຄະນິດສາດ ລະດັບປະຖົມສຶກສາ (iTEAM) ໃນ ສປປ ລາວ
14/09/2026

ໃນວັນທີ 9 ຕຸລາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເຊັນສັນຍາ ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ອົງການໄຈກາ ພາຍໃຕ້ໂຄງການເສີມສ້າງຂີດຄວາມສາມາດດ້ານການສິດສອນ ແລະ ການຮຽນຮູ້ການສອນ ຄະນິດສາດ ລະດັບປະຖົມສຶກສາ (iTEAM) ໃນ ສປປ ລາວ ໂດຍໃຫ້ກຽດລົງນາມຝ່າຍກະຊວງສຶກສາທິການ ແລະ ກິລາຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ຝ່າຍອົງການໄຈກາ ໂດຍທ່ານ ນາງ ມິຢາໂກະ ໂຄບາຍາຊິ ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ, ມີຮອງຫົວໜ້າກົມ, ຜູ້ຕາງໜ້າຈາກກົມ, ສະຖາບັນ, ອົງການໄຈກາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ວິຊາຄະນິດສາດ ເປັນວິຊາພື້ນຖານທີ່ສໍາຄັນຢ່າງຍິ່ງໃນການພັດທະນາສະຕິປັນຍາ, ທັກສະການຄິດໄລ່, ຄວາມສາມາດໃນການຄິດຢ່າງມີເຫດຜົນ ແລະ ການແກ້ໄຂບັນຫາຂອງເດັກນ້ອຍ, ການສ້າງຮາກຖານວິຊາຄະນິດສາດໃຫ້ເຂັ້ມແຂງຕັ້ງແຕ່ລະດັບປະຖົມສຶກສາ ບໍ່ພຽງແຕ່ຈະຊ່ວຍຍົກລະດັບຜົນການຮຽນຂອງນັກຮຽນໃນຊັ້ນຮຽນຕໍ່ໆໄປເທົ່ານັ້ນ, ແຕ່ຍັງເປັນການສ້າງພື້ນຖານຊັບພະຍາກອນມະນຸດທີ່ກຽມພ້ອມໃຫ້ກັບການພັດທະນາເສດຖະກິດສັງຄົມຂອງຊາດໃນໄລຍະຍາວ. ການເລີ່ມຕົ້ນໂຄງການ iTEAM3 ໃນຄັ້ງນີ້ຈຶ່ງເປັນບາດກ້າວທີ່ສໍາຄັນ ແລະ ສອດຄ່ອງຢ່າງຍິ່ງກັບແຜນພັດທະນາການສຶກສາ ແລະ ກິລາ ເຊິ່ງຖືວ່າເປັນຊ່ວງເວລາທີ່ເໝາະສົມເພາະພວກເຮົາພວມປັບປຸງລະບົບການສຶກສາສາມັນສຶກສາຈາກ 5+4+3 ເປັນ 6+3+3, ໂຄງການ iTEAM3 ຈະຊ່ວຍທົບທວນ ແລະ ປັບປຸງປື້ມແບບຮຽນ ແລະ ຄູ່ມືຄູ ໃນຊັ້ນປະຖົມສຶກສາ ລວມທັງຂະຫຍາຍການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນເມືອງເປົ້າໝາຍຂອງໂຄງການ ເພື່ອສ້າງຂີດຄວາມສາມາດດ້ານວິຊາການ ແລະ ທັກສະການສອນຄະນິດສາດຂອງຄູໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ພ້ອມເຊື່ອໝັ້ນຢ່າງຍິ່ງວ່າໂຄງການ iTEAM3 ຈະນໍາຜົນສຳເລັດ ແລະ ຜົນປະໂຫຍດອັນຍິ່ງໃຫຍ່ກວ່າເກົ່າໃຫ້ແກ່ນັກຮຽນ ແລະ ຄູຂອງເຮົາ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການຍົກລະດັບຄຸນນະພາບການສຶກສາຊັ້ນປະຖົມ ແລະ ຜົນການຮຽນວິຊາຄະນິດສາດຂອງຊັ້ນປະຖົມໃຫ້ສູງຂຶ້ນ ແລະ ກຽມພ້ອມໃນການປະເມີນ SEAPLM ຮອບຕໍ່ໄປໃນປີ 2029.
ໂອດາດຽວກັນນີ້, ທ່ານ ນາງ ມິຢາໂກະ ໂຄບາຍາຊິ ກໍໄດ້ກ່າວວ່າ: ໂຄງການ iTEAM3 ໄດ້ຖືກອອກແບບໃຫ້ສອດຄ່ອງກັບການປ່ຽນຜ່ານໄປສູ່ລະບົບການສຶກສາ 6+3+3 ແລະ ບຸລິມະສິດຂອງແຜນ ESSSDP ຄັ້ງທີ 10 ປີ 2026-2030, ມີເປົ້າໝາຍອັນດຽວກັນ ຄື ການສອນທີ່ດີຂຶ້ນ ແລະ ການຮຽນທີ່ດີຂຶ້ນ ສຳລັບເດັກນ້ອຍທຸກຄົນ; iTEAM3 ຈະສຸມໃສ່ 3 ວຽກງານຫຼັກໆ ຄື: ການປັບປຸງປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄະນິດສາດສໍາລັບຊັ້ນ ປ.4 ຫາ ປ.6, ການສ້າງຄວາມເຂັ້ມແຂງໃຫ້ກັບການຝຶກອົບຮົມຄູວິຊາຄະນິດສາດສະບັບປັບປຸງໃໝ່ ສໍາລັບຊັ້ນ ປ.1 ຫາ ປ.6 ແລະ ການພັດທະນາຮູບແບບການພັດທະນາວິຊາຊີບຄູຢ່າງຕໍ່ເນື່ອງ (CPD) ທີ່ສ້າງຂຶ້ນໃນໂຄງການ iTEAM2 ແລະ ຂະຫຍາຍໄປສູ່ 35 ເມືອງ ຈາກ 7 ເມືອງ; ໂຄງການນີ້ຈະດຳເນີນພາຍໃຕ້ຄວາມເປັນເຈົ້າການ ແລະ ການນຳພາຂອງກະຊວງສຶກສາທິການ ແລະ ກິລາ ໃນຂະນະດຽວກັນ JICA ກໍຈະເຮັດວຽກຢ່າງໃກ້ຊິດຮ່ວມກັບບັນດາຄູ່ຮ່ວມພັດທະນາອື່ນໆອີກດ້ວຍ.
ການລົງນາມຄັ້ງນີ້ເພື່ອເປັນການສືບຕໍ່ປັບປຸງຄຸນນະພາບຂອງການສຶກສາ ໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນ ການປັບປຸງ ລະບົບສາຍສາມັນສຶກສາ ຈາກ 5+4+3 ເປັນ 6+3+3; ເພື່ອຕອບສະໜອງຕາມ ແຜນພັດທະນາຂະແໝງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ, ຄັ້ງທີ X (2026-2030) ໃນການບໍາລຸງຍົກລະດັບຂີດຄວາມສາມາດໃຫ້ແກ່ຄູສອນຄະນິດສາດ ທາງດ້ານຄວາມຮູ້, ທັກສະການສອນຂອງຄູ; ເສີມຂະຫຍາຍການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD).
ຈຸດປະສົງຫຼັກຂອງໂຄງການນີ້ ແມ່ນສໍາເລັດການພັດທະນາຫຼັກສູດ ວິຊາຄະນິດສາດ ປ.1 ຫາ ປ.5 ໃນ ແລະ ການພັດທະນາຫຼັກສູດສ້າງຄູ ສາຂາວິຊາຄະນິດສາດ ແລະ ພັດທະນາການສອນຄະນິດສາດໃຫ້ແກ່ສ້າງຄູ (Basic and Teaching Math); ປີ 2024-2026 ສືບຕໍ່ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນຄະນິດສາດ ຊັ້ນປະຖົມສຶກສາ iTEAM2 ເຊິ່ງຖືວ່າໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍທີ່ສຸດຂອງຂະແໜງການສຶກສາທິການ ແລະ ກິລາ ເປົ້າໝາຍທີ່ສໍາຄັນແມ່ນແນໃສ່ສົ່ງເສີມການຮຽນການສອນ ຄະນິດສາດຊັ້ນປະຖົມສຶກສາ ເພື່ອເຮັດແນວໃດໃຫ້ນັກຮຽນ ຊັ້ນປະຖົມສຶກສາ ມີຜົນການຮຽນທີ່ດີຂຶ້ນ ສາມາດຄິດໄລ່ເລກໄດ້ໃນຂັ້ນພຶ້ນຖານໄດ້ຕາມມາດຕະຖານຫຼັກສູດທີ່ກຳນົດໄວ້.
ພາບ-ຂ່າວ: ບົວລະພາ














