Skip to main content

ຂ່າວດີ! ມີຫຼຽນທອງຄ້ອງຄໍແລ້ວ ທີມກະຕໍ້ສາວລາວ ໃນເອຊຽນເກມ ຄັ້ງທີ 20!

28/09/2026

ນັກກິລາກະຕໍ້ສາວລາວ ສ້າງຂ່າວດີໃຫ້ທັບນັກກິລາລາວ ໃນເອຊຽນເກມ ຄັ້ງທີ 20 ຫຼັງຈາກປະເດີມສະໜາມໃນປະເພດຍິງຄູ່ ເອົາຊະນະໄດ້ທັງຫວຽດນາມ ແລະ ມາເລເຊຍ ຢ່າງສວຍງາມ ສາມາດທະລຸຸເຂົ້າຮອບຮອງຊະນະເລີດ ຫຼື ຮອບສີ່ທີມ ໄດ້ສຳເລັດໝາຍເຖິງ ມີຫຽນທອງຄອງຄໍໄວ້ແລ້ວເປັນຢ່າງໜ້ອຍ.

ການແຂ່ງຂັນກະຕໍ້ ປະເພດທີມຄູ່ຍິງ ໃນເອຊຽນເກມ ຄັ້ງທີ 20 ໄດ້ເປີດສາກຂຶ້ນ ໃນມຶ້ນີ້ 27 ກັນຍາ ເຊິ່ງທີມກະຕໍ້ທີມຊາດລາວລາວສາມາດເກັບໄຊົໄດ້ທັງ 2 ນັດຕິດຕໍ່ກັນ ໃນຮອບແບ່ງກຸ່ມ
(ກຸ່ມ ເອ) ໂດຍໃນນັດທຳອິດ ທີມຊາດລາວ ສອຍ ທີມຊາດຫວຽດນາມ ໄປຢ່າງວຸດຫວິດ 2 ຕໍ່ 1 ເຊັດ ດ້ວຍຄະແນນ 12-15, 15-10 ແລະ 15-9; ຈາກນັ້ນ ໃນນັດທີສອງ ສາວລາວຍິ່ງມີຄວາມໝັ້ນໃຈ ສາມາດເອົາຊະນະ ສາວມາເລເຊຍ ໄປຂາດຮອຍ 2 ຕໍ່ 0 ເຊັດ 15-12 ແລະ 15-7.

ຈາກຜົນຊະນະທັງສອງນັດ ເຮັດໃຫ້ທີມຊາດລາວ ຂຶ້ນນຳເປັນ ອັນດັບໜຶ່ງຂອງກຸ່ມເອ ຊົ່ວຄາວທັນທີ ແລະ ສາມາດຜ່ານເຂົ້າຮອບຮອງຊະນະເລີດ ຫຼືສີ່ທີມສຸດທ້າຍ ເປັນທິ່ຮຽບຮ້ອຍ ພ້ອມທັງມີຫຽນທອງຄອງຄໍເປັນທີ່ແນ່ນອນແລ້ວ !

ແຕ່ແນວໃດກໍຕາມ, ສາວລາວຍັງມີໂປຣແກຣມ ນັດສຸດທ້າຍຂອງຮອບນີ້ ໂດຍຈະພົບກັບ ທີມຊາດມຽນມາ ໃນຕອນເຊົ້າມື້ອື່ນ ວັນທີ 28 ກັນຍາ ເວລາ 10:00 ໂມງ ຫຼື 8 ໂມງເຊົ້າຕາມເວລາໃນປະເທດລາວ. ຖ້າຫາກທີມຊາດລາວສາມາດເອົາຊະນະໃນນັດນີ້ໄດ້ ຈະຄອງແຊັມອັນດັບທີ 1 ຂອງກຸ່ມ A ຢ່າງເປັນທາງການ ເພື່ອເຂົ້າໄປລໍຖ້າພົບກັບທີມອັນດັບ 2 ຂອງກຸ່ມ B ໃນຮອບຮອງຊະນະເລີດຕໍ່ໄປ.

ໂດຍ S2K
#ໜັງສືພິມສຶກສາວິທະຍາສາດແລະກິລາ
#Laosportnews
#BAYSAVANH
#MyWay