Skip to main content

ສຳເລັດຍົກລະດັບພາສາຫວຽດ ຮຸ່ນທີ 2 ປະຈຳປີ 2026 ກຽມສືບຕໍ່ໄປສຶກສາທີ່ ສສ ຫວຽດນາມ

14/09/2026
ສູນຝຶກອົບຮົມພາສາຫວຽດ ພາຍໃຕ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປິດຊຸດຮຽນກຽມພາສາຫວຽດ ຮຸ່ນທີ 2 ປະຈຳປີ 2026 ໃນວັນທີ 11 ກັນຍາ 2026, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອໍານວຍການ ສວສ ພ້ອມດ້ວຍບັນດາແຂກຖືກເຊີນຈາກກະຊວງກ່ຽວຂ້ອງ, ຕາງໜ້າສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ຕະຫຼອດຮອດຄູ-ອາຈານ ແລະ ນ້ອງໆນັກຮຽນ-ນັກສຶກສາຢ່າງພ້ອມພຽງ.
ການເປີດສອນຊຸດຮຽນດັ່ງກ່າວ ແມ່ນຈັດຕັ້ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ໂດຍແມ່ນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກັບ ມະຫາວິທະຍາໄລກິວລອງ ສສ ຫວຽດນາມ ຮ່ວມກັນຈັດຕັ້ງປະຕິບັດເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາຊັບພະຍາກອນມະນຸດ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍືນຍົງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມທັງກະກຽມຄວາມພ້ອມດ້ານພາສາຫວຽດ ໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ພະນັກງານ ທີ່ຈະເດີນທາງໄປສຶກສາຕໍ່ທີ່ ສສ ຫວຽດນາມ.
ຊຸດຮຽນກຽມພາສາຫວຽດຄັ້ງນີ້ ໄດ້ເລີ່ມດໍາເນີນການຮຽນ-ການສອນແຕ່ເດືອນພຶດສະພາ ຫາ ຕົ້ນເດືອນກັນຍາ 2026, ມີນັກຮຽນ-ນັກສຶກສາເຂົ້າຮຽນທັງໝົດ 207 ຄົນ (ຍິງ 103 ຄົນ), ແບ່ງເປັນ 8 ຫ້ອງຮຽນ ດ້ວຍຫຼັກສູດ 4 ທັກສະຄື: ຟັງ, ເວົ້າ, ອ່ານ, ຂຽນ ພ້ອມທັງຮຽນຮູ້ພື້ນຖານວັດທະນະທຳ ແລະ ຂໍ້ມູນຂ່າວສານຂອງປະເທດຫວຽດນາມ. ຜ່ານການຈັດຕັ້ງປະຕິບັດ, ດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງທີມງານຊຽວຊານ ແລະ ຄູອາຈານທັງລາວ-ຫວຽດນາມ ພ້ອມດ້ວຍຄວາມກະຕືລືລົ້ນຂອງນ້ອງໆນັກຮຽນ, ເຮັດໃຫ້ຜົນການສອບເສັງຜ່ານເກນທີ່ໄດ້ມອບໝາຍ ໂດຍມີນ້ອງໆສອບເສັງຜ່ານ ຈຳນວນ 169 ຄົນ ແລະ 33 ຄົນແມ່ນໄດ້ເດີນທາງໄປຮຽນຕໍ່ ສສ ຫວຽດນາມ ກ່ອນກຳນົດເນື່ອງຈາກໄດ້ຮັບທຶນດ້ານການທະຫານ ແລະ ຕຳຫຼວດ.
ນອກຈາກການຮຽນ-ການສອນພາຍໃນຫ້ອງແລ້ວ, ທາງສູນຍັງໄດ້ພານັກຮຽນ ເຂົ້າຮ່ວມເຄື່ອນໄຫວ ກິດຈະກຳສຳຄັນຕ່າງໆ ກັບສະຖານທູດຫວຽດນາມ ເຊັ່ນ: ເວທີສົນທະນາ, ການແຂ່ງຂັນ “ທູດພາສາຫວຽດແຫ່ງອະນາຄົດ” ແລະ ການ ຊົມສາຍຮູບເງົາປະຫວັດສາດ ເນື່ອງໃນໂອກາດວັນເຊັນສົນທິສັນຍາຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ.
ພາຍໃນພິທີ, ຍັງໄດ້ມີການມອບໃບຢັ້ງຢືນ ໃຫ້ແກ່ນ້ອງໆນັກຮຽນ-ນັກສຶກສາທີ່ສອບເສັງຈົບຫຼັກສູດ, ພ້ອມທັງ ຮັບຟັງຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກ ຕາງໜ້າສະຖານທູດ ສສ ຫວຽດນາມ ເພື່ອເປັນຂວັນ ແລະ ກໍາລັງໃຈ ໃຫ້ແກ່ນ້ອງໆ ກ່ອນ ຈະອອກເດີນທາງໄປສຶກສາ ຕໍ່ທີ່ ປະເທດຫວຽດນາມ ໃນມໍ່ໆນີ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ