ຮອງລັດຖະມົນຕີ ສສກ ເນັ້ນໃຫ້ຄະນະນັກກິລາທີມຊາດລາວ ຊຸດເອຊຽນ ເກມ ແລະ ເອຊຽນ ພາຣາເກມ ຢູ່ຍີ່ປຸ່ນ ເອົາໃຈໃສ່ຄວາມສາມັກຄີ-ມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ
14/09/2026

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທັບນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫາກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 04 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫາກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ພິທີຖະແຫຼງຂ່າວ ເພື່ອກະກຽມຄວາມພ້ອມທັບນັກກິລາລາວ ເຂົ້າຮ່ວມສອງງານໃຫຍ່ຄັ້ງນີ້ ຈັດຂຶ້ນ ໃນວັນທີ 11 ກັນຍາ 2026 ທີ່ສຳນັກງານກະຊວງ ສສກ (ເຂດສະໜາມກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າຄະນະນຳທັບນັກກິລາລາວ, ຄະນະບໍລິຫານງານສະຫະພັນກິລາແຫ່ງຊາດ, ຜູ້ໃຫການສະໜັບສະໜູນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ທັງເປັນຫົວໜ້າຄະນະນຳພາທັບນັກກິລາລາວ ຄົນປົກກະຕິ ລາຍງານໃຫ້ຮູ້ວ່າ: ໃນການກະກຽມຄວາມພ້ອມ ແລະ ການຝຶກຊ້ອມທັບນັກກິລາລາວ ທາງຄະນະຮັບຜິດຊອບໄດ້ເອົາໃຈໃສ່ຢ່າງໃກ້ຊິດໃນການນຳພາ-ຊີ້ນຳ ໂດຍນັກກິລາເປົ້າໝາຍໄດ້ເຂົ້າສູນເກັບຕົວຝຶກຊ້ອມມາແຕ່ທ້າຍເດືອນພຶດສະພາ ແລະ ຕົ້ນເດືອນມິຖຸນາ 2026. ພ້ອມດຽວກັນນ ກໍໄດ້ນຳໃຊ້ວິທະຍາສາດການກິລາເຂົ້າມາຊ່ວຍ ບໍ່ວ່າຈະເປັນການກວດສຸຂະພາບ, ການທົດສອບສະມັດຕະພາບ, ການໃຫ້ຄວາມຮູ້ດ້ານໂພຊະນາການ, ຈິດຕະວິທະຍາ ແລະ ຊີວະກົນລະສາດ ໂດຍມີການລົງຊຸກຍູ້ຕິດຕາມຢ່າງເປັນປົກກະຕິ. ນອກຈາກນີ້, ບາງປະເພດກິລາ ຍັງໄດ້ສົ່ງເຂົ້າຮ່ວມການແຂ່ງຂັນທົດສອບໃນລະດັບອາຊຽນ, ອາຊີ ແລະ ສາກົນ ພ້ອມທັງສົມທົບກັບປະເທດເພື່ອນມິດໃນການແລກປ່ຽນຝຶກຊ້ອມ ເພື່ອຍົກລະດັບສີມືກ່ອນເດີນທາງຕົວຈິງ.
ໃນການເຂົ້າຮ່ວມງານກິລາເອຊຽນ ເກມ ຄັ້ງທີ 20 ສປປ ລາວ ຈະສົ່ງຄະນະນຳ, ກອງເລຂາ, ແພດ ແລະ ນັກຂ່າວ ທັງໝົດ 12 ທ່ານ, ຄະນະຄູຝຶກ 38 ທ່ານ ແລະ ນັກກິລາ 72 ຄົນ ລວມທັງຫມົດ 122 ທ່ານ ຈາກ 15 ປະເພດກິລາ ປະກອບມີ ວູຊູ, ແລ່ນ-ລານ, ລອຍນໍ້າ, ຢູໂດ, ກາຣາເຕໂດ, ຈູຈິດສູ, ມວຍສາກົນ, ເທັກບອນ, ກະຕໍ້, ຟັນດາບ, ຍິມນາສະຕິກ, ອີ-ສະປອດ, ດອກປີກໄກ່, ປິ່ງປ່ອງ, ຊັອບເທັນນິດ ການເເຂ່ງຂັນມີຢູ່ 2 ຈຸດໃຫຍ່ຄື: ເມືອງໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ (ສະເພາະກິລາລອຍນໍ້າ) ຊຶ່ງແຜນການເດີນທາງ ຄະນະກອງເລຂາ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຂອງແຕ່ລະປະເພດກິລາ ມີກຳນົດການເດີນທາງໄປເຄື່ອນໄຫວ ແລະ ແຂ່ງຂັນແຕ່ວັນທີ 13 ກັນຍາ ເປັນຕົ້ນໄປ ຕາມຕາຕະລາງທີ່ເຈົ້າພາບກຳນົດໄວ້.
ສຳລັບ ຄາດໝາຍສູ້ຊົນ ໃນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ນີ້, ທັບນັກກິລາລາວ ຕັ້ງເປົ້າໝາຍ ຈະສູ້ຊົນຍາດໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ມາຝາກພໍ່ແມ່ປະຊາຊົນບັນດາເຜົ່າຊາວລາວ.
ຂະນະທີ່ ຄະນະທັບນັກກິລາຄົນພິການທີມຊາດລາວ ກໍກຽມເຂົ້າຮ່ວມການແຂ່ງຂັນເອຊຽນພາຣາເກມ ທັງໝົດ 4 ປະເພດກິລາ ປະກອບມີ ແລ່ນ-ລານ, ລອຍນ້ຳ, ລົດຖີບ ແລະ ບານບວ້ງລໍ້ເລື່ອນ, ໃນນັ້ນ ມີຄະນະນໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທົງໝົດ 27 ທ່ານ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ເນັ້ນຄະນະທັບນັກກິລາລາວ ເພີ່ມທະວີການເອົາໃຈໃສ່ໃນການຮັກສາໄດ້ດ້ານພະລະກຳລັງ, ຄວາມສາມັກຄີພາຍໃນ, ມີລະບຽບວີໄນ, ເຄົາລົບກົດລະບຽບກົດໝາຍປະເທດເຈົ້າພາບ ແລະ ການນຳໃຊ້ສານຕ້ອງຫ້າມ ແພດຄະນະຕິດຕາມຕ້ອງໝັ່ນກວດກາ ຕິດຕາມນັກກິລາ ວ່າມີນັກກິລາຄົນໃດກິນຢາ ຫຼື ໃຊ້ຢາ ເພື່ອຫຼີກເວັ້ນສານຕ້ອງຫ້າມ ພ້ອມທັງເປັນເຈົ້າການ ໃນການເປັນທູດວັດທະນະທຳ ຜູກມິດກັບນັກກິລາແຕ່ລະປະເທດ ເພາະທຸກຄົນທີ່ໄປຮ່ວມແມ່ນຕາງໜ້າໃຫ້ກັບປະເທດຊາດ ເພື່ອຍາດຊີງເອົາຜົນງານໄຊຊະນະມາສູ່ປະເທດຊາດໄດ້ພາກພູມໃຈ.
ໃນພິທີກໍຍັງມີການມອບສະໜັບສະໜູນຈາກບັນດາບໍລິສັດຕ່າງໆ ໂດຍສະເພາະ ທາງບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ ຈຳກັດ ສະໜັບສະໜູນເຄື່ອງນຸ່ງກິລາ ຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ລວມມູນຄ່າຫຼາຍກວ່າ 628 ລ້ານກີບ, ບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນຜະລິດຕະພັນ ໃນການຝຶກຊ້ອມຂອງທັບນັກກິລາລາວ ແລະ ວິສາຫະກິດ ໄຟຟ້າລາວ ຊຸກຍູ້ເງິນ 20 ລ້ານກີບ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
- ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026
- ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ບໍລິສັດຝຸ່ນອາຊີໂປຕາສ ພ້ອມສະເໜີໃຫ້ສືບຕໍ່ຊ່ວຍເຫຼືອວຽກງານການສຶກສາ ຢູ່ແຂວງຄຳມ່ວນ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນໃຫ້ຜູ້ບໍລິຫານການສຶກສາແຂວງສະຫວັນນະເຂດທຸກຂັ້ນ ເດັດດ່ຽວຕີຖອຍການປະລະການຮຽນ ເພື່ອໃຫ້ມີຮຸ່ນສືບທອດແຕ່ລະຊັ້ນຮຽນ
ຂ່າວທີ່ອ່ານຫຼາຍ
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”



