Skip to main content

ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະນຳແຂວງຈຳປາສັກ ຢ້ຽມຢາມ ແລະ ມອບທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ

03/11/2026
ວັນທີ 25 ຕຸລາ 2026, ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ ສປປ ລາວ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ ໂດຍການຮ່ວມພາຂອງ ທ່ານ ປອ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ, ມີຄະນະນໍາແຂວງ, ນະຄອນ, ຕາແສງ, ພະແນກການສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລານະຄອນ, ຂະແໜງການກ່ຽວຂ້ອງ, ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ການຢ້ຽມຢາມໂຮງຮຽນປະຖົມບ້ານແກ ໃນຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ຟັງລາຍງານໂດຍຫຍໍ້ ກ່ຽວກັບສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນລະດູຝົນ ທີ່ຜ່ານມາ. ຊຶ່ງສົ່ງຜົນກະທົບຕໍ່ຫຼາຍບ້ານໃນນະຄອນປາກເຊ ໂດຍສະເພາະໂຮງຮຽນປະຖົມບ້ານແກ ເຮັດໃຫ້ ມີຜົນເສຍຫາຍຫຼາຍສົມຄວນ ຄື: ປຶ້ມຄູ່ມືຄູກະດານດໍາ, ຕູ້ໃສ່ເອກະສານ, ອາຄານຮຽນ 2 ຫຼັງຖືກຜົນກະທົບນໍ້າຖ້ວມແຊ່ເຮັດໃຫ້ມີຜົນເສຍຫາຍ ລວມມູນຄ່າເປັນເງິນ 15.000.000 ກີບ (ສິບຫ້າລ້ານກີບ) ຫຼັງຈາກນໍ້າບົກລົງ ທາງໂຮງຮຽນ ຄູ – ອາຈານ ແລະ ນ້ອງນັກຮຽນ ໄດ້ຮ່ວມກັນເຮັດອະນາໄມລ້າງ ຫ້ອງການ, ຫ້ອງຮຽນ, ໂຕະ – ຕັ່ງ ແລະ ເຄື່ອງໃຊ້ຕ່າງໆ ໃຫ້ມີຄວາມສະອາດຈົບງາມ ເພື່ອເປີດສົກຮຽນໃໝ່ ໄດ້ທັນຕາມກຳນົດເວລາ.
ຈາກຮັບຟັງລາຍງານແລ້ວ,
ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ ສປປ ລາວ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ກໍໄດ້ມີຄຳເຫັນໂອ້ລົມ ໂດຍສະແດງຄວາມຢື້ຢາມຖາມຂ່າວ, ຄູອາຈານ ແລະ ລູກຫຼານນັກຮຽນທຸກຄົນ ດ້ວຍຄວາມເປັນຫ່ວງເປັນໄຍ. ດັ່ງນີ້ຈິ່ງໄດ້ຊອກເງື່ອນໄຂ ແລະ ຫາໂອກາດດີລົງມາຢ້ຽມຢາມຖາມຂ່າວ ເພື່ອມອບການຊ່ວຍເຫຼືອຊຸກຍູ້ໃຫ້ກຳລັງໃຈແກ່ຄູອາຈານ ແລະ ລູກຫຼານນັກຮຽນໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະພັດທະນາການສຶກສາໄດ້ຢ່າງຕໍ່ເນື່ອງ.
ຊຶ່ງໂອກາດ ລົງມາຢ້ຽມຍາມຄັ້ງນີ້ ກໍໄດ້ນໍາພາປຸກລະດົມບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ
NTP Trading Petroleum Company Limited
ມອບເງິນອຸປະຖຳເພື່ອຊຸກຍູ້, ພັດທະນາໂຮງຮຽນ ປະຖົມສົມບູນບ້ານແກ,ນະຄອນປາກເຊ, ແຂວງ ຈຳປາສັກ
ມູນຄ່າ 365,000,000 ກີບ. ນອກຈາກນີ້ ແມ່ນ ເຄື່ອງອຸປະໂພກບໍລິໂພກ, ອຸປະກອນການຮຽນ ແລະອຸປະກອນກິລາ ຈາກການນຳແຂວງຈໍາປາສັກ ລວມມູນຄ່າ 25.796.000 ກີບ,ລວມມູນຄ່ານຳມາຊ່ວຍເຫຼືອຄັ້ງນີ້ທັງໝົດ ເປັນ ຈຳນວນ ມູນຄ່າ 385.796.000 ກີບ.
ໂອກາດໂຮງຮຽນບ້ານແກ ໄດ້ຮັບການຊ່ວຍຫຼືອ ໃນຄັ້ງນີ້, ທ່ານ ນາງ ບູນສວນ ຈໍາປາພວງເພັດ ຜູ້ອໍານວຍການໂຮງຮຽນປະຖົມບ້ານແກ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະນໍາແຂວງ, ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ ທີ່ໄດ້ມາຢ້ຽມຢາມຖາມຂ່າວ ແລະ ຊ່ວຍເຫຼືອຊຸກຍູ້ພັດທະນາໂຮງຮຽນບ້ານແກໃນຄັ້ງນີ້ ພ້ອມຢືນຢັນວ່າຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ຕໍ່ການບູລະນະພັດທະນາໂຮງຮຽນໃຫ້ມີໃບໜ້າໃໝ່.
* ຂ່າວ-ພາບ: ເກດສະໜາ*

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ