ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນໃຫ້ຜູ້ບໍລິຫານການສຶກສາແຂວງສະຫວັນນະເຂດທຸກຂັ້ນ ເດັດດ່ຽວຕີຖອຍການປະລະການຮຽນ ເພື່ອໃຫ້ມີຮຸ່ນສືບທອດແຕ່ລະຊັ້ນຮຽນ
14/09/2026
ໃນວັນທີ 10 ກັນຍາ 2026 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ໃຫ້ທິດຊີ້ນໍາຂົງເຂດການສຶກສາ ທີ່ແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027 ເຊິ່ງຈັດຂຶ້ນທີ່ມະຫາວິທະຍາໄລສະຫວັນນະເຂດ ວິທະຍາເຂດໜອງຜື, ຮ່ວມນໍາພາຕິດຕາມມີ ທ່ານ ທອງໃສ ໄຊຍະວົງຄໍາດີ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະພະແນກ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ-ນະຄອນ ແລະ ພະນັກງານ, ຄູ-ອາຈານ ພາຍໃນມະຫາວິທະຍາໄລ ສະຫວັນນະເຂດເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ຮັກສາການແທນຜູ້ອໍານວຍການ ມະຫາວິທະຍາໄລສະຫວັນນະເຂດ ຕາງໜ້າຂົງເຂດການສຶກສາ ກ່າວລາຍງານສະພາບລວມວຽກງານການສຶກສາຂອງແຂວງ ໃນນີ້ ສົກຮຽນ 2025-2026 ທົ່ວແຂວງ ມີໂຮງຮຽນ 1,878 ແຫ່ງ ແລະ ນັກຮຽນ 174,378 ຄົນ ໃນນັ້ນໂຮງຝາກເດັກ ແລະ ອະນຸບານ 459 ແຫ່ງ ນັກຮຽນ 26,299 ຄົນ; ສ່ວນໂຮງຮຽນປະຖົມ 1,193 ແຫ່ງ, ນັກຮຽນ 98,701 ຄົນ; ໂຮງຮຽນມັດທະຍົມ 226ແຫ່ງ ນັກຮຽນ 49,378 ຄົນ; ສະເພາະໂຮງຮຽນທີ່ໄດ້ຮັບການສົ່ງເສີມອາຫານທ່ຽງ ມີ 419 ແຫ່ງ ປະຕິບັດຢູ່ 8 ເມືອງ ມີນັກຮຽນທີ່ກິນອາຫານທ່ຽງ 42,280 ຄົນ; ສະຖາບັນການສຶກສາວິຊາຊີບ ມີ 3 ວິທະຍາໄລ ແລະ 2 ສະຖາບັນການສຶກສາ.
ສິ່ງທີ່ພົ້ນເດັ່ນ ແມ່ນສໍາເລັດການໄຂສົກຮຽນໃໝ່ໃນທົ່ວແຂວງ. ອັນພິເສດສຸດ ໃນສົກຮຽນນີ້ ພາຍໃຕ້ການຊີ້ນໍາ ຂອງທ່ານເລຂາພັກແຂວງ ໄດ້ມີການຈັດຄະນະປະຈໍາພັກແຂວງ ລົງຮ່ວມພິທີໄຂສົກຮຽນໃໝ່ ໃນແຕ່ລະເມືອງ ໂດຍສະເພາະ 4 ເມືອງເປົ້າໝາຍ ຢູ່ເຂດພູດອຍ ພ້ອມທັງໄດ້ລະດົມທຶນ ຊື້ເຄື່ອງນຸ່ງ, ອຸປະກອນການຮຽນ ແລະ ເຄື່ອງບໍລິໂພກ-ອຸປະໂພກ ແຈກຢາຍໃຫ້ນັກຮຽນຜູ້ດ້ອຍໂອກາດ ມູນຄ່າ 1 ຕື້ກວ່າກີບ; ໄດ້ປະຕິບັດຫຼັກສູດການຮຽນ-ການສອນ ຫຼັກສູດຄູ່ຂະໜານສາມັນ-ວິຊາຊີບ ຢູ່ໂຮງຮຽນມັດທະຍົມ 4 ແຫ່ງໃນເທດສະບານແຂວງ, ເສັງນັກຮຽນເກັ່ງລະດັບຊາດ 16 ຄົນ ໃນນັ້ນ ຊັ້ນ ມ.4 ໄດ້ຮັບລາງວັນທີ 3 ຈໍານວນ 2 ຄົນດ ແລະ ລາງວັນຊົມເຊີຍ 2 ຄົນ. ສ່ວນຊັ້ນ ມ.7 ໄດ້ຮັບລາງວັນຊົມເຊີຍ 4 ຄົນ. ຈາກນີ້ກໍມີການແກ້ໄຂການຂາດແຄນຄູໂດຍພື້ນຖານ ຕາມໂຄຕ້າຂອງລັດຖະກອນຄູ ໃນສົກຮຽນນີ້ ທາງອົງການປົກຄອງແຂວງ ໄດ້ເພີ່ມເງິນເບ້ຍລ້ຽງ ໃຫ້ນັກຮຽນຄູ ຕາມໂຄຕ້າລັດຖະບານ ຜູ້ລະ 7 ແສນກີບ ເພື່ອຕື່ມໃສ່ກັບເບ້ຍລ້ຽງຂອງລັດຖະບານ ລວມເປັນ 1.4 ລ້ານກີບຕໍ່ຄົນຕໍ່ເດືອນ.
ສໍາລັບ ມະຫາວິທະຍາໄລ ສະຫວັນນະເຂດ ທີ່ສ້າງຕັ້ງຂຶ້ນປີ 2009 ປັດຈຸບັນມີ 2 ວິທະຍາເຂດ, ມີ 8 ຄະນະວິຊາ ຄື:ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ພາສາ ແລະ ມະນຸດສາດ, ບໍລິຫານທຸລະກິດ, ເຕັກໂນໂລຊີຂໍ້ມູນຂ່າວສານ,ວິທະຍາສາດອາຫານ, ຄະນະສຶກສາສາດ, ວິທະຍາສາດທໍາມະຊາດ ແລະ ຄະນະວິສະວະກໍາສາດ ຈໍານວນນັກສຶກສາ ແຕ່ປີ1-ປີ4 ຈໍານວນ 1,500 ຄົນ ຍິງ 768 ຄົນ ໄດ້ຮັບນັກສຶກສາທີ່ສະໝັກເຂົ້າສອບເສັງ ສົກຮຽນ 2026-2027 ຈໍານວນ 747 ຄົນ ຍິງ 427 ຄົນ ໃນນີ້ ລະດັບປະລິນຍາຕີ 560 ຄົນ ຍິງ 358 ຄົນ, ປະລິນຍາໂທ 158 ຄົນ ຍິງ 67 ຄົນ, ປະລິນຍາເອກເປີດຮັບປີທໍາອິດ 36 ຄົນ ຍິງ 2 ຄົນ. ການພັດທະນາຫຼັກສູດ ປັດຈຸບັນມີ 54 ຫຼັກສູດ,ໃນນັ້ນ ຫຼັກສູດປະລິນຍາຕີ 47 ຫຼັກສູດ ແລະ ຫຼັກສູດນານາຊາດ 2 ຫຼັກສູດ; ສໍາລັບຫຼັກສູດປະລິນຍາໂທ ມີ 6 ຫຼັກສູດ, ຫຼັກສູດປະລິນຍາເອກ 1 ຫຼັກສູດ, ປັດຈຸບັນ ໄດ້ເປີດຫຼັກສູດຮ່ວມກັບ ສາທາລະນະລັດ ປະຊາຊົນ ຈີນ ໃນຫຼັກສູດ 2 ບວກ 2 ຂອງຄະນະບໍລິຫານທຸລະກິດ ສາຂາການຄ້າຂ້າມຊາຍແດນ.
ເພື່ອໃຫ້ວຽກງານການສຶກສາ ມີການເຄື່ອນໄຫວຢ່າງຮອບດ້ານ ທັງເປັນການຊຸກຍູ້ ການເຂົ້າຮຽນແຕ່ຂັ້ນສາມັນ ຮອດວິຊາຊີບ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແນະນໍາໃຫ້ຄະນະບໍລິຫານການສຶກສາຂັ້ນແຂວງ, ເມືອງ ແລະ ນະຄອນ ຕ້ອງໄດ້ຕັດສິນໃຈຢ່າງເດັດດ່ຽວ ແລະ ຕິດຕາມຢ່າງເປັນເຈົ້າການກວ່າເກົ່າ ໃນແຕ່ລະບ້ານ ແຕ່ລະໂຮງຮຽນ ພ້ອມຕີຖອຍອັດຕາການປະລະການຮຽນ ເພື່ອໃຫ້ມີຮຸ່ນສືບທອດ ໃນແຕ່ລະຊັ້ນຮຽນ ລວມທັງປະເທດຊາດ. ພິເສດ ທ່ານ ກໍໄດ້ຊົມເຊີຍການນໍາແຂວງສະຫວັນນະເຂດ ທີ່ໄດ້ເອົາໃສ່ໃນວຽກການສຶກສາ ເຊິ່ງໄດ້ຈັດຄະນະນໍາຂອງແຂວງ ລົງຮ່ວມພິທີໄຂສົກຮຽນ ພ້ອມຊອກອຸປະກອນການຮຽນເພື່ອຊຸກຍູ້ ໂດຍສະເພາະເຂດສອກຫຼີກ ອັນທີ່ໂດດເດັ່ນ ແມ່ນໄດ້ເພີ່ມອັດຕາເບ້ຍລ້ຽງໃຫ້ນັກຮຽນໃນແຜນ ເພີ່ມຈາກເບ້ຍລ້ຽງທີ່ລັດຖະບານໃຫ້.















