ສສກ ແຂ່ງຂັນກິລາເປຕັງ ສ້າງຂະບວນການ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດລະດັບຊາດ ພ້ອມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຟົດຟື້ນ
16/10/2026

ເມື່ອວັນທີ 9 ຕຸລາ 2026 ທີ່ສະໜາມກິລາເປຕັງແຫ່ງຊາດ (ດົງໂດກ), ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດການແຂ່ງຂັນກິລາເປຕັງ ເພື່ອສ້າງຂະບວນການ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງການສຶກສາ, ວິທະນາສາດ ແລະ ກິລາ ເນື່ອງໃນໂອກາດວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 25 ປີ (12 ຕຸລາ 2001-12 ຕຸລາ 2026) ຄຽງຄູ່ກັບການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການ-ຮອງຜູ້ອຳນວຍການ, ຄະນະກຳມະການ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ແລະ ບັນດາວິທະຍາໄລອ້ອມຂ້າງສຳນັກງານ ກະຊວງສຶກສາທິການ ແລະ ກິລາ ຢ່າງເປັນຂະບວນຟົດຟື້ນ.
ລາຍການດັ່ງກ່າວ ກຳນົດແຂ່ງຂັນພຽງ 1 ລາຍການ ຄືປະເພດທີມປະສົມ (ຊາຍ 2 ຍິງ 1) ລວມມີ 34 ພາກສ່ວນເຂົ້້າຮ່ວມຊີງໄຊ. ຜ່ານການແຂ່ງຂັນ ຜົນປະກົດວ່າ ຊະນະເລີດ ໄດ້ແກ່ທີມມະຫາວິທະຍາໄລແຫ່ງຊາດ, ຮອງຊະນະເລີດ ໄດ້ແກ່ ກົມກໍ່ສ້າງກຳລັງ ກະຊວງປ້ອງກັນຄວາມສະຫງົບ, ອັນດັບທີ 3 ສະຖາບັນກິລາ-ກາຍຍະກຳ ແລະ ອັນດັບທີ 4 ກົມກິລາລະດັບສູງ.
ໃຫ້ກຽດມອບລາງວັນຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ.
ພາບ-ຂ່າວໂດຍ: ໃບລົມ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



