ນັກລອຍນໍ້າອ່າງຄໍາ ກວາດ 66 ຫຼຽນຄຳ ຄອງແຊ໋ມແຂ່ງຂັນລອຍນ້ຳ “ວຽງຈັນແຊ໋ມປ້ຽນຊິບ 2026” ຄັ້ງທີ II
20/10/2026

ນັກກິລາລອຍນໍ້າ ສະໂມສອນ ລອຍນໍ້າ ອ່າງຄໍາ ສາມາດປະກາດສັກດາໃນວົງການກິລາລອຍນໍ້າລາວ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງສະໂມສອນ ດ້ວຍການກວາດ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ “ວຽງຈັນແຊ໋ມປ້ຽນຊິບ 2026 ຊິງຫຼຽນ ແລະ ຂັນປະທານສະຫະພັນກິລາລອຍນໍ້າ ແລະ ດຳນ້ຳແຫ່ງຊາດ
ພິທີເປີດ-ປິດ ຈັດຂຶ້ນດ້ວຍຜົນສຳເລັດ ໃນມື້ດຽວ, ວັນທີ 17 ຕຸລາ 2026 ທີ່ສະລອຍນນໍ້າ ສະໜາມກິລາແຫ່ງຊາດ ຫຼັກ 16 ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນກິລາລອຍນ້ຳນະຄອນຫຼວງວຽງຈັນ, ມີບັນດາອະດິດການນຳ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສະຫະພັນລອຍນໍ້າແຫ່ງຊາດ, ນະຄອນຫຼວງວຽງຈັນ ແລະ ແຂວງ, ສະໂມສອນ, ຄູຝືກ ແລະ ນັກກິລາແຕ່ລະພາກສ່ວນ ຕະຫຼອດຮອດບັນດາສື່ມ່ວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດນີ້, ທ່ານ ພູວັນ ພູເລືອງຫົງ ໄດ້ກ່າວລາຍງານວ່າ: ລາຍການນີ້ ເຄີຍຈັດຂຶ້ນ ໃນເດືອນຕຸລາ 2025 ໂດຍມີນັກກິລາເຂົ້າຮ່ວມ 180 ຄົນ ແລະ ໃນຄັ້ງທີ 2 ປີນີ້ ໄດ້ດໍາເນີນ 1 ວັນເຕັມ ເພື່ອເປັນການສ້າງຂະບວນການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນກິລາລອຍນ້ຳໃຫ້ກວ້າງຂວາງ, ຊຸກຍູ້ສົ່ງເສີມເຍົາວະຊົນ ແລະ ໄວໜຸ່ມໃຫ້ຫັນມາສົນໃຈຫຼິ້ນກິລາຊຶ່ງໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ພ້ອມກັນຕ້ານກັບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ທີ່ສຳຄັນແມ່ນເພື່ອຄັດເລືອກ ແລະ ພັດທະນານັກກິລາພອນສະຫວັນດີເດັ່ນ ສາມາດກ້າວໄປສູ່ລະດັບອະນຸພາກພື້ນ ແລະ ສາກົນ ໃນອະນາຄົດ.
ການແຂ່ງຂັນປີນີ້ ມີຄວາມຄຶກຄື້ນ ແລະ ມ່ວນຊື່ນເປັນພິເສດ ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 150 ຄົນ (ຍິງ 66 ຄົນ) ຕັ້ງແຕ່ຮຸ່ນອາຍຸ 8 ປີຂຶ້ນໄປ ຈາກ 15 ສະໂມສອນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ມາຈາກແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ໂຮງຮຽນນານາຊາດຕ່າງໆ ແລະ ບັນດາສະໂມສອນພາຍໃນນະຄອນຫຼວງວຽງຈັນ, ພິເສດແມ່ນມີສະໂມສອນ ຈາກປະເທດໄທ ເຂົ້າຮ່ວມ ຊຶ່ງມີການຊີງໄຊ ທັງໝົດ 102 ລາຍການ ໃນ 6 ປະເພດແຂ່ງຂັນ ປະກອບມີ ລອຍຟຣີສະໄຕລ໌, ລອຍຫງາຍ, ລອຍກົບ, ລອຍແມງກະເບື້ອ, ລອຍດ່ຽວປະສົມ ແລະ ລອຍທີມປະສົມ.
ຜ່ານການແຂ່ງຂັນຕະຫຼອດວັນ ຜົນປະກົດວ່າ: ເຈົ້າຫຼຽນຄຳ ຕົກເປັນຂອງສະໂມສອນລອຍນໍ້າອ່າງຄໍາ ສາມາດກວາດ66 ຫຼຽນຄຳ 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ສ້າງຜົນງານຄັ້ງປະຫວັດສາດໃຫ້ສະໂມສອນ ສາມາດແຈ້ງເກີດໃນວົງການກິລາລອຍນໍ້າ ນະຄອນຫຼວງວຽງຈັນ ກໍຄື ລະດັບຊາດ ຂະນະທີ່ ອັນດັບ 2 ສະໂມສອນຝຶກສອນທາງນໍ້າວຽງຈັນ ກວາດໄປ 49 ຫຼຽນຄຳ 27 ຫຼຽນເງິນ ແລະ 19 ຫຼຽນທອງ.
ສ່ວນອັນດັບທີ່ 3 ເປັນຂອງໂຮງຮຽນນານາຊາດຝຣັ່ງ ຍາດໄດ້ 28 ຫຼຽນຄຳ, 22 ຫຼຽນເງິນ ແລະ 22ຫຼຽນທອງ, ອັນດັບທີ 4 ໂຮງຮຽນນານາຊາດ ຮິດຟິວ ໄດ້ 27ຫຼຽນຄຳ 16 ຫຼຽນເງິນ ແລະ 13 ຫຼຽນທອງ ແລະ ອັນດັບທີ 5 ສະໂມສອນອິນດຣ້າ (ປະເທດໄທ) ໄດ້ 18 ຫຼຽນຄຳ 18 ຫຼຽນເງິນ ແລະ 8 ຫຼຽນທອງ.
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


