ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ
20/10/2026

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ເດີນທາງເຂົ້າຮ່ວມຢ້ຽມຢາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ໃນການແຂ່ງຂັນງານມະຫາກຳກິລາຄົນພິການອາຊີ ຄັ້ງທີ V ຫຼື (5th Asian Para Games Aichi-Nagoya 2026) ຈັດຂຶ້ນລະຫວ່າງວັນທີ 18–24 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຮອງປະທານ-ເລຂາທິການ ຄພລ ທັງເປັນຫົວໜ້າຄະນະນຳພາທັບນັກກິລາຄົນພິການລາວ ກໍໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງທັບນັກກິລາ ຊຶ່ງທາງເຈົ້າພາບ ໄດ້ໃຫ້ຄວາມສຳຄັນໃນການຕ້ອນຮັບຢ່າງອົບອຸ່ນ ແລະ ທາງຄະນະຮັບຜິດຊອບກອງເລຂາ, ຄູຝຶກ ແລະ ນັກກິລາ ໃນຈຳນວນ 25 ທ່ານ ຈາກ 4 ປະເພດກິລາ ປະກອບມີ ແລ່ນ-ລານ, ລອຍນໍ້າ, ລົດຖີບ ແລະ ບານບ້ວງລໍ້ເລື່ອນຍິງ ກໍໄດ້ພ້ອມກັນ ສືບຕໍ່ລົງສະໜາມຝືກແອບຝືກຊ້ອມດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອໃຫ້ມີຄວາມສຳນິສຳນານເພີ່ມພູນຄວາມແຂງແກ່ນ ກຽມຄວາມພ້ອມທຸກສະຖານະໃນການນຮ່ວມແຂ່ງຂັນຍາດໃຫ້ໄດ້ຜົນງານໃຫ້ອອກມາດີທີ່ສຸດ.
ການຢ້ຽມຢາມຄັ້ງນີ້ ເປັນການສົ່ງຕໍ່ຄວາມຫ່ວງໃຍ ແລະ ເສີມສ້າງຂວັນກຳລັງໃຈໃຫ້ແກ່ທັບນັກກິລາຄົນພິການທີມຊາດ ໂດຍທ່ານກິ່ງມະໂນ ພົມມະຫາໄຊ ໄດ້ເນັ້ນໜັກໃຫ້ທັບນັກກິລາມີຄວາມສາມັກຄີ, ຍົກສູງຈິດໃຈຊາດ ພ້ອມທັງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕ້ອງມີລະບຽບວິໄນ ແລະ ກຽມຄວາມພ້ອມຮອບດ້າຍ ເຂົ້າຮ່ວມໃນການແຂ່ງຂັນລາຍການຕ່າງໆ ເພື່ອເປັນຕົວແທນໃຫ້ປະຊາຊົນລາວບັນດາເຜົ່າ ພ້ອມກັນສ້າງຜົນງານໃຫ້ອອກມາດີທີ່ສຸດເພື່ອສ້າງກຽດສັກສີ ແລະ ຊື່ສຽງໃຫ້ແກ່ປະເທດຊາດ.
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
