ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບອາຄານໂຮງຮຽນ ຢູ່ເມືອງສໍາພັນ ແຂວງຜົ້ງສາລີ
14/09/2026

ໃນຕອນເຊົ້າວັນທີ 10 ກັນຍາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບອາຄານໂຮງຮຽນ ບ້ານມົກກົກນ້ອຍ, ເມືອງສຳພັນ, ແຂວງຜົ້ງສາລີ; ມີທ່ານ ສັນຕິ ແກ້ວຍະສານ, ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ, ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ການຕ້ອນຮັບ.
ໂຮງຮຽນມົກກົກນ້ອຍ ໄດ້ເລີ່ມລົງມືກໍ່ສ້າງ ໃນເດືອນທັນວາ 2025 ແລະ ໄດ້ສຳເລັດການກໍ່ສ້າງ ໃນເດືອນພຶດສະພາ 2026, ເປັນຕຶກອາຄານຊັ້ນດຽວ, ມີຂະໜາດກວ້າງ 8 ແມັດ, ຍາວ 49 ແມັດ, ປະກອບມີ 5 ຫ້ອງຮຽນ, 1 ຫ້ອງການຄຸ-ອາຈານ ແລະ 1 ຫ້ອງນໍ້າ, ສາມາດບັນຈຸນັກຮຽນໄດ້ 200 ກວ່າຄົນ, ມີມູນຄ່າການກໍ່ສ້າງທັງໝົດ 3.3 ຕື້ກີບ ໂດຍແມ່ນຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ເປັນຜູ້ອອກແບບ ແລະ ບໍລິສັດມະນີ ຈັນຊັບການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ຫຼັງຈາກນັ້ນ ໄດ້ກ່າວມອບໂຄງການດັ່ງກ່າວ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ເພື່ອຄຸ້ມຄອງ ແລະ ນຳໃຊ້.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍການນໍາແຂວງ, ເມືອງ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ໄດ້ຕັດແຖບຜ້າ ແລະ ລັ່ນຄ້ອງ ເພື່ອເປີດນຳໃຊ້ອາຄານໂຮງຮຽນ, ພ້ອມທັງຢ້ຽມຢາມເບິ່ງຕຶກອາຄານໂຮງຮຽນ ແລະ ປູກຕົ້ນໄມ້ ຕື່ມອີກ.
ພາບ-ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ













