ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານທູດອົດສະຕຣາລີ ປະຈຳລາວ
03/11/2026

ໃນວັນທີ 28 ຕຸລາ 2026 ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າອຳລາຂອງ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ລາຍງານໃຫ້ທ່ານເອກອັກຄະລັດຖະທູດອົດສະຕຣາລີ ຮັບຊາບກ່ຽວກັບຄວາມຄືບໜ້າໃນການປະຕິຮູບລະບົບການສຶກສາ ສາຍສາມັນຂອງ ສປປ ລາວ ເປັນ 6+3+3 ປັດຈຸບັນ ພວມຢູ່ໃນໄລຍະປັບປຸງຫຼັກສູດໃໝ່ ແລະ ຈະເລີ່ມຈັດຕັ້ງປະຕິບັດ ໃນສົກຮຽນ 2027-2028 ຂັ້ນ ປ.1-ປ.3 ແລະ ໃຫ້ສຳເລັດໃນສົກຮຽນ 2030-2031. ພ້ອມດຽວກັນນີ້ ທ່ານໄດ້ສະແດງຍ້ອງຍໍຊົມເຊີຍທ່ານທູດອົດສະຕຣາລີ ທີ່ປະຕິບັດໜ້າທີ່ດ້ວຍຜົນສຳເລັດອັນຈົບງາມ ຕະຫຼອດວາລາການມາເຮັດໜ້າທີ່ການທູດຢູ່ລາວ ສະແດງຄວາມຂອບໃຈ ສະຖານທູດອົດສະຕຣາລີ ປະຈຳລາວ ທີ່ເປັນຂົວຕໍ່ທີ່ດີໃນການຮ່ວມມືລະຫວ່າງລັດຖະບານອົດສະຕຣາລີ ກັບ ລັດຖະບານ ສປປ ລາວ ໃນຫຼາຍຂະແໜງການ ໂດຍສະເພາະຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເຫັນວ່າ ມີການພັດທະນາດີຂຶ້ນເປັນກ້າວໆ ເປັນຕົ້ນແມ່ນຊ່ວຍໃນການຝຶກອົບຮົມຄູສອນ, ຍົກລະດັບການຝຶກເວົ້າພາສາລາວຂອງເດັກນ້ອຍໃນເຂດຫ່າງໄກ, ການສ້າງວີດີໂອສັ້ນສົ່ງເສີມການສຶກສາ ແລະ ວີດີໂອການຮຽນການສອນຕ່າງໆ ເຫັນວ່າສັງຄົມໃຫ້ການຕອບຮັບເປັນຢ່າງດີ. ນອກນັ້ນ, ທ່ານຮອງນາຍົກ ຍັງໄດ້ລາຍງານໃຫ້ທ່ານທູດຮັບຊາບຕື່ມກ່ຽວກັບວຽກງານການສຶກສາຊັ້ນສູງ ເຊິ່ງປັດຈຸບັນ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ເພື່ອແນໃສ່ລົງເລິກການສິດສອນໃຫ້ມີປະສິດທິພາບດີຂຶ້ນກ່ວາເກົ່າ ເຊິ່ງເຫັນວ່າ ມີຜູ້ສົນໃຈສະໜັກຮຽນຄູເພີ່ມຂຶ້ນ. ແນວໃດກໍຕາມ ຕ້ອງມີການຝຶກອົບຮົມຄູຕື່ມອີກ ເພື່ອໃຫ້ສອດຄອງກັບຫຼັກສູດໃໝ່ ເຮັດໃຫ້ການຮຽນການສອນມີປະສິດທິພາບດີຂຶ້ນ. ພ້ອມນັ້ນ, ທ່ານຍັງໄດ້ລາຍງານກ່ຽວກັບວຽກງານພັດທະນາຊັບພະຍາກອນມະນຸດ, ວຽກງານແມ່ຍິງ, ແມ່ ແລະ ເດັກ ທີ່ທາງລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນ ໃຫ້ຮັບຊາບຕື່ມອີກ.
ໂອກາດດຽວກັນ, ທ່ານ ນາງ ເມແກນ ຈອນ ໄດ້ສະແດງຄວາມຂອບໃຈລັດຖະບານ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ໃຫ້ການຮ່ວມືສະໜັບສະໜູມທີມງານຂອງລັດຖະບານອົດຕຣາລີ ໂດຍສະເພາະແມ່ນ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ຫຼື ແຜນງານ BEQUAL ເຮັດໃຫ້ການປະຕິບັດໜ້າທີ່ຂອງທ່ານມີຜົນສຳເລັດ ທ່ານກ່າວວ່າ ວຽກງານການສຶກສາ ເປັນບູລິມະສິດຂອງລັດຖະບານອົດສະຕຣາລີ ລວມເຖິງການໃຫ້ທຶນການສຶກສາ ໃນໄລລຍະຜ່ານມາ ການໃຫ້ການຊ່ວຍເຫຼືອຜ່ານແຜນງານບີຄວາເຫັນວ່າ ການຮຽນຮູ້ຂອງເດັກນ້ອຍລາວ ເພີ່ມຂຶ້ນ ຈາກ 25% ໃນປີ 2024 ເປັນ 45% ໃນປີ 2026 ການເຂົ້າຮ່ວມຝຶກອົບຮົມຄູ ເພີ່ມຂຶ້ນເປັນ 3 ເທົ່າ ນອກນັ້ນ, ທາງລັດຖະບານອົດສະຕຣາລີ ກໍ່ຍັງໄດ້ໃຫ້ການຊ່ວຍເຫຼືອຍົກລະດັບພາສາອັງກິດ ສຳລັບພະນັກງານລັດຖະກອນ ຕື່ມອີກ. ນອກນັ້ນ, ທ່ານທູດອົດສະຕຣາລີ ຍັງໄດ້ລາຍງານວຽກສາທາລະນະສຸກ, ໂຍທາລິການ ແລະ ຂົນສົ່ງ ວຽກງານ ແມ່ຍິງ ແລະ ເດັກນ້ອຍ ໃຫ້ທ່ານຮອງນາຍົກ ຮັບຊາບອີກ ດ້ວຍ.
ພາບ-ຂ່າວ: ບົວລະພາ














