Skip to main content

ສສກ ແລະ ມະຫາວິທະຍາໄລ ໂກເບ ພົບປະຫາລື ເພື່ອຊຸກຍູ້ການຫັນວຽກງານຝຶກງານນັກສຶກສາເຂົ້າສູ່ລະບົບດິຈິຕອນ ໄລຍະ 2026–2030

03/11/2026
ໃນວັນທີ 26 ຕຸລາ 2026 ທີ່ສຳນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ປຶກສາຫາລືຮ່ວມມືດ້ານວິຊາການຂອງ ທ່ານ ສຈ.ປອ ຟູຈິຊາວະ ມາຊາໂຕະ (FUJISAWA Masato) ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລໂກເບ (Kobe University) ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ, ໂດຍມີທ່ານ ສຈ.ປອ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ເພື່ອທົບທວນໝາກຜົນການຮ່ວມມື ແລະ ວາງທິດທາງຊຸກຍູ້ວຽກງານການສຶກສາ-ວິໄຈ ໃນໄລຍະ 2026–2030.
ການພົບປະປຶກສາຫາລືໃນຄັ້ງນີ້ ໄດ້ເນັ້ນໃສ່ສືບຕໍ່ສາຍສໍາພັນການຮ່ວມມື ລາວ-ຍີ່ປຸ່ນ ທີ່ມີມາຢ່າງຍາວນານ, ເຊິ່ງມະຫາວິທະຍາໄລ ໂກເບ ໄດ້ມີບົດບາດສໍາຄັນໃນການສະໜັບສະໜູນການກໍ່ສ້າງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຜ່ານອົງການ JICA, ທັງເປັນສູນກາງຫຼັກໃນໂຄງການແລກປ່ຽນວິຊາການ CAMPUS Asia Plus. ຜ່ານມາ ໄດ້ມີການແລກປ່ຽນນັກສຶກສາ ແລະ ໃຫ້ທຶນການສຶກສາ ລະດັບປະລິນຍາໂທ-ເອກ ແກ່ຄູ-ອາຈານ ແລະ ພະນັກງານຂະແໜງການສຶກສາລາວຢ່າງຕໍ່ເນື່ອງ.
ພິເສດ, ແຕ່ປີ 2014 ຫາ 2026 (ໄລຍະ 12 ປີ), ສສກ ໂດຍມີກົມແຜນການ ແລະ ການເງິນ ເປັນເຈົ້າການ ໄດ້ຮັບນັກສຶກສາຝຶກງານ ແລະ ນັກຄົ້ນຄວ້າ ຈາກມະຫາວິທະຍາໄລ ໂກເບ ແລະ ສະຖາບັນຄູ່ຮ່ວມສາກົນ ລວມຫຼາຍກວ່າ 60 ຄົນ ເຂົ້າມາເກັບກຳຂໍ້ມູນວິໄຈ ເພື່ອຮັບໃຊ້ການຂຽນບົດນິພົນ ແລະ ສ້າງບົດຄົ້ນຄວ້າທີ່ອີງໃສ່ຫຼັກຖານຕົວຈິງ ໃນຫຼາຍຫົວຂໍ້ສໍາຄັນ ເຊັ່ນ: ການສຶກສາກ່ອນໄວຮຽນ, ການບໍລິຫານຄຸ້ມຄອງໂດຍອີງໃສ່ໂຮງຮຽນ (SBM), ທັກສະ ICT ຂອງຄູ ແລະ ການພັດທະນາອາຊີວະສຶກສາ.
ເພື່ອເຮັດໃຫ້ການຮ່ວມມືໃນໄລຍະ 2026–2030 ມີຄວາມເປັນຮູບປະທຳ ແລະ ມີປະສິດທິພາບສູງສຸດ, ສສກ ໄດ້ວາງທິດທາງຍົກລະດັບວຽກງານຝຶກງານ ໃຫ້ເປັນ “ເວທີຄົ້ນຄວ້າ ແລະ ພັດທະນາຊັບພະຍາກອນມະນຸດ” ທີ່ສອດຄອງກັບ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ (ESSDP) 2026–2030. ພ້ອມນີ້, ຍັງມີແຜນຊຸກຍູ້ການເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ສສກ ແລະ ມະຫາວິທະຍາໄລ ໂກເບ, ສ້າງແພລດຟອມດິຈິຕອນຄຸ້ມຄອງການຝຶກງານ, ຄັງບົດຄົ້ນຄວ້າອອນລາຍ, ແລະ ຂະຫຍາຍໂຄງການຝຶກງານໃຫ້ ເພີ່ມໂອກາດແກ່ນັກສຶກສາລາວ ໄດ້ເຂົ້າຮ່ວມຝຶກງານຄູ່ກັບນັກສຶກສາສາກົນ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ມະຫາວິທະຍາໄລ ໂກເບ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ການພັດທະນາການສຶກສາ ແລະ ຍົກລະດັບລະດັບຄວາມສາມາດຂອງບຸກຄະລາກອນລາວ ໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມ ແລະ ປຶກສາຫາລືຂອງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລ ໂກເບ ໃນຄັ້ງນີ້ ຈະເປັນນິມິດໝາຍອັນດີ ໃນການເພີ່ມພູນຄູນສ້າງສາຍສົມພັນການຮ່ວມມືດ້ານວິຊາການ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ