Skip to main content

ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຢ້ຽມຢາມວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ເນັ້ນໃຫ້ນັກສຶກສາຝຶກຝົນສີມືແຮງງານໃຫ້ຕອບໂຈດຕະຫຼາດ

14/09/2026
ໃນຕອນເຊົ້າວັນທີ 10 ກັນຍາ 2026 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຈາກສູນກາງ, ໂດຍການຮ່ວມຕິດຕາມຂອງ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານການຮຽນ-ການສອນ ຢູ່ທີ່ວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ (ວິທະຍາເຂດຫົວເມືອງໃຕ້) ເຊິ່ງໃຫ້ກຽດເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຄູນມີ ສຸວັນທາ ຮັກສາການຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ພ້ອມດ້ວຍຄະນະຜູ້ບໍລິຫານ, ຄູ-ອາຈານ ແລະ ນ້ອງນັກສຶກສາຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຊົມສະພາບລວມຂອງອາຄານສະຖານທີ່ ແລະ ລົງເລິກຕິດຕາມເບິ່ງຫ້ອງຮຽນພາກປະຕິບັດຕົວຈິງຂອງນັກສຶກສາ ເຊິ່ງເນັ້ນໜັກການຮຽນທິດສະດີຄວບຄູ່ກັບການລົງມືປະຕິບັດ ເປັນຕົ້ນແມ່ນ ຫ້ອງຮຽນພາກວິຊາປຸງແຕ່ງອາຫານ ແລະ ບໍລິການ, ຫ້ອງຮຽນຕັດຫຍິບ ແລະ ຫ້ອງຮຽນຄອມພິວເຕີ ຕະຫຼອດຮອດການຈັດສັນສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນວິທະຍາເຂດ ເຊິ່ງເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມພ້ອມໃນການສ້າງຊັບພະຍາກອນມະນຸດອອກຮັບໃຊ້ສັງຄົມ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ການນຳຂັ້ນສູງຍັງໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈແກ່ຄູ-ອາຈານ ຕະຫຼອດຮອດນ້ອງນັກສຶກສາ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດການຮຽນ-ການສອນໃນໄລຍະຜ່ານມາ. ພ້ອມກັນນັ້ນ ທ່ານຍັງໄດ້ໃຫ້ທິດຊີ້ນຳແກ່ຄະນະບໍລິຫານວິທະຍາໄລ ໃຫ້ສືບຕໍ່ເອົາໃຈໃສ່ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄວາມທັນສະໄໝ ສອດຄ່ອງກັບຍຸກສະໄໝ ແລະ ເນັ້ນການສ້າງເຄືອຂ່າຍຮ່ວມມືກັບບັນດາຫົວໜ່ວຍທຸລະກິດ-ຜູ້ປະກອບການ ເພື່ອຮັບປະກັນວ່ານັກສຶກສາທີ່ຈົບອອກໄປຈະມີວຽກເຮັດງານທຳທີ່ແນ່ນອນ.
ສຳລັບນ້ອງນັກສຶກສາ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ທຸກຄົນມີຄວາມພາກພູມໃຈທີ່ໄດ້ກ້າວເຂົ້າມາສຶກສາໃນສາຍອາຊີວະສຶກສາ ເຊິ່ງເປັນສາຍການຮຽນທີ່ພັກ-ລັດຖະບານພວມໃຫ້ຄວາມສຳຄັນທີ່ສຸດ. ຂໍໃຫ້ທຸກຄົນຕັ້ງໃຈສຶກສາຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມທັກສະວິຊາຊີບຂອງຕົນໃຫ້ມີຄວາມຊຳນານງານ, ມີລະບຽບວິໄນ ແລະ ຫ່າງໄກຈາກສິ່ງເສບຕິດ ເພື່ອຍົກລະດັບສີມືແຮງງານໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ກາຍເປັນຊັບພະຍາກອນບຸກຄົນທີ່ມີຄຸນນະພາບ ສາມາດສ້າງອາຊີບທີ່ໝັ້ນຄົງລ້ຽງກຸ້ມຕົນເອງ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງແທ້ຈິງ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ