ເອັສຊີຈີ ສານຕໍ່ໂຄງການມອບທຶນການສຶກສາແກ່ເຍົາວະຊົນລາວ ເປັນປີທີ 15 ສ້າງຄົນຮຸ່ນໃໝ່ ພັດທະນາປະເທດແບບຍືນຍົງ
10/11/2026

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ SCG ສືບຕໍ່ໂຄງການ “SCG Sharing the Dream 2026” ເປັນປີທີ 15 ເພື່ອສ້າງຄົນຮຸ່ນໃຫມ່ພັດທະນາປະເທດແບບຍືນຍົງ ໂດຍມອບທຶນການສຶກສາ ຈໍານວນ 126 ທຶນ ລວມທັງໝົດໃນປີຜ່ານມາ 2,601 ທຶນ ໃຫ້ແກ່ເຍົາວະຊົນລາວທີ່ຕັ້ງໃຈຮ່ຳຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ພິທີມອບ-ຮັບທຶນດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 5 ພະຈິກ 2026 ທີ່ຫ້ອງປະຊຸມໃຫຍ່ ໄອຊີທີຊີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ສຳເລັດ ເຮືອງສິດ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ຄຳມ່ວນ ຊີເມັນ ຈຳກັດ, ພ້ອມດ້ວຍເອກອັກຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳລາວ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຄູນຳພາ, ນ້ອງນັກຮຽນທີ່ໄດ້ຮັບທຶນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສຳເລັດ ເຮືອງສິດ ກ່າວວ່າ: “ໂຄງການດັ່ງກ່າວບໍ່ພຽງແຕ່ເປັນການມອບທຶນເພື່ອແບ່ງເບົາພາລະຂອງຄອບຄົວນັກຮຽນເທົ່ານັ້ນແຕ່ເປັນການ ສົ່ງເສີມໃຫ້ເຍົາວະຊົນຂະຫຍາຍຄວາມຮູ້ທັກສະພັດທະນາຊອບຕົນເອງ ໄປສ້າງປະໂຫຍດ ແລະ ຂັບເຄື່ອນການພັດທະນາຊຸມຊົນ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ຢ່າງຍືນຍົງ, ໂດຍໃນປີນີ້ SCG ມອບທຶນການສຶກສາແກ່ນັກຮຽນ ແລະ ນັກສຶກສາ ທົ່ວປະເທດຈຳນວນ 126 ທຶນ ແບ່ງເປັນສຳລັບ ນັກຮຽນລະດັບມັດທະຍົມສຶກສາຕອນປາຍ ໃນນະຄອນຫຼວງວຽງຈັນ 80 ທຶນ, ສຳລັບນັກຮຽນໃນ ແຂວງຄຳມ່ວນ 30 ທຶນ ລວມມູນຄ່າ 378,560,000 ກີບ ແລະ ສຳລັບນັກສຶກສາລະດັບ ມະຫາວິທະຍາໄລ ທົ່ວປະເທດ 16 ທຶນ ມູນຄ່າ 233,739,000ກີບ ເຊິ່ງນັກຮຽນທີ່ໄດ້ເຂົ້າຮ່ວມໂຄງການນີ້ເປັນຜູ້ທີ່ຮຽນດີ ຮຽນເກັ່ງ ແລະ ຜ່ານການຄັດເລືອກຈາກຄະນະກຳມະການໂຄງການ SCG Sharing the Dream 2026 ໂດຍໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນ ກັນຍາ 2026 ເປັນຕົ້ນມາ.
ນອກຈາກນີ້, ໃນໄລຍະຜ່ານມາ SCG ຍັງໄດ້ຮ່ວມສະໜັບສະໜູນໂຄງການປັບປຸງໂຮງຮຽນປະຖົມສົມບູນເພຍໃໝ່, ເມືອງລະມາມ, ແຂວງເຊກອງ ສປປ ລາວ ເພື່ອປັບປຸງອາຄານຮຽນ-ຫ້ອງນໍ້າ ແລະ ສ້ອມແປງເດີນກິລາໃຫ້ເໝາະສົມມີສະພາບແວດລ້ອມການຮຽນຮູ້ ແລະ ໂຄງການສ້ອມແປງ ແລະ ປັບປຸງອາຄານໂຮງຮຽນປະຖົມທົ່ງມັ່ງ ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອຮ່ວມແບ່ງ ເບົາແບ່ງປັນຄວາມສຸກ ເຊິ່ງດຳເນີນການໂດຍ ບໍລິສັດ ຄຳມ່ວນ ຊີເມັນ ຈຳກັດ (KCL).
ໃນພິທີຍັງໄດ້ມີການມອບໃບກຽດຕິຄຸນ ແລະ ຂອງທີ່ລະນຶກ ໃຫ້ແກ່ຄະນະນຳກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລສຸຂະພາບ ແລະ ແຂກທີ່ມີກຽດພາຍໃນງານອີກດ້ວຍ.














