ຊອບເທັນນິສທີມຊາດລາວ ສູ້ເຕັມທີ່ແລ້ວ ແຕ່ກໍຍັງໄປບໍ່ເຖິງດວງດາວ ຢຸດເສັ້ນທາງພຽງຮອບທຳອິດ!
23/09/2026

ການແຂ່ງຂັນກິລາຊັອຟເທັນນິສ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ເລີ່ມເປີດສາກຂຶ້ນ ໃນວັນທີ 18 ກັນຍາຜ່ານມາ ທີ່ສະໜາມຮີກາຊິຢາມາ ໂຄເອັນ ເທັນນິສ ເຊັນເຕີ, ເມືອງນາໂກຢາ, ປະເທດຍີ່ປຸ່ນ ເຊິ່ງໃນມື້ນີ້ ໄດ້ສົ່ງລົງແຂ່ງຂັນສະເພາະ ໃນປະເພດທີມຊາຍເທົ່ານັ້ນ ໂດຍມີຄະນະໂອແລມປິກລາວ ໄປໃຫ້ກຳລັງໃຈທີ່ຂອບສະໜາມ.
ຜົນງານການແຂ່ງຂັນມີດັ່ງນີ້:
ນັດທີ 1 ເສຍໃຫ້ກັບ ທີມຊາດອິນເດຍ ໄປ 0-3
ນັດທີ 2 ຊະນະ ທີມຊາດມົງໂກລີ ໄປໄດ້ 2-1
ນັດທີ 3 ເສຍໃຫ້ ທີມຊາດໄທເປ 0-3
ຈາກຜົນງານດັ່ງກ່າວ ສົ່ງຜົນໃຫ້ທີມຊາຍລາວຕ້ອງຢຸດເສັ້ນທາງໄວ້ພຽງຮອບແບ່ງກຸ່ມຢ່າງໜ້າເສຍດາຍ.
ເຖິງແນວໃດກໍຕາມ, ອາຈານ ອານັນດາ ຄຳພູມີ ໂຄຊທີມຊອບເທັນນິສ ກໍໃຫ້ສຳພາດວ່າ “ເຖິງແມ່ນວ່າທີມຊາຍຂອງພວກເຮົາຈະຕ້ອງຕົກຮອບໄປຢ່າງໜ້າເສຍດາຍແລ້ວກໍຕາມ ແຕ່ທຸກຄົນກໍ່ໄດ້ລົງສະໜາມສູ້ດ້ວຍຈິດວິນຍານ ແລະ ສະປີຣິດຂອງນັກກິລາຢ່າງເຕັມທີ່ ສ້າງຄວາມປະທັບໃຈ ແລະ ເຫັນໄດ້ເຖິງການພັດທະນາການທີ່ກ້າວກະໂດດໃນເວທີລະດັບສາກົນ ພ້ອມທັງເຊື່ອວ່າຈາກການໄດ້ມາຮ່ວມແຂ່ງຂັນໃນຄັ້ງນີ້ ຈະເຮັດໃຫ້ນັກກິລາພວກເຮົາ ເກັບໄດ້ບົດຮຽນ ແລະ ປະສົບການ ອັນລໍ້າຄ່າທີ່ສຸດ ເພື່ອນຳໄປພັດທະນາຕົນເອງໃນແະນາຄົດ” .
ອາຈານ ອານັນດາ ຄຳພູມີ ຍັງໃຫ້ຮູ້ອີກວ່າ ທີມຊອຟເທັນນິສລາວຍັງມີໂປຣແກຣມລົງແຂ່ງຂັນ ອີກສາມປະເພດຄື :
1. ຄູ່ປະສົມ: ນ ສຸວະນັນ ຮັກໜໍ່ລາດ ຄູ່ກັບ ທ ສະຖາພອນ ສິມມາລາວົງ;
2. ຊາຍດຽວ: ທ ແບັກກີ້ ວົງພັກດີ ແລະ ທ້າວ ພັດທະນາ ຫຼວງສີສົມບັດ;
3. ຍິງດຽວ: ນ ສຸວະນັນ
ກິລາເທັນນິສ ເປັນໜຶ່ງໃນ 15 ປະເພດກິລາທີ່ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນໃນເອຊຽນເກມ ຄັ້ງທີ 20 ແລະ ເປັນໜຶ່ງໃນ 6 ປະເພດກິລາກຸ້ມຕົນເອງທັງໝົດ (ນອກແຜນ).
S2K ລາຍງານຈາກເມືອງນາໂກຢາ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
