ງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ຈະຈັດຂຶ້ນທ້າຍເດືອນຕຸລານີ້

ການຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2023 ຊຶ່ງຈະເປັນການປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວນະຄອນຫຼວງວຽງຈັນ ທັງເປັນການຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອທົດແທນການນໍາເຂົ້າ ແລະ ເປັນການສົ່ງເສີມການຄ້າ-ຂາຍເຮັດໃຫ້ເສດຖະກິດດີຂຶ້ນ.
ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນປະທານຄະນະກໍາມະການຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 25 ກັນຍາ2023 ວ່າ: ເລີ່ມແຕ່ວັນທີ 29 ຕຸລາ ເວລາ 03:00-04:00 ໂມງ ພຣະອາຈານ ມີພິທີສູດອອກພັນສາ ປະວໍລະນາ, ເວລາ 07:00 ໂມງ ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ, ເວລາ 19:00-19:40 ໂມງ ມີພິທີວຽນທຽນ ໄຫຼເຮືອໄຟໂຄກ, ເວລາ 20:00 ໂມງ ເປັນຕົ້ນໄປ ມີການຄົບງັນ, ຈູດບັ້ງໄຟພຸ, ໄຟດອກ, ລອຍກະໂທງ ແລະ ບັ້ງໄຟຕະໄລ່ ພ້ອມທັງມີການສະແດງສິລະປະ-ວັນນະຄະດີ. ສ່ວນວັນທີ 30 ຕຸລາ ເລີ່ມເວລາ 08:30 ໂມງ ຈັດການຂັນຂັນຊ່ວງເຮືອປະເພນີຍິງ-ຊາຍ ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ.
ກິດຈະກຳວາງສະແດງ ແລະ ຂາຍສິນຄ້າ ກໍານົດແຕ່ວັນທີ 24-30 ຕຸລາ 2023 ມີການວາງສະແດງ ແລະ ຂາຍສິນຄ້າ ຢູ່ໃນຂອບເຂດສວນເຈົ້າອານຸວົງ ຢູ່ຕາມຂອບເສັ້ນທາງເຈົ້າຟ້າງຸ່ມ ແຕ່ວິທະຍາໄລເຕັກນິກປາກປ່າສັກ ລົງຮອດສີ່ແຍກໂຮງໝໍມະໂຫສົດ ບ່ອນຈອດລົດໜ້າໂຮງແຮມລ້ານຊ້າງ ກໍານົດໃຫ້ຂາຍເຂົ້າຫຼາມປີ້ງໄກ່ ທາງຄົນຍ່າງເບື້ອງເສັ້ນທາງ ແຕ່ທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ ສີ່ແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ ເປັນບ່ອນຈອດລົດຈັກ ແລະ ລົດໃຫຍ່ບາງຈຸດ ສະເພາະເສັ້ນທາງເບື້ອງບ້ານວັດຈັນ, ຊຽງຍືນ ແລະ ບ້ານສີຫອມ ແມ່ນກໍານົດໃຫ້ຂາຍແຕ່ເຂົ້າຫຼາມປີ້ງໄກ່ ມີການຕັ້ັງບູດຂາຍເຄື່ອງ.
ສໍາລັບການຕັ້ງຮ້ານຂາຍເຄື່ອງຕ່າງໆ ທັງເສັ້ນທາງເບື້ອງນອກ ແລະ ໃນຂອບເຂດສວນເຈົ້າອານຸວົງແມ່ນໃຫ້ຮັກສາໄລຍະຫ່າງກັນ ຈະບໍ່ໄດ້ໃຫ້ຮ້ານຕິດກັນ ສະຖານທີ່ຝາກລົດ ແມ່ນມອບໃຫ້ຄະນະກຳມະການຈັດສັນສະຖານທີ່ ແລະ ອານຸ ປກຊ-ປກສ ຮັບຜິດຊອບ ເປັນຜູ້ຄົ້ນຄວ້າພິຈາລະນາ ຕາມຄວາມເໝາະສົມ ຄືຫຼາຍປີຜ່ານມາ.
ກິດຈະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພວກເຮົາໄດ້ຖືສໍາຄັນຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນໍາໃຊ້ກໍາລັງຂອງເມືອງຈັນທະບູລີ ເປັນຕົ້ນຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ຊຶ່ງກຳນົດຈຸດປ້ອງກັນ 38 ຈຸດ ໃນນີ້ ຈຸດປ້ອງກັນວົງໃນ 19 ຈຸດ ແລະ ວົງນອກ 19 ຈຸດ ແລະ ປ້ອມແຈ້ງເຫດ (1191) 2 ຈຸດ ມີສູນກ້ອງວົງຈອນ ເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ ມີກໍາລັງປ້ອງກັນທັງໝົດມີ 828 ຄົນ ໃນນີ້ ກໍາລັງຊາວໜຸ່ມ 300 ຄົນ.
ແນວໃດກໍຕາມ ໄດ້ຮ່າງລະບຽບການຄຸ້ມຄອງ ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຊຶ່ງມີບັນດາຂໍ້ຫ້າມ ດັ່ງນີ້: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ, ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ ທີ່ໄດ້ຮັບອະນຸຍາດ, ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກ ເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ, ຫ້າມນຳເອົາພະລິດຕະພັນທີ່ລອກແບບສິນລາວ ຫຼື ເຄື່ອງນຸ່ງລາວນຳເອົາມາຂາຍ-ຈຳໜ່າຍ ພາຍໃນງານຢ່າງເດັດຂາດ ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານໄດ້ກຳນົດໃຫ້, ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ເຊັ່ນ: ແຜ່ນຊີດີ (CD DVD) ລາມົກ ແລະ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ, ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຈັດງານ ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດ ຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ, ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານກີດຂວາງ ການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານຕະຫຼາດນັດ, ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ, ຫ້າມຜູ້ສຳປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ ແລະ ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.
ສັງລວມແລ້ວ ມາເຖິງປັດຈຸບັນສາມາດເວົ້າໄດ້ວ່າ ພວກເຮົາມີຄວາມພ້ອມໃນທຸກໆດ້ານ ເພື່ອກະກຽມເຂົ້າສູ່ງານດັ່ງກ່າວ ສະນັ້ນ ທັງໝົດວຽກງານທີ່ໄດ້ແຈ້ງມານັ້ນ ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງບັນດາທ່ານ ທຸກພາກສ່ວນ ຕະຫຼອດຮອດພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2023 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາອະນາໄມຄວາມສະອາດ, ມີສະຕິລະວັງຕົວ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ຂໍ້ມູນຈາກ: ວຽງຈັນໃໝ່
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
