ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ບໍລິສັດຝຸ່ນອາຊີໂປຕາສ ພ້ອມສະເໜີໃຫ້ສືບຕໍ່ຊ່ວຍເຫຼືອວຽກງານການສຶກສາ ຢູ່ແຂວງຄຳມ່ວນ
14/09/2026

ໃນວັນທີ 11 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ແລະ ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາຮອງປະທານຄະນະກຳມະການປົກຄອງແຂວງ, ພະແນກການກ່ຽວຂ້ອງຮ່ວມຕິດຕາມ ເຊິ່ງໃຫ້ການຕ້ອນຮັບຄະນະໂດຍ ທ່ານ ຢູ ກົວເຫວິນ ຮອງຜູ້ອຳນວຍການບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ພ້ອມຄະນະ ແລະ ກຳມະກອນພາຍໃນບໍລິສັດ.
ໃນການລົງຢ້ຽມຢາມໃນຄັ້ງນີ້, ໄດ້ຮັບຟັງການລາຍງານກ່ຽວກັບຜົນການດຳເນີນງານ ແລະ ແຜນພັດທະນາ, ການສ້າງວຽກເຮັດງານທໍາໃຫ້ແຮງງານລາວ, ການປະກອບສ່ວນພັນທະ, ການຊ່ວຍເຫຼືອສັງຄົມ ລວມເຖິງດ້ານການສຶກສາ, ເຊິ່ງໃນປີ 2025 ບໍລິສັດ ສາມາດຂຸດຄົ້ນແຮ່ໄດ້ 13,935 ລ້ານໂຕນ, ຜະລິດຝຸ່ນໂປຕາສ 2,001 ລ້ານໂຕນ. ປັດຈຸບັນມີພະນັກງານ 6,953 ຄົນ, ໃນນັ້ນແຮງງານລາວ 4,469. ສໍາລັບກໍາລັງການຜະລິດໂຮງງານເຂດທີ 1 ບ້ານນາຄໍາສາມາດປຸງແຕ່ງຝຸ່ນໂປຕາສ 2,000 ໂຕນຕໍ່ມື້ ແລະ ມີແຜນເພີ່ມກໍາລັງຜະລິດເຖິງ 3 ລ້ານໂຕນຕໍ່ປີ; ສ່ວນໂຮງງານເຂດທີ 2 ມີກໍາລັງຜະລິດ 1 ລ້ານໂຕນຕໍ່ປີ. ສ່ວນນິຄົມອຸດສາຫະກຳ ອາຊີ-ໂປຕາສ ມີ 12 ບໍລິສັດ ປະກອບມີ 2 ບໍລິສັດຜະລິດຝຸ່ນໂປຕາສ ແລະ 10 ບໍລິສັດປຸງແຕ່ງຫາງແຮ່ ເພື່ອຜະລິດໂຊດາໄຟ, ຄລໍຣິນແຫຼວ, ກົດໄຮໂດຣຄລໍຣິກ, ໂບຣມິນ ແລະ ຜະລິດຕະພັນອື່ນໆ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄ່າສູງຕໍ່ບໍລິສັດທີ່ໄດ້ເອົາໃຈໃສ່ໃນການປະຕິບັດພັນທະໃຫ້ລັດຖະບານຕາມລະບຽບກົດໝາຍໃນຜ່ານມາ, ຮັກສາມາດຕະຖານອຸດສາຫະກຳສີຂຽວ, ສ້າງວຽກໃຫ້ແຮງງານລາວ ແລະ ຮ່ວມພັດທະນາສັງຄົມ. ພ້ອມນີ້ ທ່ານໄດ້ເນັ້ນໃຫ້ບໍລິສັດນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອຄວບຄຸມ ແລະ ແກ້ໄຂບັນຫາຫາງສຽງສັງຄົມ, ປ້ອງກັນບັນຫາດິນຍຸບ ແລະ ຜົນກະທົບຕໍ່ຊຸມຊົນ ແລະ ສະເໜີໃຫ້ບໍລິສັດສືບຕໍ່ສະໜັບສະໜູນຊ່ວຍວຽກງານສຶກສາ ແລະ ສັງຄົມໃນແຂວງຄຳມ່ວນ.
ສຳລັບວຽກງານສຶກສາ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບໍລິສັດພິຈາລະນາຮ່ວມປັບປຸງໂຮງຮຽນທີ່ຍັງບໍ່ໄດ້ມາດຕະຖານ ໂດຍເພາະດ້ານອາຄານສະຖານທີີ່, ອຸປະກອນການຮຽນ-ການສອນ ແລະ ສິ່ງອໍານວຍຄວາມສະດວກທີ່ຈໍາເປັນອື່ນໆ ເຊິ່ງທົ່ວແຂວງຄໍາມ່ວນຍັງມີໂຮງຮຽນບໍ່ໄດ້ມາດຖານຈໍານວນ 41 ແຫ່ງ ເພື່ອແນໃສ່ໃຫ້ວຽກງານສຶກສາຢູ່ແຂວງຄໍາມ່ວນໄດ້ຮັບການພັດທະນາດີຂຶ້ນ.













