Skip to main content

ສສກ ຈັດພິທີທາງສາສະໜາ ສະໜາມກິລາເຈົ້າອະນຸວົງ ກ່ອນມອບ-ຮັບ ແລະ ເປີດນຳໃຊ້ ຢ່າງເປັນທາງການ

10/11/2026
ໃນຕອນເຊົ້າວັນທີ 10 ພະຈິກ 2026 ກົງກັບມື້ຂຶ້ນ 1 ຄໍ່າ ເດືອນ 12 ລາວ ພສ 2569, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີທາງສາສະໜາ ແລະ ສູດປະລິຕະມຸງຄຸນສະໜາມກິລາເຈົ້າອະນຸວົງ ກ່ອນພິທີມອບ-ຮັບ ແລະ ເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 11 ພະຈິກນີ້ ພາຍຫຼັງໄດ້ດຳເນີນການປັບປຸງ-ກໍ່ສ້າງສຳເລັດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ ແລະ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ ແລະ ພະແນກການ ຕະຫຼອດຮອດພະນັກງານ, ຕາງໜ້າອົງການໄຈກ້າ, ຜູ້ຮັບເໝົາກໍ່ສ້າງ ແລະ ສື່ມວນຊົນເຂົ້າຮ່ວມ.
ພິທີທາງສາສະໜາ ເລີ່ມດ້ວຍການອັນເຊີນເຈົ້າອະນຸວົງ ເຊິ່ງເປັນວິຣະກະສັດແຫ່ງອານາຈັກລາວລ້ານຊ້າງວຽງຈັນ ພ້ອມດ້ວຍການໄຫວ້ພະຮັບສິນ, ສູດປະລິຕະມຸງຄຸນ, ຖວາຍກັນ 1 ຕົ້ນ ແລະ ຖວາຍບ້າງປັດໃຈ ເພື່ອເປັນສິລິມຸງຄຸນ ຂອງການນຳໃຊ້ສະໜາມກິລາແຫ່ງນີ້.
ສຳລັບສະໜາມກິລາເຈົ້າອະນຸວົງ ໄດ້ມີການເລີ່ມປັບປຸງ-ກໍ່ສ້າງມາແຕ່ຕົ້ນປີ 2025 ດ້ວຍທຶນຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ຈຳນວນ 609 ຕື້ກວ່າກີບ ສະໜາມດັ່ງກ່າວ ສາມາດບັນຈຸຜູ້ຊົມໄດ້ເກືອບ 3.000 ບ່ອນນັ່ງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ