“ພູຜາ ຈັນທະວົງ” ຄວ້າລາງວັນອັນດັບທີ 3 ເທັນນິດ ຊີງແຊ໋ມນານາຊາດ ທີ່ປະເທດໄທ
16/10/2026

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກກິລາເທັນນິດເຍົາວະຊົນດາວຮຸ່ງລາວທີ່ກຳລັງມາແຮງໃນຍຸກປັດຈຸບັນ ສືບຕໍ່ເຂົ້າຮ່ວມແຂ່ງຂັນເທັນນິດລາຍການຊີງແຊ໋ມນານາຊາດ ທີ່ຕ່າງປະເທດ ໂດຍສະເພາະ ລາຍການ Babolat Tennis Junior Championship 2026 ຮຸ່ນ Bs 14 -Boys Main Graw ຈັດຂຶ້ນ ເມື່ອທ້າຍອາທິດຜ່ານມາ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ລາຍການນີ້ ມີນັກກິລາເຂົ້າຮ່ວມຫຼາຍກວ່າ 60 ຄົນ, ໃນນັ້ນ ມາຈາກເຈົ້າພາບ ໄທ, ສ.ເກົາຫຼີ, ຟິລິບປິນ, ອິນເດຍ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ສປປ ລາວ ແລະ ສປ ຈີນ, ໃນນັ້ນ ພູມ ຖືກຈັດມືວາງອັນດັບ 4 ຂອງລາຍການ.
ຜ່ານການແຂ່ງຂັນ ພູມ ສາມາດຈົກສະຫຼາກໄດ້ເນີດ ກ່ອນໃນຮອບ 32 ຄົນ ຈະສາມາດໄລ່ເອົາຊະນະ Jooahn Cho ນັກກິລາຈາກ ສ.ເກົາຫຼີ 2-0 ເຊັດ 4-0 ແລະ 4-0 ຄະແນນ ທະລຸເຂົ້າຮອບ 16 ຄົນ ສາມາດເອົາຊະນະ ກິ່ນ ລືປະໄພ ມືວາງອັນດັບ 14 ຂອງລາຍການ 2-0 ເຊັດເຊັ່ນກັນ 4-1 ແລະ 4-0 ຄະແນນ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ.
ສົ່ງຜົນໃຫ້ ພູມ ໄປພົບກັບ Mattias Daviid HADIWIDJAJA ນັກກິລາຊາວອິນເດຍ ແລະ ກໍເປັນໄປຕາມຄາດ ພູມໄລ່ເອົາຊະນະ Mattias Daviid HADIWIDJAJA 2-0 ເຊັດ 4-1 ແລະ 4-2 ຄະແນນ ຜ່ານເຂົ້າຮອບຮອງຊະນະເລີດ ແຕ່ໜ້າເສຍດາຍໄປເຊຍໃຫ້ມືວາງອັນດັບທີ 1 ຂອງລາຍການ ພັດທະພົງ ຈີນາພັນ ນັກກິລາເຈົ້າພາບ ມື 1 ຂອງລາຍການ 0-2 ເຊັດ 1-4 ແລະ 4-5 ຄະແນນ ພຽງອັນດັບທີ 3 ຮ່ວມໄປຄອງ
ຊ່ວຍໃຫ້ ພັດທະພົງ ຈີນາພັນ ຜ່ານເຂົ້າຊີງຊະນະເລີດ ໄປພົບກັບ ອານັນນັນ ພົງສີຣິເລີດ ນັກກິລາເພື່ອນຮ່ວມຊາດນຳກັນ ຊຶ່ງເປັນມືວາງອັນດັບທີ 2 ຂອງລາຍການ ກ່ອນ ພັດທະພົງ ເສຍໃຫ້ ອານັນນັນ 0-2 ເຊັດ ໄດ້ພຽງອັນດັບທີ 2 ສ່ວນ ອານັນນັນ ໄດ້ແຊ໋ມໄປຄອງ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
