ລາວ-ຈີນ ສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມື ພັດທະນາວຽກງານການສຶກສາ
03/11/2026

ໃນໂອກາດທີ່ທ່ານ ດວນ ເພັງ (Duan Peng) ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລພາສາສາດ ແລະ ວັດທະນະທຳ ປັກກິ່ງ ສປ ຈີນ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນວັນທີ 28 ຕຸລາ 2026 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະ ກິລາ ກໍໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ດ້ວຍດີຕະຫຼອດມາ ພ້ອມທັງສະແດງຄວາມຫວັງວ່າໃນອະນາຄົດຈະສາມາດເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ແລະ ບຸກຄະລາກອນລາວຕື່ມອີກ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ເນື່ອງຈາກວ່າໃນປັດຈຸບັນ ຄວາມນິຍົມ ແລະ ຄວາມຕ້ອງການໄປຮຽນຕໍ່ທີ່ປະເທດຈີນຂອງນັກສຶກສາລາວແມ່ນມີຄວາມສົນໃຈ ແລະ ຄວາມຕ້ອງການ ຢາກໄປສຶກສາຕໍ່ມີຈຳນວນສູງຫຼາຍ ເຊິ່ງກາຍຈຳນວນທຶນການສຶກສາທີ່ລັດຖະບານຈີນໄດ້ສະໜອງໃຫ້ໃນແຕ່ລະປີ ປະມານ 350 ທຶນ ທັງນີ້ ກໍເພື່ອສົ່ງເສີມໃຫ້ວຽກງານການສຶກສາ, ວິທະຍາຍາສາດ ແລະ ການກິລາ ຂອງ ສປປ ລາວ ໃຫ້ມີການພັດທະນາເທົ່າທັນກັບພາກພື້ນ ແລະ ສາກົນ.
ໂອກາດດຽວກັນ, ທ່ານ ດວນ ເພັງ (Duan Peng) ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງລາຍງານໃຫ້ຮູ້ວ່າ: ມະຫາວິທະຍາໄລພາສາສາດ ແລະ ວັດທະນະທຳປັກກິ່ງ ເປັນສະຖາບັນການສຶກສາຊັ້ນນຳພາຍໃຕ້ການຊີ້ນຳຂອງກະຊວງສຶກສາທິການ ສປ ຈີນ ສ້າງຕັ້ງຂຶ້ນໃນປີ 1962 ຕາມການຊີ້ນຳຂອງປະທານ ເໝົາເຈີຕຸງ ແລະ ນາຍົກລັດຖະມົນຕີ ໂຈ ເອີນໄຫຼ ໄດ້ສ້າງ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດມາແລ້ວເປັນຈຳນວນຫຼາຍ ຊຶ່ງມີຜົນງານອັນພົ້ນເດັ່ນໃນການປະກອບສ່ວນບຳລຸງສ້າງນັກສຶກສາຕ່າງປະເທດ ລວມທັງນັກສຶກສາລາວຈຳນວນໜຶ່ງ ທີ່ຮຽນຈົບແລ້ວໄດ້ກັບມາ ດຳລົງຕຳແໜ່ງງານ ແລະ ໜ້າທີ່ສຳຄັນຕ່າງໆ ໃນລະບົບການເມືອງ ແລະ ສັງຄົມຂອງ ສປປ ລາວ ເຊັ່ນ: ຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເອກອັກຄະລັດຖະທູດ ຕະຫຼອດຈົນເຖິງຜູ້ຊ່ຽວຊານ ແລະ ບຸກຄະລາກອນຫຼັກແຫຼ່ງໃນຂະແໜງການຕ່າງໆ ຊຶ່ງຖືເປັນສັນຍາລັກອັນມີຊີວິດຊີວາແຫ່ງມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ທ່ານ ດວນ ເພັັງ ກ່າວອີກວ່າ: ໃນການເດີນທາງມາຢ້ຽມຢາມສປປ ລາວ ໃນຄັ້ງນີ້ ພວກເຮົາມີແຜນຍຸດທະສາດໃນການສ້າງຕັ້ງ “ສະຖາບັນຄົ້ນຄວ້າລາວ-ຈີນ” ແລະ ການຮ່ວມມືດ້ານວິສາຫະກິດ ເພື່ອເປັນບ່ອນຜັນຂະຫຍາຍການຄົ້ນຄວ້າຮ່ວມກັນ, ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ເສີມສ້າງຄວາມເຂົ້າໃຈອັນດີງາມລະຫວ່າງປະຊາຊົນສອງຊາດໃຫ້ເລິກເຊິ່ງຍິ່ງຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ການຜະລິດບຸກຄະລາກອນສອດຄ່ອງກັບຕະຫຼາດແຮງງານ.
ໃນໂອກາດພົບປະກັນທັງສອງຝ່າຍ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການກະຕຸ້ນ ແລະ ຍົກລະດັບການຮ່ວມມືດ້ານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນທາງດ້ານວິຊາການ ແລະ ທັງສອງຝ່າຍກໍໄດ້ເຫັນດີເປັນເອກະພາບໃນການສົ່ງເສີມການເຊື່ອມໂຍງລະຫວ່າງສະຖາບັນການສຶກສາກັບພາກທຸລະກິດ ໂດຍສະເພາະແມ່ນບັນດາວິສາຫະກິດຈີນທີ່ເຂົ້າມາລົງທຶນຢູ່ ສປປ ລາວ ເພື່ອພັດທະນາທັກສະໃຫ້ກົງກັບຄວາມຕ້ອງການຂອງຕະຫຼາດແຮງງານຢ່າງແທ້ຈິງ.
ພາບ ແລະ ຂ່າວໂດຍ ສົງການ ພັນແພງດີ














