Skip to main content

ປະຫວັດສາດໜ້າໃໝ່! ທີມປິ່ງປ່ອງ Lao All Stars ສ້າງຜົນງານໂດດເດັ່ນ ຄວ້າແຊ້ມລະດັບນານາຊາດ ທີ່ ສສ ຫວຽດນາມ

10/11/2026
ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ສ້າງຄວາມພາກພູມໃຈໃຫ້ກັບປະເທດຊາດອີກຄັ້ງ ຫຼັງຈາກສົ່ງທັບນັກກິລາ 3 ຄົນ ຈາກສະໂມສອນ ລວມດາວ (Lao All Stars Table Tennis) ເຂົ້າຮ່ວມການແຂ່ງຂັນປິ່ງປ່ອງນານາຊາດ ລາຍການ The 34th HD Bank Golden Racket International Table Tennis Tournament 2026 ທີ່ຈັດຂຶ້ນລະຫວ່າງວັນທີ 5-8 ພະຈິກ 2026. ການເຂົ້າຮ່ວມໃນຄັ້ງນີ້ຖືເປັນການອຸ່ນເຄື່ອງ ແລະ ກະກຽມຄວາມພ້ອມກ່ອນລຸຍການແຂ່ງຂັນປິ່ງປ່ອງ ຊີງແຊ້ມອາຊຽນ 2026 ທີ່ປະເທດມາເລເຊຍ ໃນວັນທີ 10-15 ພະຈິກ 2026 ນີ້, ພ້ອມທັງເປັນການສ້າງປະສົບການມຸ່ງສູ່ມະຫາກຳກິລາລະດັບພາກພື້ນ ໃນປີ 2027.
ການແຂ່ງຂັນຄັ້ງນີ້ ມີ 30 ທີມ ຈາກ 6 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ ປະກອບດ້ວຍ ຍີ່ປຸ່ນ, ສິງກະໂປ, ໄຕ້ຫວັນ, ເຂດປົກຄອງພິເສດຮົງກົງ, ສສ ຫວຽດນາມ ແລະ ສປປ ລາວ ໂດຍມີນັກກິລາຕາງໜ້າຈາກ ສປປ ລາວ 3 ຄົນ ຄື: ທ້າວ ໂຈ້ຮັນ ດວງຕາ ແຮັກເບີກ (Johan Duangta Hagberg), ທ້າວ ອານັນ ວົງສາ ແລະ ທ້າວ ນາວັດເຊດ ປະສົງພົນ. ຜ່ານການແຂ່ງຂັນປະເພດດ່ຽວຊາຍ ຜົນປະກົດວ່າ: ທ້າວ ໂຈ້ຮັນ ດວງຕາ ແຮັກເບີກ ສ້າງປະກົດການສຸດຍິ່ງໃຫຍ່ ດ້ວຍການຊະນະລວດ 9 ເກມຕິດຕໍ່ກັນ ຕັ້ງແຕ່ຮອບແບ່ງກຸ່ມ ຈົນເຖິງຮອບຊິງຊະນະເລີດ:
• ຮອບແບ່ງກຸ່ມ (ກຸ່ມ J): ຄວ້າອັນດັບ 1 ຂອງກຸ່ມ ດ້ວຍການຊະນະ 4 ນັດລວດ.
• ຮອບ 32 ຄົນ: ຊະນະ Nguyễn Hoàng Lâm (3-2 ເຊັດ)
• ຮອບ 16 ຄົນ: ຊະນະ TAN Zhao Ray (3-1 ເຊັດ)
• ຮອບ 8 ຄົນ: ຊະນະ Nguyễn Thái Bảo (4-0 ເຊັດ)
• ຮອບຮອງຊະນະເລີດ: ຊະນະ Đỗ Mạnh Lương (4-2 ເຊັດ)
• ຮອບຊີງຊະນະເລີດ: ເອົາຊະນະ Nicholas Tan ໄປແບບລຸ້ນລະທຶກ 4-3 ເຊັດ (ດ້ວຍຄະແນນ 5-11, 11-4, 11-8, 6-11, 11-9, 9-11, ແລະ 12-10).
ຜົນງານດັ່ງກ່າວສົ່ງຜົນໃຫ້ ທ້າວ ໂຈ້ຮັນ ຄວ້າແຊ້ມນານາຊາດຄັ້ງທຳອິດໃນປີ 2026 ມາຄອງໄດ້ຢ່າງສົມກຽດ ຫຼັງຈາກຜ່ານການທຸ້ມເທຝຶກຊ້ອມ ແລະ ເກັບກ່ຽວປະສົບການຈາກລີກເອີຣົບ, ການແຂ່ງຂັນ SEA Games ແລະ Asian Games ມາຢ່າງຍາວນານ.
ສ່ວນປະເພດທີມຊາຍ ທັບນັກກິລາລາວ ສ້າງຜົນງານໄດ້ດີເຊັ່ນກັນ ໂດຍຄວ້າອັນດັບ 1 ຂອງກຸ່ມ C ດ້ວຍການເອົາຊະນະ ທີມ Đồng Hiệp (ຫວຽດນາມ) 3-0 ທີມ.
• ຮອບ 16 ທີມ: ເອົາຊະນະ ທີມ I LAN B (ໄຕ້ຫວັນ) 3-0 ທີມ.
• ຮອບ 8 ທີມສຸດທ້າຍ: ຢຸດເສັ້ນທາງໄວ້ທີ່ຮອບນີ້ ຫຼັງຈາກການປະລາໄຊໃຫ້ກັບ ທີມ CAND – T&T (ທີມຊະນະເລີດຂອງລາຍການ) 0-3 ທີມ.
ພ້ອມດຽວກັນນີ້, ທ້າວ ອານັນ ວົງສາ ກໍເປັນອີກໜຶ່ງກຳລັງຫຼັກສຳຄັນທີ່ສາມາດຍາດຄະແນນ ແລະ ຊ່ວຍທີມໄດ້ຢ່າງດີຫຼາຍຕະຫຼອດການແຂ່ງຂັນ.
ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງຈິງໃຈຕໍ່ຄວາມທຸ້ມເທຂອງຄະນະນັກກິລາ, ຕະຫຼອດຮອດທຸກໆ ພາກສ່ວນທີ່ໃຫ້ການສະໜັບສະໜູນ ເຊິ່ງຮ່ວມກັນຈາລຶກປະຫວັດສາດໜ້າໃໝ່ໃຫ້ກັບວົງການກິລາປິ່ງປ່ອງລາວໃນເວທີສາກົນ.
ທຸກທ່ານສາມາດຮ່ວມສົ່ງແຮງໃຈໃຫ້ທັບນັກກິລາລາວສືບຕໍ່ສ້າງຜົນງານໃນການແຂ່ງຂັນ SEA Table Tennis Championships 2026 ທີ່ປະເທດມາເລເຊຍ ໃນລະຫວ່າງວັນທີ 10-15 ພະຈິກນີ້ ຕໍ່ໄປ.
ຂໍ້ມູນຈາກ: ສະຫະພັນປິ່ງປ່ອງແຫ່ງຊາດລາວ
ຮຽບຮຽງໂດຍ: S2K