Skip to main content

ສະໂມສອນ ສະຫວັນນະເຂດ ສ້າງຜົນງານໂດດເດັ່ນ ຄອງເຈົ້າຫຼຽນຄຳ ການແຂ່ງຂັນກິລາຢູໂດ ຊີງແຊ້ມທົ່ວປະເທດ ຄັ້ງທີ 15 ປະຈຳປີ 2026

10/11/2026
ໃນຕອນບ່າຍວັນທີ 8 ພະຈິກ 2026 ຢູ່ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ໄດ້ມີການແຂ່ງຂັນຮອບຊີງຫຼຽນຄຳ, ພິທີມອບຫຼຽນ ແລະ ປິດການແຂ່ງຂັນກິລາຢູໂດ ຊີງແຊ້ມທົ່ວປະເທດ ຄັ້ງທີ 15 ປະຈຳປີ 2026 ຊີງຂັນທ່ານປະທານສະຫະພັນກິລາຢູໂດແຫ່ງຊາດລາວ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ເຂັມຊາດ ພິລາພັນເດດ ປະທານສະຫະພັນກິລາຢູໂດແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ, ຄະນະບໍລິຫານງານສະຫະພັນກິລາຢູໂດ, ຜູ້ໃຫ້ການສະໜັບສະໜູນ, ຄະນະນຳ, ຄູຝຶກ, ນັກກິລາ, ສື່ມວນຊົນ ແລະ ກອງເຊຍຢ່າງພ້ອມພຽງ.
ບັນຍາກາດການແຂ່ງຂັນກິລາຢູໂດ ຊີງແຊ້ມທົ່ວປະເທດ ຄັ້ງທີ 15 ປະຈຳປີ 2026 ຊີງຂັນທ່ານປະທານສະຫະພັນກິລາຢູໂດແຫ່ງຊາດລາວ ໄດ້ສິ້ນສຸດລົງຢ່າງຈົບງາມ ແລະ ເຕັມໄປດ້ວຍຄວາມຕື່ນເຕັ້ນ ໂດຍມີບັນດາສະໂມສອນ ແລະ ທີມນັກກິລາທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມແຂ່ງຂັນຢ່າງຫຼວງຫຼາຍ ເພື່ອຊີງໄຊຄວາມເປັນໜຶ່ງໃນວົງການກິລາຢູໂດ. ຜ່ານການແຂ່ງຂັນຕະຫຼອດ 2 ວັນ ລະຫວ່າງວັນທີ 7-8 ພະຈິກ 2026 ຜົນປະກົດວ່າ: ຄະນະນັກກິລາສະໂມສອນ ຢູໂດ ສະຫວັນນະເຂດ ສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄວ້າຕຳແໜ່ງເຈົ້າຫຼຽນຄຳໄປຄອງໄດ້ຢ່າງສົມສັກ ດ້ວຍຜົນງານ 8 ຫຼຽນຄຳ ແລະ 4 ຫຼຽນເງິນ ລວມ 12 ຫຼຽນ; ອັນດັບທີ 2 ສະໂມສອນ IPPON JUDO CLUB ຈາກປະເທດໄທ ຍາດໄດ້ 8 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 13 ຫຼຽນ; ອັນດັບທີ 3 ສະໂມສອນກອງທັບ ຍາດໄດ້ 4 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 6 ຫຼຽນ; ອັນດັບທີ 4 ສະໂມສອນ ສະຖາບັນກິລາ-ກາຍຍະກຳ ຍາດໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 14 ຫຼຽນ; ອັນດັບທີ 5 ສະໂມສອນ ວຽງຈັນ ຢູໂດ ຍາດໄດ້ 1 ຫຼຽນຄຳ, 4 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 9 ຫຼຽນ.
ນອກຈາກນີ້, ຍັງໄດ້ມອບລາງວັນນັກກິລາດີເດັ່ນໃຫ້ ທ້າວ ພາຄິນ ໄຊຍະວົງສາ ຈາກສະຖາບັນກິລາ-ກາຍຍະກຳ; ຄູຝຶກດີເດັ່ນ ທ່ານ ກັນຍາເພັດ ພັນດານຸວົງ ຈາກສະຖາບັນກິລາ-ກາຍຍະກຳ; ກຳມະການດີເດັ່ນ ທ່ານ ຈິນດາວອນ ສີວັນວິໄລ ສະໂມສອນກອງທັບ
ການແຂ່ງຂັນຄັ້ງນີ້ ແມ່ນເພື່ອສົ່ງເສີມ ແລະ ເປີດໂອກາດໃຫ້ນັກກິລາຮຸ່ນໃໝ່/ຮຸ່ນເຍົາວະຊົນ ໄດ້ມີເວທີປະຊັນສີມື, ພະລັງກຳລັງ ແລະ ເຕັກນິກຕ່າງໆ; ເພື່ອທົດສອບສີມືຂອງນັກກິລາທີມຊາດລາວ ໃນການກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ; ເພື່ອເຜີຍແຜ່ເຕັກນິກ ແລະ ລະບຽບກະຕິກາໃໝ່ໆ ຂອງສາກົນ ທີ່ມີການອັບເດດເປັນປະຈຳທຸກໆປີ; ເພື່ອຮັດແໜ້ນຄວາມສາມັກຄີ ແລະ ມິດຕະພາບ ກັບປະເທດໃກ້ຄຽງ. ເຊິ່ງໃນປີນີ້ ມີ 10 ສະໂມສອນ ເຂົ້າຮ່ວມ, ໃນນັ້ນມີ 3 ສະໂມສອນ ຈາກປະເທດເພື່ອນບ້ານ (ຣາຊະອານາຈັກໄທ). ມີນັກກິລາທັງໝົດ 102 ຄົນ (ຍິງ 39 ຄົນ), ຄູຝຶກ 25 ຄົນ, ກຳມະການຕັດສິນ 15 ຄົນ ແລະ ຄະນະຈັດງານ/ອາສາສະໝັກ 20 ຄົນ ລວມຜູ້ເຂົ້າຮ່ວມທັງໝົດ 162 ຄົນ ເຊິ່ງມີການຊີງຫຼຽນຄຳທັງໝົດ 35 ຫຼຽນຄຳ (ລວມປະເພດຕໍ່ສູ້, ປະເພດທີມ ແລະ ປະເພດຟ້ອນກະຕະ), ໂດຍແບ່ງການແຂ່ງຂັນອອກເປັນ ປະເພດອະນຸຊົນ (ອາຍຸ 8-12 ປີ) ຊາຍ 5 ຮຸ່ນ, ຍິງ 5 ຮຸ່ນ; ປະເພດເຍົາວະຊົນ (ອາຍຸ 13-14 ປີ) ຊາຍ 3 ຮຸ່ນ, ຍິງ 3 ຮຸ່ນ; ປະເພດເຍົາວະຊົນ (ອາຍຸ 15-18 ປີ) ຊາຍ 4 ຮຸ່ນ, ຍິງ 3 ຮຸ່ນ; ປະເພດທົ່ວໄປ (ອາຍຸ 19 ປີຂຶ້ນໄປ) ຊາຍ 6 ຮຸ່ນ, ຍິງ 5 ຮຸ່ນ; ປະເພດທີມ (ອາຍຸ 15 ປີຂຶ້ນໄປ) ຊາຍ 3 ຮຸ່ນ, ຍິງ 2 ຮຸ່ນ; ປະເພດຟ້ອນກະຕະ (Kata) 2 ລາຍການ (Nage No Kata ຊາຍ ແລະ Juno Kata ຍິງ).
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ