Skip to main content

ສສກ ສຳມະນາລະດັບຊາດ ກ່ຽວກັບກິລາ ແລະ ການປ້ອງກັນອາຊະຍາກຳໃນຊາວໜຸ່ມ

10/11/2026
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມສຳມະນາລະດັບຊາດ ສປປ ລາວ ກ່ຽວກັບກິລາ ແລະ ການປ້ອງກັນອາຊະຍາກຳໃນຊາວໜຸ່ມ ໃນວຽກງານກິລາເຂດອາຊີຕາເວັນອອກສ່ຽງໃຕ້ (SYCP – Southeast Asia Sport and Youth Crime Prevention) ລະຫວ່າງວັນທີ 5-6 ພະຈິກ 2026 ນີ້ ທີ່ໂຮງແຮມ ຄຣາວພາຊາ ໃຫ້ກຽດເປັນປະທານໂດຍ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນເຈົ້າໜ້າທີ່ອາວຸໂສກິລາຊາວໜຸ່ມ ແຫ່ງ ສປປ ລາວ, ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ James Mapstone ຜູ້ອຳນວຍການ Alliance of Sport ມີບັນດາຄະນະນຳຂັ້ນສູງ, ຜູ້ແທນຈາກກະຊວງ, ກົມ, ຂັ້ນແຂວງ, ສະຖາບັນ ແລະ ອົງການຈັດຕັ້ງສັງຄົມ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ກໍໄດ້ສະແດງຄວາມຂອບໃຈມາຍັງ ອົງການ Alliance of Sport ທີ່ໄດ້ໃຫ້ໂອກາດ ແລະ ເລືອກເອົາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຈຸດທົດລອງຂອງບັນດາປະເທດອາຊຽນ ທີ່ຈັດກິດຈະກຳດັ່ງກ່າວນີ້ຂຶ້ນ ເຊິ່ງພວກເຮົາຈະໄດ້ຮ່ວມກັນຖອດຖອນ ແລະ ແລກປ່ຽນບົດຮຽນ ນຳບັນດາຜູ້ຊ່ຽວຊານ ທີ່ຈະໃຫ້ຄວາມຮູ້ກ່ຽວກັບ ວິທີການປ້ອງກັນ ການໃຊ້ຄວາມຮຸນແຮງຕໍ່ໄວໜຸ່ມ ໂດຍຜ່ານການກິລາ. ແນວໃດກໍດີ, ຂໍແຈ້ງໃຫ້ບັນດາທ່ານຮັບຊາບວ່າ ປັດຈຸບັນສະໜາມກິລາເຈົ້າອະນຸວົງ ທີ່ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອສຳເລັດສົມບູນ 100% ແລ້ວ ແລະ ຈະມີການມອບ-ຮັບກັນເປັນທາງການ ໃນວັນທີ 11 ພະຈິກ 2026 ຊຶ່ງຈະເປັນສະໜາມກິລາທີ່ງາມ ແລະ ສາມາດໃຊ້ໄດ້ຮ່ວມກັນລະຫວ່າງຄົນປົກກະຕິ ແລະ ຄົນພິການ. ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຖອດຖອນແລກປ່ຽນບົດຮຽນນຳຜູ້ຊ່ຽວຊານ ເພື່ອເຮັດແນວໃດໃຫ້ພວກພວກເຮົາມີຄວາມຮູ້ຄວາມສາມາດ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຈົ່ງໄດ້ຖອດຖອນແລກປ່ຽນບົດຮຽນແບບເປັນກັນເອງ, ອັນໃດບໍ່ເຂົ້າໃຈກໍຕ້ອງເຈາະຈີ້ມຖາມ ເພື່ອເຮັດແນວໃດໃຫ້ພວກເຮົາ ມິຄວາມຮູ້ຄວາມສາມາດນຳເອົາບົດຮຽນ ໄປນຳໃຊ້ກັບວຽກຕົວຈິງໃຫ້ມີເກີດປະສິດທິພາບ ແລະ ປະສິດທິຜົນ ປະກົດຜົນເປັນຈິງ.
ກອງປະຊຸມດັ່ງກ່າວ ດຳເນີນເປັນເວລາ 2 ວັນ ບັນດາຜູ້ແທນເຂົ້າຮ່ວມໄດ້ມີການແລກປ່ຽນກັນໃນວຽກງານກິລາເພື່ອການພັດທະນາ, ສ້າງຄວາມປອດໄພ, ມີສຸຂະພາບທີ່ດີ ແລະ ການມີສ່ວນຮ່ວມໃນຊຸມຊົນ. ນອກຈາກນີ້, ໃນກອງປະຊຸມກໍຍັງມີການປະເມິນວຽກງານທີ່ນໍາໃຊ້ເຂົ້າໃນວຽກກິລາທີ່ມີຢູ່ ແລະ ຊ່ອງທາງຕ່າງໆ ພ້ອມທັງເສີມສ້າງການຮ່ວມມືລະຫວ່າງຂະແໜງການຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຮ່ວມກັນຢ່າງເປັນຮູບປະທຳ.
ໃນກອງປະຊຸມ ບັນດາຜູ້ແຜນຍັງໄດ້ຮັບຟັງການການເຜີຍແຜ່ວຽກງານກິລາ ແລະ ມີໂອກາດແນະນຳຕົວໂດຍຫຍໍ້ ພ້ອມທັງແບ່ງປັນຄວາມຄາດຫວັງເຊິ່ງກັນ ແລະ ກັນ ເພື່ອໃຫ້ການປຶກສາຫາລື ຕະຫຼອດໄລຍະເວລາສອງວັນ ສາມາດຕອບສະໜອງຄວາມຕ້ອງການ ແລະ ບັນລຸເປົ້າໝາຍວາງໄວ້ຢ່າງມີປະສິດທິພາບສູງສຸດ ເຊິ່ງເປັນບາດກ້າວອັນສຳຄັນໃນການຍົກລະດັບຄວາມຮູ້ ແລະ ຖອດຖອນບົດຮຽນຮ່ວມກັນ ເພື່ອຈະຜັນຂະຫຍາຍໃຫ້ໄວໜຸ່ມລາວ ໄດ້ມີສຸຂະພາບກາຍ ແລະ ສຸຂະພາບຈິດທີ່ເຂັ້ມແຂງຢ່າງຍືນຍາວ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ