Skip to main content

ສສກ ຈັດກອງປະຊມສະຫຼຸບວຽກງານຈັດຕັ້ງ ໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ

03/11/2026
ໃນວັນທີ 27 ຕຸລາ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ ໃນໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງການແຜນການ ໄລຍະ 5 ປີຕໍ່ໜ້າ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການແລະ ກິລາ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາ ໜ່ວຍພັກຮາກຖານ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ສໍານັກພິມ, ລັດວິສາຫະກິດ, ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.
ໂອກາດນີ້, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກ່າວວ່າ: ກອງປະຊູມດັ່ງກ່າວ ເປັນກອງປະຊຸມ ທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ໃຫ້ແກ່ການຕີລາຄາຜົນສໍາເລັດ ໄລຍະ 5 ປີຜ່ານມາ ແລະ ວາງຄາດໝາຍຈຸດສຸມຕໍ່ໜ້າ ເພື່ອແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ຕໍ່ເນື້ອໃນຈິດໃຈ ແລະ ຜົນສໍາເລັດຂອງວຽກງານຈັດຕັ້ງ ກໍຄື ແນວທາງການເມືອງ ແລະ ການຈັດຕັ້ງ ທີ່ໄດ້ກຳນົດອອກໃນກອງປະຊຸມຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງຈະແຈ້ງ; ທັງເປັນການເຊື່ອມຊຶມກໍາ ແໜ້ນເນື້ອໃນມະຕິຕ່າງໆຂອງພັກ ກ່ຽວກັບວຽກງານຈັດຕັ້ງ, ພັກ-ພະນັກງານ ໃນການນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ; ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານ, ມີກົນໄກ, ລະບອບແບບແຜນ ທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ. ພ້ອມດຽວກັນນັ້ນ, ກໍໃຫ້ມີຄວາມເປັນເອກະພາບສູງ ຢູ່ພາຍໃນ ແລະ ມີຄວາມຕັດສິນໃຈອັນເດັດດ່ຽວ, ກ້າຫານປະດິດສ້າງ, ກ້າຮັບຜິດຊອບ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອໃນກອງປະຊຸມດັ່ງກ່າວ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຢ່າງແທ້ຈິງ. ນອກນີ້, ຍັງແມ່ນການປະຕິບັດທິດນໍາຍຸດທະສາດກ່ຽວກັບການສ້າງຄວາມເຂັ້ມແຂງ-ຄວາມໝັ້ນຄົງໃຫ້ ແກ່ການຈັດຕັ້ງພັກ-ພະນັກງານ ທຸກຂັ້ນ ໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍຕິດພັນກັບການເສີມຂະຫຍາຍພາລະບົດບາດ ແລະ ໜ້າທີ່ຂອງຕົນ; ເນື່ອງຈາກວ່າ ຂະແໜງການສຶກສາ,ວິທະຍາສາດ ແລະ ກິລາ ແມ່ນຂະແໜງການໜຶ່ງທີ່ໃຫຍ່. ສະນັ້ນ, ວຽກງານຈັດຕັ້ງ, ພັກ-ພະນັກງານ ແຫ່ງມີຄວາມຈໍາເປັນ ແລະ ພາວະວິໃສ ຂອງຄະນະພັກ, ຄະນະນໍາ, ຜູ້ບໍລິຫານການສຶກສາ,ວິທະຍາສດາ ແລະ ກິລາ ຕ້ອງມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໄປໃນລວງດຽວກັນ ເພື່ອ ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກທຸກຂັ້ນ, ປັບປຸງ ລະບົບການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້ຫັນປ່ຽນຢ່າງແຂງແຮງ ແລະ ມີຄຸນນະພາບສູງຂຶ້ນ ຮັບໃຊ້ພາລະກິດຂອງພັກ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມ ວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII; ຮ່າງບົດສະຫຼຸບວຽກງານຈັດຕັ້ງ ຕະຫຼອດໄລຍະ 5 ປີ ຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ; ປະກອບຄໍາເຫັນກ່ຽວກັບວຽກງານຈັດຕັ້ງຕະຫຼອດໄລຍະ 5 ປີ ແລະ ທິດທາງແຜນການ ເປັນຕົ້ນແມ່ນ ການປັບປຸງວຽກງານກໍ່ສ້າງພັກ, ການພັດທະນາ ແລະ ປັບປຸງພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ; ຮັບຟັງມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII; ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026; ຮັບຟັງຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນຍ້ອງຍໍ ສະບັບເລກທີ 61/ກມສພ ລົງວັນທີ 18 ມິຖຸນາ 2026.
ຂ່າວໂດຍ: ບຸນທະວີ
ພາບໂດຍ: ສົງການ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ